ສະມາຊິກສະພາສູງທັງໝົດ 100 ຄົນ ໄດ້ຖືກເຊີນໄປທຳນຽບຂາວ ໃນວັນພຸດມື້ ອື່ນນີ້
ເພື່ອຟັງລາຍງານລັບ ຊຶ່ງຕົ້ນຕໍ່ແລ້ວແມ່ນຄວາມເປັນຫ່ວງກ່ຽວກັບເກົາຫລີເໜືອ ທີ່ລັດ
ຖະບານສະຫະລັດ ໄດ້ປະກາດໃນວັນຈັນວານນີ້.
ລາຍງານນີ້ ຈະແມ່ນລັດຖະມົນຕີກະຊວງປ້ອງກັນປະເທດ ທ່ານ Jim Mattis ລັດຖະ
ມົນຕີຕ່າງປະເທດ ທ່ານ Rex Tillerson ຫົວໜ້າຫ້ອງການສືບລັບແຫ່ງຊາດ ທ່ານ
Dan Coast ແລະປະທານເສນາທິການຮ່ວມຂອງກອງທັບສະຫະ ລັດ ນາຍພົນ
Joe Dunford ເປັນຜູ້ໃຫ້ການຊີ້ແຈງ.
ໃນຂະນະທີ່ບັນດາສະມາຊິກສະພາ ມັກຈະໄດ້ຟັງລາຍງານລັບຢູ່ທີ່ລັດຖະສະພາ ແຕ່
ເປັນເລື່ອງແປກ ທີ່ພວກທ່ານຈະໄດ້ຟັງລາຍງານນີ້ ຢູ່ທຳນຽບຂາວ ແລະສະມາຊິກ
ສະພາສູງທັງໝົດ ຈະເຂົ້າຮ່ວມນຳດ້ວຍ.
ໃນລະຫວ່າງການຮັບປະທານອາຫານທ່ຽງຢູ່ທຳນຽບຂາວ ກັບບັນດາເອກອັກຄະລັດ
ຖະທູດທີ່ເປັນສະມາຊິກຄວາມໝັ້ນຄົງຂອງສະຫະປະຊາຊາດໃນວັນຈັນວານນີ້ ປະ
ທານາທິບໍດີສະຫະລັດ ຮ້ອງ “ສະພາບການ ທີ່ເປັນຢູ່ໃນເກົາຫຼີເໜືອ” ເວລານີ້ ເປັນທີ່
ຮັບເອົາບໍ່ໄດ້.
ປະທານາທິບໍດີທຣຳ ກ່າວວ່າ ສະພາຄວາມໝັ້ນຄົງຕ້ອງກະກຽມ ການລົງໂທດເພີ້ມ
ຕື່ມ ແລະແຮງຂຶ້ນຕໍ່ໂຄງການນິວເຄລຍແລະລູກສອນໄຟຂີປະນາວຸດຂອງ ເກົາຫລີເໜືອ.
ປະທານາທິບໍດີໄດ້ກ່າວເພີ້ມວ່າ “ເກົາຫລີເໜືອເປັນບັນຫາອັນໃຫຍ່ ສຳລັບໂລກ ແລະເປັນບັນຫາຊຶ່ງໃນທີ່ສຸດພວກເຮົາຕ້ອງໄດ້ແກ້ໄຂ. ຜູ້ຄົນໄດ້ຖືກອັດຕາມາໄດ້
ຫລາຍທົດສະວັດແລ້ວ ແລະບັດນີ້ເຖິງເວລາແລ້ວທີ່ຕ້ອງແກ້ໄຂບັນຫາດັ່ງກ່າວ.”
ອີງຕາມທຳນຽບຂາວແລ້ວ ການໃຫ້ຄວາມເຫັນດັ່ງກ່າວ ມີຂື້ນ ຫລັງຈາກປະທາ ນາທິ
ບໍດີທຣໍາ ໄດ້ໂທລະສັບ ເທື່ອຫລ້າສຸດ ໄປໂອ້ລົມກັບບັນດາຜູ້ນຳຍີ່ປຸ່ນ ຈີນ ແລະເຢຍ
ຣະມັນ ເພື່ອຫາລື ໃນຄວາມເປັນຫ່ວງ ກ່ຽວກັບເກົາຫລີເໜືອ. ການໂທລະສັບຂອງ
ທ່ານເທື່ອຫລ້າສຸດ ໄດ້ມີຂຶ້ນບໍ່ດົນກ່ອນການພົບປະກັບບັນດານັກເອກອັກຄະລັດຖະ
ທູດໃນຕອນເຊົ້າວັນຈັນວານນີ້ ກັບນາຍົກລັດຖະມົນຕີເຢຍຣະ ມັນ ທ່ານນາງ Angela
Merkel ເພື່ອຫາລື ກ່ຽວກັບ “ບັນຫາທ້າທາຍສຸກເສີນໃນດ້ານຄວາມໝັ້ນຄົງ” ທີ່ມາ
ຈາກເກົາຫລີເໜືອ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ