ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອະດີດ ສະມາຊິກສະພາສູງ ສຫລ ເຕືອນເຖິງ 'ໄລຍະທີ່ເປັນອັນຕະລາຍ' ໃນຂ້າງໜ້າ


ອະດີດ ລັດຖະມົນຕີວ່າການຕ່າງປະເທດ ທ່ານ ຈອນ ແຄຣີ ໂອ້ລົມນຳບັນດານັກຂ່າວ ໃນລະຫວ່າງ ກອງປະຊຸມສຸດຍອດ ນຶ່ງໂລກ ຫຼື One Planet, ຢູ່ໃກ້ໆກັບນະຄອນຫຼວງປາຣີ ຂອງຝຣັ່ງ, ວັນທີ 12 ທັນວາ 2017.
ອະດີດ ລັດຖະມົນຕີວ່າການຕ່າງປະເທດ ທ່ານ ຈອນ ແຄຣີ ໂອ້ລົມນຳບັນດານັກຂ່າວ ໃນລະຫວ່າງ ກອງປະຊຸມສຸດຍອດ ນຶ່ງໂລກ ຫຼື One Planet, ຢູ່ໃກ້ໆກັບນະຄອນຫຼວງປາຣີ ຂອງຝຣັ່ງ, ວັນທີ 12 ທັນວາ 2017.

ກຸ່ມນຶ່ງຂອງບັນດາອະດີດສະມາຊິກສະພາສູງສະຫະລັດ ຈາກ ສອງພັກການເມືອງ ທັງ
ພັກເດໂມແຄຣັດ ແລະ ພັກຣີພັບບລີກັນ ກຳລັງຊັກຊວນໃຫ້ພວກສະມາຊິກ ທີ່ດຳລົງ
ຕຳແໜ່ງໃນປັດຈຸບັນ ໃຫ້ພາກັນເປັນ“ຜູ້ພິທັກປະຊາທິປະໄຕຂອງພວກເຮົາ” ແລະ
ບໍ່ໃຫ້ການຜູກພັນຕໍ່ພັກໃດພັກນຶ່ງໂດຍສະເພາະ ບໍ່ໃຫ້ກີດກັ້ນຜົນປະໂຫຍດຂອງຊາດ
ໃນຂະນະທີ່ປະເທດຊາດກຳລັງປະເຊີນກັບ“ວິກິດການໃນຊ່ວງເວລານີ້.”

ກຸ່ມບັນດາອະດີດສະມາຊິກສະພາ ຈຳນວນ 44 ທ່ານ ໄດ້ຂຽນບົດຄວາມ ທີ່ໄດ້ຖືກພິມ ອອກເຜີຍແຜ່ ໂດຍໜັງສືພິມ ວໍຊິງຕັນ ໂພສ໌ ໃນວັນຈັນວານນີ້ ວ່າ ສະຫະລັດ ກຳລັງ
“ເຂົ້າສູ່ໄລຍະອັນຕະລາຍ” ແລະ ພວກເພິ່ນ ຮູ້ສຶກວ່າ ພວກເພິ່ນຈຳເປັນທີ່ຈະຕ້ອງ
“ເວົ້າກ່ຽວກັບການທ້າທາຍທີ່ຮ້າຍແຮງ ຕໍ່ຕົວບົດກົດໝາຍ ຕໍ່ລັດຖະທຳມະນູນ
ຕໍ່ສະຖາບັນການປົກຄອງຕ່າງໆ ແລະ ຕໍ່ຄວາມໝັ້ນຄົງຂອງປະເທດຊາດ.”

ພວກເພິ່ນ ໄດ້ອ້າງອີງເຖິງ ບົດສະຫລຸບຂອງໄອຍະການພິເສດ ທ່ານ ໂຣເບີດ ມັລເລີ
ຊຶ່ງໃນທີ່ສຸດກໍຈະອອກມາເຜີຍແຜ່ ກ່ຽວກັບການສືບສວນສອບສວນ ໃນການແຊກແຊງ
ເຂົ້າໃນການເລືອກຕັ້ງປະທານາທິບໍດີ ປີ 2016 ຂອງຣັດເຊຍ ແລະ ຄວາມເປັນໄປໄດ້
ທີ່ວ່າ ຄະນະໂຄສະນາຫາສຽງ ຂອງປະທານາທິບໍດີ ດໍໂນລ ທຣຳ ວ່າສົມຮູ້ຮ່ວມຄິດກັບ
ຣັດເຊຍ, ພ້ອມດ້ວຍ ແຜນການ ການສືບສວນສອບສວນ ຄະນະລັດຖະບານທ່ານທຣຳ
ໂດຍສະພາຕ່ຳ ທີ່ພັກເດໂມແຄຣັດນຳພາ ນັ້ນ ແມ່ນຈະຖືກກຳນົດໃສ່ເດືອນໜ້າ ຊຶ່ງຈະ
ເປັນການທ້າທາຍທີ່ຕິດຕາມມາ ທ່າມກາງການຂັດແຍ້ງຢູ່ໃນພາກພື້ນ ແລະ ໃນທົ່ວ
ໂລກນຳດ້ວຍ.

ພວກເພິ່ນໄດ້ຂຽນວ່າ “ພວກເຮົາກຳຢູ່ໃນຈຸດປ່ຽນແປ່ງ ຊຶ່ງພື້ນຖານຫຼັກການທັງຫຼາຍ
ຂອງລະບອບປະຊາທິປະໄຕ ແລະ ຜົນປະໂຫຍດ ໃນດ້ານຄວາມໝັ້ນຄົງຂອງພວກ
ເຮົາ ແມ່ນກຳລັງຕົກຢູ່ໃນຄວາມສ່ຽງ ແລະຕົວບົດກົດໝາຍ ແລະ ຄວາມອາດສາ
ມາດ ຂອງສະຖາບັນຕ່າງໆ ທີ່ຈະປະຕິບັດງານໄດ້ຢ່າງເສລີ ແລະເປັນອິດສະຫລະ
ນັ້ນ ຈະຕ້ອງຖືກປົກປັກຮັກສາໄວ້.”

ກຸ່ມດັ່ງກ່າວ ປະກອບດ້ວຍ ທ່ານ ຈອນ ແຄຣີ ທ່ານ ທອມ ແດຊໂຈລ ແລະ ທ່ານ ຄຣິສ
ດອດ ສັງກັດພັກເດໂມແຄຣັດ ພ້ອມດ້ວຍ ທ່ານ ຈອນ ວອຣເນີ ທ່ານ ຣິຊາຣດ໌ ລຸກກາຣ
ແລະ ທ່ານ ຊັກຄ໌ ເຮໂກລ ສັງກັດພັກຣີພັບບລີກັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG