ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະ​ມ​າ​ຊິກ​ສະ​ພາ​ສູງ ສະ​ຫະ​ລັດ ເດີນ​ທາງ​ໄປ ຢູ​ເຄ​ຣນ ສັນ​ຍາ​ຈະ​ສືບ​ຕໍ່​ໃຫ້​ການ​ຊ່ວຍ​ເຫຼືອ ກ່ອນ​ລະ​ດູ​ໜາວ


ສະ​ມາ​ຊິກ​ສະ​ພາ​ສູງ ສະ​ຫະ​ລັດ ທ່ານ ຄ​ຣິ​ສ ຄູນ​ສ໌, ຊ້າຍ, ທັກ​ທາຍ​ອາ​ສາ​ສະ​ໝັກ​ຄົນ​ນຶ່ງ ໃນ​ຂະ​ນະ​ທີ່​ທ່ານ​ຢ້ຽມ​ຢາມ​ສູນ​ການ​ແຈກ​ຢາຍ​ຂອງ ອົງ​ການ​ເພື່ອ​ການ​ຊ່ວຍ​ເຫຼືອ​ສາ​ກົນ ສະ​ຫະ​ລັດ​ໃນ​ນະ​ຄອນຫຼວງ ກີ​ຢິບ, 3 ພະ​ຈິກ 2022.
ສະ​ມາ​ຊິກ​ສະ​ພາ​ສູງ ສະ​ຫະ​ລັດ ທ່ານ ຄ​ຣິ​ສ ຄູນ​ສ໌, ຊ້າຍ, ທັກ​ທາຍ​ອາ​ສາ​ສະ​ໝັກ​ຄົນ​ນຶ່ງ ໃນ​ຂະ​ນະ​ທີ່​ທ່ານ​ຢ້ຽມ​ຢາມ​ສູນ​ການ​ແຈກ​ຢາຍ​ຂອງ ອົງ​ການ​ເພື່ອ​ການ​ຊ່ວຍ​ເຫຼືອ​ສາ​ກົນ ສະ​ຫະ​ລັດ​ໃນ​ນະ​ຄອນຫຼວງ ກີ​ຢິບ, 3 ພະ​ຈິກ 2022.

ສະ​ມາ​ຊິກ​ສະ​ພາ​ສູງ ສະ​ຫະ​ລັດ ສອງ​ທ່ານ​ ໄດ້​ພົບປະ​ກັບ​ບັນ​ດາ​ຄອບ​ຄົວຂອງ​ປະ​ຊາ​ຊົນໃນ​ນະ​ຄອນຫຼວງຂອງ ຢູ​ເຄ​ຣນ ໃນ​ວັນ​ພະ​ຫັດ​ວານນີ້ ແລະ ສັນ​ຍາ​ທີ່​ຈະ​ສືບ​ຕໍ່​ໃຫ້​ການ​ສະ​ໜັບ​ສະ​ໜູນ​ດ້ານ​ມະ​ນຸດ​ສະ​ທຳ​ສຳ​ລັບ​ປະ​ເທດ​ທີ່​ຖືກ​ທຳ​ລາຍ​ໂດຍ​ສົງ​ຄາມນັ້ນ ໃນ​ຂະ​ນະ​ທີ່​ລະ​ດູ​ໜາວ​ຫຍັບ​ໃກ້​ເຂົ້າ​ມາ.

ທ່ານ ຄ​ຣິ​ສ ຄູ​ນ​ສ໌ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ແລະ ທ່ານ ຣອບ ພອດ​ແມນ ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ​ໄດ້​ກ່າວ​ຢ້ຳ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ພວກ​ທ່ານ​ຕໍ່​ປະ​ຊາ​ຊົນ​ຂອງ ຢູ​ເຄ​ຣນ ໃນ​ຂະ​ນະ​ທີ່​ກຳ​ລັງ​ຢ້ຽມ​ຢາມ​ສູນ​ແຈກ​ຢາຍ​ໃນ​ນະ​ຄອນຫຼວງ ກີ​ຢິບ ແລະ ໄດ້​ລົມກັບ​ບັນ​ດາ​ຄອບ​ຄົວ​ທີ່​ກຳ​ລັບ​ກະ​ກຽມ​ສຳ​ລັບ​ລະ​ດູ​ທີ່​ມືດ ແລະ ໜາວ ດ້ວຍ​ອາຍ​ອຸ່ນ ແລະ ໄຟ​ຟ້າ​ທີ່ບໍ່​ພຽງ​ພໍ​.

ບັນ​ດາ​ເຈົ້າ​ໜ້າ​ທີ່ ຢູ​ເຄ​ຣນ ໄດ້​ກ່າວ​ວ່າ​ການ​ໂຈມ​ຕີ​ຂອງ ຣັດ​ເຊຍ ໃສ່​ພື້ນ​ຖານ​ໂຄງ​ລ່າງ​ໄດ້​ເຮັດ​ໃຫ້​ລະ​ບົບ​ພະ​ລັງ​ງານ​ຂອງ​ປະ​ເທດ​ເສຍ​ໄປ 40 ເປີ​ເຊັນ, ຕັດ​ໄຟ​ຟ້າ​ຂອງ​ປະ​ຊາ​ຊົນຫຼາຍ​ພັນ​ຄົນ. ເຖິງ​ແມ່ນ​ວ່າ​ບັນ​ດາ​ພະ​ນັກ​ງານ​ໄດ້​ທຳ​ການ​ສ້ອ​ມ​ແປງ​ໃຫ້​ໄວ​ເທົ່າ​ທີ່​ຈະ​ໄວ​ກໍ​ຕາມ, ມັນ​ຍັງ​ບໍ່​ແນ່ນອນ​ວ່າ​ເຂົາ​ເຈົ້າ​ຈະ​ສາ​ມາດ​ຮັບ​ມື​ກັບ​ຄວາມ​ເສຍ​ຫາຍ​ທັນຫຼືບໍ່.

ທ່ານ ພອດ​ແມນ ໄດ້​ກ່າວ​ຢູ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ວ່າ “ຣັດ​ເຊຍ ໄດ້​ຕອບ​ໂຕ້​ຕໍ່​ຄວາມ​ສຳ​ເລັດ​ຂອງ ຢູ​ເຄ​ຣນ ໃນ​ສະ​ໜາມ​ລົບ​ດ້ວຍ​ການ​ໂຈມ​ຕີ​ໃສ່​ສະ​ຖານ​ທີ່ໆ​ບໍ່​ແມ່ນ​ສະ​ໜາມ​ລົບ​ອີກ​ຄັ້ງ​ນຶ່ງ ແຕ່​ໂຈ​ມ​ຕີ​ພົນ​ລະ​ເຮືອນ​ຂອງ ຢູ​ເຄ​ຣນ. ພະ​ຍາ​ຍາມ​ທີ່​ຈະ​ມອດ​ໄຟ, ມອດ​ອາຍ​ຮ້ອນ, ມອດ​ນ້ຳ. ມັນ​ເປັນ​ຄວາມ​ຂີ້​ຂາດ​ຕາ​ຂາວ. ມັນ​ໂຫດ​ຮ້າຍ.” ພວກ​ເຮົາ​ບໍ່​ສາ​ມາດ​ປ່ອຍ​ໃຫ້​ມັນ​ເປັນ​ແນວນີ້​ໄດ້.”

ນັບ​ຕັ້ງ​ແຕ່ ຣັດ​ເຊຍ ໄດ້​ບຸກ​ລຸກ ຢູ​ເຄ​ຣນ ໃນ​ເດືອນ​ກຸມ​ພາ​ທີ່​ຜ່ານ​ມາ, ລັດ​ຖະ​ບານ ສະ​ຫະ​ລັດ ໄດ້​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ມູນ​ຄ່າ ນຶ່ງ​ພັນ​ຫ້າ​ຮ້ອຍ​ລ້ານ​ໂດ​ລາ​ໃຫ້​ປະ​ຊາ​ຊົນຫຼາຍ​ລ້ານ​ຄົນ​ໃນ​ຢູ​ເຄ​ຣນ ແລະ ປະ​ເທດ​ທີ່​ຢູ່​ໃກ້​ຄຽງ, ອີງ​ຕາມ​ອົງ​ການ​ເພື່ອ​ການ​ພັດ​ທະ​ນາ​ສາ​ກົນ​ຂອງ ສະ​ຫະ​ລັດ.

ໃນ​ເດືອນ​ທີ່​ຜ່ານ​ມາ, ສະ​ຫະ​ລັດ ໄດ້​ປະ​ກາດ​ການ​ລົງ​ທຶນ 55 ລ້ານ​ໂດ​ລາ​ ໃນ​ພື້ນ​ຖານ​ໂຄງ​ລ່າງ​ອາຍ​ອຸ່ນໄລ​ຍະ​ຫ້າ​ປີ​ຂອງ ຢູ​ເຄ​ຣນ ເພື່ອ​ສະ​ໜັບ​ສະ​ໜູນ​ການ​ສ້ອມ​ແປງ ແລະ ການ​ບົວ​ລະ​ບັດ​ທໍ່​ອາຍ​ແກັ​ສ ແລະ ອຸ​ປະ​ກອນ​ອື່ນໆ​ທີ່​ຈຳ​ເປັນ​ຕໍ່​ການ​ໃຫ້​ອາຍ​ອຸ່ນ​ເຮືອນ, ໂຮງ​ໝໍ, ໂຮງ​ຮຽນ ແລະ ທຸ​ລະ​ກິດ​ຕ່າງໆ.

ການ​ເດີນ​ທາງ​ຂອງ​ທ່ານ ຄູນ​ສ໌ ແລະ ທ່ານ ພອດ​ແມນ ແມ່ນ​ໄດ້​ເກີດ​ຂຶ້ນບໍ່​ເຖິງ​ນຶ່ງ​ອາ​ທິດ​ກ່ອນ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ​ທີ່​ສຳ​ຄັນ​ຂອງ ສະ​ຫະ​ລັດ. ທ່ານ ຄູ​ນ​ສ໌ ໄດ້​ກ່າວ​ວ່າ​ການ​ເລືອກ​ຕັ້ງ​ຈະ​ບໍ່​ສົ່ງ​ຜົນ​ກະ​ທົບ ​ຕໍ່​ການ​ສະ​ໜັບ​ສະ​ໜູນ​ສຳ​ລັບ​ຢູ​ເຄ​ຣນ​ໃນ​ອະ​ນາ​ຄົດ, ບໍ່​ວ່າ​ຜົນ​ຈະ​ອອກ​ມາ​ແນວ​ໃດ​ກໍ່​ຕາມ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG