ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ມາ​ຊິກ​ສະ​ພາ ສະ​ຫະ​ລັດ ຫວັງ​ທີ່​ຈະ​ພົບ​ປະ​ກັບ​ປະ​ທານ​ປະ​ເທດ ສີ


ປະ​ທານ​ປະ​ເທດ ຈີນ ທ່ານ ສີ ຈິ່ນ​ຜິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ BRICS 2023, ນະ​ຄອນຫຼວງ ໂຈ​ແຮນ​ເນັ​ສ​ເບີກ, ອາ​ຟ​ຣິ​ກາໃຕ້, 23 ສິງ​ຫາ 2023.
ປະ​ທານ​ປະ​ເທດ ຈີນ ທ່ານ ສີ ຈິ່ນ​ຜິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ BRICS 2023, ນະ​ຄອນຫຼວງ ໂຈ​ແຮນ​ເນັ​ສ​ເບີກ, ອາ​ຟ​ຣິ​ກາໃຕ້, 23 ສິງ​ຫາ 2023.

ສ​ະ​ມ​າ​ຊິກ​ສະ​ພາ​ສູງ ສະ​ຫະ​ລັດ ຈາກ​ສອງ​ພັກ​ການ​ເມືອງ​ກຸ່ມ​ນຶ່ງ​ຈະ​ໄປ​ຢ້ຽມ​ຢາມ ຈີນ ໃນ​ອາ​ທິດ​ໜ້າ​ດ້ວຍ​ຄວາມ​ຫວັງ​ທີ່​ຈະ​ພົບ​ປະ​ກັບ​ປະ​ທານ​ປະ​ເທດ ຈີນ ທ່ານ ສີ ຈິ່ນ​ຜິງ.

ຜູ້​ນຳ​ສຽງ​ສ່ວນຫຼາຍ​ສະ​ພາ​ສູງ ທ່ານ ຈັກ ຊູກ​ເມີ ແລະ ສະ​ມາ​ຊິກ​ສະ​ພາ​ສູງ​ພັກ​ຣີ​ພັບ​ບ​ລີ​ກັນ ທ່ານ ໄມ​ຄ໌ ເຄ​ຣ​ໂປ ແມ່ນ​ລວມ​ຢູ່​ໃນ​ຜູ້​ທີ່​ມີ​ກຳ​ນົດ​ຈະ​ເດີນ​ທາງ​ນັ້ນ.

ຫ້ອງ​ການ​ຂອງ​ທ່ານ ຊູ​ເມີ ໄດ້​ກ່າວ​ໃນ​ເດືອນ​ທີ່​ຜ່ານ​ມາ​ວ່າ​ການ​ເດີນ​ທາງ​ດັ່ງ​ກ່າວ​ຍັງ​ຈະ​ລວມ​ມີ​ການ​ຢຸດ​ແວ່ທີ່ ຍີ່​ປຸ່ນ ແລະ ເກົາຫຼີ​ໃຕ້.

ການ​ເດີນ​ທາງນັ້ນ​ຈະ​ມີ​ຂຶ້ນ​ໃນ​ເວ​ລາ​ທີ່​ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ໄດ້​ຂະ​ຫຍາຍ​ການ​ພົວ​ພັນ​ກັບບັນ​ດາ​ເຈົ້າ​ໜ້າ​ທີ່ ຈີນ, ລວມ​ທັງ​ການ​ຢ້ຽມ​ຢາມ ຈີນ ໂດຍ​ລັດ​ຖະ​ມົນ​ຕີ​ການ​ຕ່​າງ​ປະ​ເທດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ ທ່ານ​ນາງ ຈາ​ເນັດ ແຢ​ລ​ເລັນ ແລະ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ ທ່ານນາງ ຈີ​ນາ ໄຣ​ມອນ​ໂດ.

ນອກ​ຈາກ​ການ​ສະ​ແດງ​ຄວາມ​ຕ້ອງ​ການ​ທີ່​ຈະ​ເປີດ​ເສັ້ນ​ສາຍ​ຂອງ​ການ​ສື່​ສານ​ນັ້ນ, ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ຍັງ​ໄດ້​ເນັ້ນ​ຢ້ຳ​ເຖິງ​ຄວາມ​ຈຳ​ເປັນ​ທີ່​ຈະ​ແກ້​ໄຂ​ບັນ​ຫາ​ຕ່າງໆ​ເຊັ່ນ​ການ​ຄ້າ ແລະ ສິ່ງ​ທ້າ​ທາຍ​ຕ່າງໆ​ທີ່ທຸ​ລະ​ກິດ​ ສະ​ຫະ​ລັດ ໄດ້​ປະ​ເຊີນ​ໃນ​ການ​ປະ​ຕິ​ບັດ​ງານ​ໃນ ຈີນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG