ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະ​ພາ​ສູງ ສ​ຫລ ຈະ​ລົງຄະ​ແນນ​ສຽງ ຕໍ່ 2 ຮ່າງ​ກົດ​ໝາຍ ເພື່ອ​ຍຸ​ຕິ ການ​ປິດ​ລັດ​ຖະ​ບານ


ທ່ານ​ມິ​ຈ ແມັກ​ຄອນ​ແນ​ລ ຜູ້​ນຳ​ສຽງ​ສ່ວນ​ຫຼາຍ​ໃນ​ສະ​ພາ​ສູງ ພວມ​ຖະ​ແຫຼງ​ຕໍ່​ພວກ​ນັກ​ຂ່າວ ທີ່​ຕຶກ​ລັດ​ຖະ​ສະ​ພາ ເມື່ອ​ວັນ​ທີ 15 ມັງ​ກອນ 2019.
ທ່ານ​ມິ​ຈ ແມັກ​ຄອນ​ແນ​ລ ຜູ້​ນຳ​ສຽງ​ສ່ວນ​ຫຼາຍ​ໃນ​ສະ​ພາ​ສູງ ພວມ​ຖະ​ແຫຼງ​ຕໍ່​ພວກ​ນັກ​ຂ່າວ ທີ່​ຕຶກ​ລັດ​ຖະ​ສະ​ພາ ເມື່ອ​ວັນ​ທີ 15 ມັງ​ກອນ 2019.

ມີກຳໜົດວ່າ ສະພາສູງສະຫະລັດ ຈະລົງຄະແນນສຽງ ໃນວັນພະຫັດມື້ນີ້ ໃນຄວາມພະ
ຍາມຂອງ​ແຕ່​ລະ​ພັກທີ່​ແຂ່ງ​ຂັນ​ກັນເພື່ອຍຸຕິການປິດລັດຖະບານກາງບາງສ່ວນ ຊຶ່ງດຽວ
ນີ້ ໄດ້ຍ່າງເຂົ້າເປັນເດືອນທີສອງແລ້ວ ແຕ່ວ່າບໍ່ມີຂໍ້ສະເໜີໃດ ທີ່ເຫັນວ່າ ຈະຜ່ານສະພາ ຢ່າງສະດວກ ເພື່ອໃຫ້ໄດ້ ໄປເຖິງໂຕະຂອງປະທານາທິບໍດີ ດໍໂນລ ທຣຳ.

ການລົງຄະແນນສຽງອັນນຶ່ງ ໃນຕອນບ່າຍມື້ນີ້ກໍຄື ມາດຕະການຂອງພັກຣິພັບບລິກັນ ທີ່
ລວມຢູ່ກັບ ຄຳຮຽກຮ້ອງຂອງທ່ານທຣຳ ມູນຄ່າ 5 ພັນ 7 ຮ້ອຍລ້ານໂດລາ ເພື່ອສ້າງກຳ
ແພງ ເລາະຕາມຊາຍແດນສະຫະລັດ ຕິດ​ກັບເມັກຊິໂກ ລວມໃສ່ກັບເລື້ອງ ການປະຕິຮູບ
ລະ​ບົບຄົນເຂົ້າເມືອງ ທີ່ຈຳກັດ ຢູ່ໃນເງິນທຶນ ເພື່ອໃຫ້ລັດຖະບານ​ດຳ​ເນີນ​ກິດ​ຈະ​ການໄປ ຈົນໝົດປີງົບປະມານໃນປັດຈຸບັນ ປີນີ້.

ນອກຈາກນັ້ນແລ້ວ ສະພາສູງ ຍັງຈະລົງຄະແນສຽງ ກ່ຽວກັບຂໍ້ສະເໜີຂອງພວກ ເດໂມ
ແຄຣັດ ທີ່ໃຫ້ມີທຶນດຳເນີນລັດຖະບານໄປຈົນເຖິງວັນທີ 8 ເດືອນກຸມພາ ນີ້ນຳ. ມາດຕະ
ການດັ່ງກ່າວນີ້ບໍ່ລວມເອົາເລື້ອງຄວາມປອດໄພຊາຍແດນ ຫຼືເລື້ອງການເຂົ້າເມືອງແລະ
ແມ່ນສະເພາະ ກ່ຽວກັບການເປີດ ອົງການຕ່າງໆ ທີ່ພວມປິດຢູ່ຂອງລັດຖະບານຄືນ ທັງ
ຈະເປີດໂອກາດໃຫ້ບັນດາຜູ້ນຳລັດຖະສະ ພາ ແລະທຳນຽບຂາວ ໃຫ້ຫາທາງຕົກລົງກັນ ກ່ຽວກັບບັນຫາທີ່ຍັງຄ້າງຄາຢູ່ທີ່ເປັນສິ່ງກີດຂວາງຕໍ່ການອະນຸມັດເງິນທຶນ ໃນເດືອນທັນ ວາຜ່ານມາ.

ທ່ານ​ແຈັ​ຟ ເຮີ​ເຣ​ມາ ທີ່​ຖືກ​ພັກ​ການ ຍ້ອນ​ການ​ປິດ​ລັດ​ຖະ​ບານ ຈາກ​ອົງ​ການ ອີ​ພີ​ເອຖື​ປ້າຍ​ປະ​ທ້ວງ ຢູ່ນອກ​ຫ້ອງ​ການ ສະ​ມາ​ຊິກ​ສະ​ພາ​ສູງ ມິ​ຈ ແມັກ​ຄອນ​ແນ​ລ ທີ່​ເມືອງ​ພາກ​ຮີ​ລ ລັດ​ເຄັນ​ຕັກ​ກີ ເມື່ອ​ວັນ​ທີ 22 ມັງ​ກອນ 2019
ທ່ານ​ແຈັ​ຟ ເຮີ​ເຣ​ມາ ທີ່​ຖືກ​ພັກ​ການ ຍ້ອນ​ການ​ປິດ​ລັດ​ຖະ​ບານ ຈາກ​ອົງ​ການ ອີ​ພີ​ເອຖື​ປ້າຍ​ປະ​ທ້ວງ ຢູ່ນອກ​ຫ້ອງ​ການ ສະ​ມາ​ຊິກ​ສະ​ພາ​ສູງ ມິ​ຈ ແມັກ​ຄອນ​ແນ​ລ ທີ່​ເມືອງ​ພາກ​ຮີ​ລ ລັດ​ເຄັນ​ຕັກ​ກີ ເມື່ອ​ວັນ​ທີ 22 ມັງ​ກອນ 2019

ທ່ານນາງ ແນນຊີ ເພໂລຊີ ປະທານສະພາຕໍ່າກ່າວວ່າ “ພວກສະ​ມາ​ຊິກສະພາຕໍ່າພັກເດ
ໂມແຄຣັດ ສະໜັບສະໜູນຄວາມປອດໄພຊາຍແດນທີ່ສະຫຼາດສ່ອງ​ໃສ ແລະມີປະສິດທິ
ຜົນ. ແຕ່ພວກເຮົາຈະບໍ່ສະສະໜັບສະໜູນ ການຍຶດເອົາຂອງປະທານາທິບໍດີ ສຸກຂະອະ
ນາໄມ ຄວາມປອດໄພ ແລະແຊັກຄ່າແຮງງານ ຂອງຊາວອາເມຣິກັນ ໄວ້ເປັນຕົວປະກັນ ຍ້ອນໄດ້ຮັບສຽງຕົບມືໃນເວລາໂຄສະນາຫາ ສຽງນັ້ນ.”

ທ່ານ Mitch McConnell ຜູ້ນຳສຽງສ່ວນຫຼາຍໃນ​ສະ​ພາ​ສູງ ຈາກລັດເຄັນຕັກກີ ໄດ້ຊຸກ
ຍູ້ໃຫ້ພວກເດໂມແຄຣັດຮັບເອົາມາດຕະການ ຂອງພັກຣິພັບບລິກັນ ຊຶ່ງ ຈະໃຫ້ການຄຸ້ມ
ຄອງຊົ່ວຄາວ ແກ່ພວກຄົນເຂົ້າເມືອງອາເມຣິກາທີ່ຜິດກົດໝາຍໃນຕອນທີ່ພວກເຂົາເຈົ້າ ຍັງເປັນເດັກນ້ອຍຢູ່ ຊຶ່ງບາງຄົນກໍແມ່ນ ຖືກປົກປ້ອງໄວ້ ຈາກການຖືກເນລະເທດ ໂດຍ
ໂຄງການນຶ່ງ ຂອງລັດຖະບານໂອບາມາ ທີ່ຮູ້ກັນວ່າ ດາກາ ນັ້ນ ຊຶ່ງທ່ານທຣຳກຳລັງຫາ
ທາງລົບລ້າງຢູ່.

ທ່ານ McConnell ເວົ້າວ່າ “ມັນເຖິງເວລາແລ້ວ ທີ່ຈະຕົກລົງກັນ ແລະກໍໂຊກດີ ທີ່ດຽວນີ້ ຂໍ້ຕົງລົງ ແມ່ນຢູ່ເທິງໂຕະເຈລະຈາແລ້ວ. ມັນເປັນຂໍ້ຕົກລົງສຳລັບ ທຸກໆຄົນຜູ້ທີ່ຢາກເປີດ
ລັດຖະບານຄືນໃໝ່ ຢາກລົງທຶນໃສ່ຄວາມປອດໄພຂອງ ຊາຍແດນ ແລະຢາກສ້າງຄວາມ
ໝັ້ນຄົງຂຶ້ນຫຼາຍກວ່າເກົ່າ ໃຫ້ພວກທີ່ໄດ້ຮັບຜົນ ປະໂຫຍດຈາກ ດາກາ.”

ຜູ້ນຳສຽງສ່ວນໜ້ອຍໃນສະພາສູງ ທ່ານ Chuck Schumer ທີ່ສັງກັດພັກເດໂມແຄຣັດ ຈາກລັດນິວຢອກ ມີທັດສະນະທີ່ຕ່າງ​ໄປ ໂດຍເວົ້າວ່າ ຂໍ້ສະເໜີ ຂອງພັກຣີພັບບລິກັນ “ເປັນການຍຶດເອົາ ຂ້າລັດຖະການ 800,000 ຄົນ ໄວ້ ເປັນຕົວປະກັນ ຕົວປະກັນຊາວ
ອາເມຣິກັນນັບເປັນລ້ານໆຄົນ ນອກຈາກວ່າ ພວກຜູ້ດັດແປງແກ້ໄຂຮ່າງຂໍ້ສະເໜີຣິພັບ
ບລິກັນ ຈະໄດ້ຕາມໃຈເຂົາເຈົ້າ ໃນເລື້ອງກຳ​ແພງຊາຍແດນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG