ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກ ສະພາສູງ ສຫລ ກ່າວວ່າ ການເພີ່ມ ພຽງກຳລັງທະຫານ ຈະບໍ່ຊະນະສົງຄາມ ໃນ ອັຟການິສຖານ

ສະມາຊິກສະພາສູງສັງກັດພັກຣີພັບບລີກັນ ທ່ານຈອນ ແມັກເຄນ, ກາງ, ໄປຮອດກອງປະຊຸມຖະແຫລງຂ່າວ ຢູ່ທີ່ສຳນັກງານໃຫຍ່ Resolute Support ໃນນະຄອນຫຼວງກາບູລ ຂອງອັຟການິສຖານ, ວັນທີ 4 ກໍລະກົດ 2017.
ສະມາຊິກສະພາສູງສັງກັດພັກຣີພັບບລີກັນ ທ່ານຈອນ ແມັກເຄນ, ກາງ, ໄປຮອດກອງປະຊຸມຖະແຫລງຂ່າວ ຢູ່ທີ່ສຳນັກງານໃຫຍ່ Resolute Support ໃນນະຄອນຫຼວງກາບູລ ຂອງອັຟການິສຖານ, ວັນທີ 4 ກໍລະກົດ 2017.

ສະມາຊິກສະພາສູງສະຫະລັດ ທີ່ມີອິດທິພົນ ກຸ່ມນຶ່ງ ໄດ້ເຕືອນປະທານາທິບໍດີ ດໍໂນລ
ທຣຳ ວ່າ ການເພີ່ມກຳລັງທະຫານຢ່າງດຽວ ຈະບໍ່ສາມາດຊ່ອຍໃຫ້ເອົາຊະນະສົງຄາມ
ໃນອັຟການິສຖານໄດ້ ແລະ ພວກເພິ່ນເຫັນວ່າ ເປັນບັນຫາທີ່ຂາດການເພັ່ງເລັງ
ໃນດ້ານການທູດ ຊຶ່ງເຮັດໃຫ້ເກີດ “ຄວາມວິຕົກກັງວົນຫຼາຍ.”

ຄະນະ​ຜູ້​ແທນ ທີ່​ປະກອບ​ດ້ວຍສະມາຊິກສະພາສູງ 5 ທ່ານ ຈາກທັງສອງພັກການເມືອງ
ທີ່ນຳພາໂດຍສະມາຊິກສະພາສູງສັງກັດພັກຣີພັບບລີກັນ ທ່ານຈອນ ແມັກເຄນ ໄດ້ໃຫ້
ຂໍ້ສັງເກດ ດັ່ງກ່າວ ເມື່ອວັນອັງຄານວານນີ້ ໃນລະຫວ່າງການເດີນທາງໄປຍັງນະຄອນ
ຫຼວງ ກາບູລ ​ໃນຂະນະທີ່ລັດຖະບານທ່ານທຣຳພວມກະກຽມທີ່ຈະເປີດ ເຜີຍແຜນການ
ສະບັບນຶ່ງໃນທ້າຍເດືອນນີ້ ເພື່ອຈະຜາບແພ້ການຟື້ນ​ໂຕຄືນຂອງກຸ່ມຕາລີບານ.

ສະມາຊິກສະພາສູງສັງກັດພັກຣີພັບບລີກັນ ທ່ານຈອນ ແມັກເຄນ, ກາງ, ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຢູ່ທີ່ສຳນັກງານໃຫຍ່ Resolute Support ໃນນະຄອນຫຼວງກາບູລ ຂອງອັຟການິສຖານ, ວັນທີ 4 ກໍລະກົດ 2017.
ສະມາຊິກສະພາສູງສັງກັດພັກຣີພັບບລີກັນ ທ່ານຈອນ ແມັກເຄນ, ກາງ, ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຢູ່ທີ່ສຳນັກງານໃຫຍ່ Resolute Support ໃນນະຄອນຫຼວງກາບູລ ຂອງອັຟການິສຖານ, ວັນທີ 4 ກໍລະກົດ 2017.

ແຜນຍຸດທະສາດທີ່ຈະນຳສະເໜີ ແມ່ນຄາດກັນວ່າ ຈະເພີ່ມກຳລັງທະຫານສະຫະລັດ
ຕື່ມອີກຫຼາຍພັນຄົນ ​ໃສ່​ກຳລັງ​ອາ​ເມຣິກັນປະມານ 8,600 ຄົນ ທີ່ປະ ຈຳການ ໃນ
ອັຟການິສຖານຢູ່ແລ້ວນັ້ນ ເພື່ອຊ່ອຍກຳລັງຮັກສາຄວາມປອດໄພຂອງອັຟການິສຖານ
ທີ່ກຳລັງດິ້ນຮົນຕໍ່ສູ້​ເພື່ອ​ຮັບ​ມື​ກັບ​ການ​ກໍ່ກະບົດ.

ທ່ານແມັກເຄນ ໄດ້ບອກບັນດານັກຂ່າວ ຫຼັງຈາກການເຈລະຈາກັບບັນດາຜູ້ນຳຂອງ
ອັຟການິສຖານ ວ່າ “ພວກເຮົາຕ້ອງມີແຜນຍຸດທະສາດ ເພື່ອຈະໄດ້ຮັບໄຊຊະນະ.
ປະເທດທີ່ເຂັ້ມແຂງທີ່ສຸດໃນໂລກ ຄວນສາມາດເອົາຊະນະບັນຫາຂັດແຍ້ງນີ້ໄດ້
ແລະ ພວກເຮົາກຳລັງສ້າງແຜນຍຸດທະສາດຂຶ້ນມາ ທີ່ຈະເຮັດ ເຊັ່ນນັ້ນ. ແລະ
ພວກເຮົາຮູ້ສຶກຜິດຫວັງທີ່ວ່າ ຍັງບໍ່ມີການຄົ້ນຄວ້າແຜນຍຸດທະສາດເທື່ອ ເວົ້າ
ແບບກົງໄປກົງມາ ກັບພວກທ່ານ.”

ທ່ານກ່າວອີກວ່າ ສະຖານະການດ້ານຄວາມໝັ້ນຄົງໃນປັດຈຸບັນ ຢູ່ອັຟການິສຖານ
ແມ່ນເລື່ອງທີ່ຄະນະຜູ້​ແທນຂອງທ່ານ ເປັນຫ່ວງເປັນໃຍ. ທ່ານແມັກເຄນ ໄດ້ຊີ້ໃຫ້
ເຫັນວ່າ “ແຕ່ລະທ່ານໃນຄະນະຂອງພວກເຮົາ ອາດຈະອະທິບາຍເຖິງຄວາມ
ເປັນຫ່ວງ ແບບສ່ວນຕົວຂອງພວກເພິ່ນເອງ ແຕ່ບໍ່ມີຜູ້ໃດເລີຍ ຈະກ່າວໄດ້ວ່າ
ພວກເຮົາກຳລັງຫັນໄປໃນທິດທາງ ແຫ່ງຄວາມສຳເລັດ ໃນອັຟການິສຖານ.”

ສະມາຊິກສະພາສູງສັງກັດພັກຣີພັບບລີກັນ ທ່ານ ລິນສີ່ ແກຣມ, ຂວາ, ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຢູ່ສຳນັກງານໃຫຍ່ Resolute Support ໃນນະຄອນຫຼວງ ກາບູລ ຂອງອັຟການິສຖານ, ວັນທີ 4 ກໍລະກົດ 2017. ສະມາຊິກສະພາສູງ ທ່ານນາງ ອີລີຊາແບັບ ໂວລເລີນ ຢືນຢູ່ເບື້ອງຂວາຂອງທ່ານແກຣມ.

ສະມາຊິກຂອງຄະນະຜູ້ແທນ ອີກທ່ານນຶ່ງ ທ່ານ Linsey Graham ຮຽກຮ້ອງ​ໃຫ້
ລັດຖະມົນຕີການຕ່າງປະເທດ Rex Tillerson ໄປຢຽມຢາມອັຟການິສຖານ ​ໂດຍ ໄວທີ່ສຸດເທົ່າທີ່ເປັນໄປໄດ້ ເພື່ອພົວພັນໂດຍກົງດ້ວຍຕົວທ່ານເອງ ໃນເລື່ອງການ
ແຕ່ງ ຕັ້ງພະນັກງານປະຈຳ ສະຖານທູດທີ່ເປົ່າວ່າງ ພ້ອມກັນກັບ ຕຳແໜ່ງຕ່າງໆ
ທີ່ຍັງເປົ່າວ່າງຢູ່ ໃນກະຊວງການຕ່າງປະເທດນຳດ້ວຍ ເພື່ອທີ່ຈະຮັບມືກັບບັນຫາ
ທ້າທາຍທາງດ້ານການທູດຂອງພົນລະເຮືອນ ທີ່ກຳລັງ​ປະ​ເຊີນ​ໜ້າ​ກັບ ການ​ປະຕິບັດ
​ງານ ​ຂອງ​ສະຫະລັດຢູ່ນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG