ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ຫລ ຊ່ອຍເຫຼືອຝຣັ່ງ ​ຕໍ່ສູ້ກັບ ພວກກໍ່ການຮ້າຍ ທີ່ອາຟຣິກາ ຕາເວັນຕົກ


ລັດຖະມົນຕີປ້ອງກັນປະເທດຝຣັ່ງ ທ່ານ Jean-Yves Le Drian ຖ່າຍຮູບກັບ ພວກທະຫານຝຣັ່ງ, ວັນທີ 2 ມັງກອນ 2014.
ລັດຖະມົນຕີປ້ອງກັນປະເທດຝຣັ່ງ ທ່ານ Jean-Yves Le Drian ຖ່າຍຮູບກັບ ພວກທະຫານຝຣັ່ງ, ວັນທີ 2 ມັງກອນ 2014.

ປະທານາທິບໍດີ ​ບາຣັກ ​ໂອ​ບາ​ມາ ​ແຫ່ງ​ສະຫະລັດ ​ໄດ້​ອະນຸມັດ​
ເງິນ​ຊ່ອຍ​ເຫຼືອ​ດ້ານ​ທະຫານ ຈຳນວນ 10 ລ້ານ​ດອນ​ລາ ​ເພື່ອ
ຊ່ວຍ​ຝຣັ່ງໃນ​ການ​ຕໍ່ສູ້​ກັບ​ພວກ​ກໍ່​ການ​ຮ້າຍ​ໃນ​ຂົງ​ເຂດ Sahel
​ໃນ​ອາ​ຟຣິກາ​ຕາ​ເວັນ​ຕົກ​ນັ້ນ.

ຈາກ​ບ່ອນ​ພັກຜ່ອນ​ຂອງ​ທ່ານ​ເລາະ​ແຄມ​ມະຫາ​ສະມຸດ​ອັດ​ລັງ​ຕິກທ່ານ​ໂອ​ບາ​ມາ ກ່າວ
​ໃນ​ວັນ​ຈັນ​ວານ​ນີ້​ວ່າ “ສະຖານະ​ການ​ສຸກ​ເສີນ​ທີ່​ມອງ​ບໍ່​ເຫັນ​ມາ​ກ່ອນເກີດ​ຂຶ້ນ” ທີ່​ຕ້ອງການ​ການ​ຊ່ອຍ​ເຫຼືອ​ແກ່​ຝຣັ່ງ ​ໃນ​ຂະນະ​ທີ່​ພວມ​ທຳ​ການ​ຕໍ່ສູ້​ກັບ “ພວກ​ຫົວ​ຮຸນ
​ແຮງ​ຈັດ”
ໃນ​ມາລີ Niger ​ແລະ Chad ນັ້ນ. ​

​ເງິນ​ຊ່ອຍ​ເຫຼືອ​ດັ່ງກ່າວ​ຈະ​ຖືກ​ນຳ​ໃຊ້​ໃນ​ການຂົນ​ສົ່ງ​ທາງ​ອາກາດ ແລະ​ການ​ເຕີມ​ນ້ຳມັນ
​ໃສ່​ເຮືອບິນເທິງ​ອາກາດ​ຂອງຝຣັ່ງ.

​ເປັນ​ເວລາ​ນຶ່ງ​ປີ​ປາຍ​ຜ່ານ​ມາ ຝຣັ່ງ​ໄດ້​ເລີ້ມ​ການ​ປະຕິບັດ​ງານ​ທາງທະຫານ​ ​ທີ່​ມາລີ ທີ່​ມີ​ວັດຖຸ​ປະສົງ​ເພື່ອ​ເອົາຊະນະ​ພວກ​ຫົວ​ຮຸນ​ແຮງ​ອິສລາມ​ ທີ່ໄດ້​ເຂົ້າຍຶດ​ເອົາ​ພາກສ່ວນ​ນຶ່ງ​ອະດີດ​ຫົວ​ເມືອງ​ຂຶ້ນ​ຂອງຝຣັ່ງ. ມາ​ບັດ​ນີ້ ດ້ວຍ​ກຳລັງທະຫານ 3 ພັນ​ຄົນ ຝຣັ່ງ​ໄດ້​ຂະ
ຫຍາຍ​ການ​ປະຕິບັດ​ງານ​ຂອງ​ຕົນອອກ​ໄປ​ໃນ​ທົ່ວ​ຂົງ​ເຂດ ຮວມທັງ​ໃນ Mauritania
​ແລະ Burkina Faso.

XS
SM
MD
LG