ສະມາຊິກສະພາສູງ ຈາກທັງສອງພັກການເມືອງ ຂອງສະຫະລັດ ໄດ້ສະແດງຄວາມວິຕົກກັງວົນເພີ້ມຂຶ້ນ ໃນວັນສຸກແລ້ວ ກ່ຽວກັບ ການຮ່ວມມືທາງທະຫານລະຫວ່າງເກົາຫຼີເໜືອ ແລະຣັດເຊຍ ແລະພວກທ່ານກ່າວວ່າ ເຮັດໃຫ້ມີການເນັ້ນໜັກຕື່ມຂຶ້ນເຖິງຄວາມຈຳເປັນ ໃນການໃຫ້ຄວາມສະໜັບສະໜຸນ ຂອງສະຫະລັດ ແກ່ປະເທດຢູເຄຣນ. ນັກຂ່າວວີໂອເອ ເຈັຟ ຄາສເຕີ (Jeff Custer) ມີລາຍງານ ກ່ຽວກັບເລື້ອງນີ້ ຊຶ່ງໄພສານ ຈະນຳເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ໃນການໃຫ້ຄວາມເຫັນທີ່ມີຂຶ້ນຕ່າງຫາກຕໍ່ນັກຂ່າວວີໂອເອພະແນກພາສາເກົາຫຼີ ນາງໂຈເອິນ ລີ (Joeun Lee) ໃນວັນສຸກແລ້ວນີ້ ບັນດາສະມາຊິກສະພາສູງຂອງສະຫະລັດກ່າວວ່າ ການຮ່ວມມືທາງທະຫານລະຫວ່າງເກົາຫຼີເໜືອກັບຣັດເຊຍ ອາດຊ່ວຍໃຫ້ປະເທດທັງສອງ ເສີມຂະຫຍາຍຄວາມອາດສາມາດ ດ້ານການທະຫານຂອງພວກເຂົາເຈົ້າ.
ສະມາຊິກສະພາສູງຄຣິສ ຄູນສ໌ ຈາກລັດເດລາແວ ກ່າວວ່າ:
“ຂ້າພະເຈົ້າມີຄວາມເປັນຫ່ວງວ່າ ປືນໃຫຍ່ຂອງເກົາຫຼີເໜືອ ຖືກສົ່ງມາຊ່ວຍຣັດເຊຍໃນເວລາທີ່ມີຄວາມຫຼໍ່ແຫຼມແລະລູກສອນໄຟຂີປະນາວຸດຂອງເກົາຫຼີເໜືອຈະຊ່ວຍຣັດເຊຍໃນການໂຈມຕີຢ່າງໂຫດຮ້າຍ ຕໍ່ສູນກາງຂອງພົນລະເຮືອນ ໃນທົ່ວປະເທດຢູເຄຣນ.”
ສ່ວນສະມາຊິກສະພາສູງ ຈາກພັກຣີພັບບລີກັນ ທ່ານພີດ ຣິກແກັດສ໌ ກ່າວວ່າ ຄວາມສຳພັນສອງຝ່າຍລະຫວ່າງຣັດເຊຍ ແລະເກົາຫຼີເໜືອ ແມ່ນໝາຍຄວາມວ່າ ສະຫະລັດໃຫ້ເງິນສະໜັບສະໜຸນເພີ້ມຂຶ້ນ ແກ່ຢູເຄຣນ ຊຶ່ງໃນເວລານີ້ ພວມໄດ້ຮັບການຂັດຂວາງຢູ່ໃນການອະພິປາຍດ້ານງົບປະມານຂອງສະພາຕ່ຳ ແລະທຳນຽບຂາວ ຈຳເປັນຕ້ອງໄດ້ເຮັດໃຫ້ ເປັນບູລິມະສິດອັນສຳຄັນ.
“ສິ່ງທີ່ພວກເຮົາຕ້ອງໄດ້ກະທຳກໍຄືເຮັດໃຫ້ເປັນທີ່ແນ່ໃຈວ່າ ພວກເຮົາສະໜັບສະໜຸນພັນທະມິດຂອງພວກເຮົາ” ທ່ານຣິກແກັດສ໌ ກ່າວ ແລະທ່ານກໍກ່າວຕື່ມວ່າ ສະຫະລັດຕ້ອງ “ເຮັດໃຫ້ເປັນທີ່ແນ່ໃຈວ່າ ທະຫານຢູເຄຣນໄດ້ຮັບໃນສິ່ງທີິ່ພວກເຂົາຕ້ອງການ ເພື່ອໃຫ້ສາມາດຕີໂຕ້ (ທະຫານຣັດເຊຍ) ຄືນໄດ້.”
ສະມາຊິກສະພາສູງ ສັງກັດພັກເດໂມແຄຣັດ ທ່ານຄຣິສ ແວນ ໂຮນເລັນ ກໍໄດ້ສະທ້ອນໃຫ້ເຫັນເຖິງຄວາມຮູ້ສຶກຂອງທ່ານຣິກແກັດສ໌ ໂດຍກ່າວວ່າ “ການຈັດສົ່ງອາວຸດທີ່ພວມດຳເນີນຢູ່ຕໍ່ມາຂອງເກົາຫຼີເໜືອໄປໃຫ້ຣັດເຊຍ ໝາຍຄວາມວ່າ ມັນເຖິງເວລາແລ້ວທີ່ລັດຖະສະພາສະຫະລັດຕ້ອງໄດ້ດຳເນີນການ.”
“ນີ້ແມ່ນອີກເທື່ອນຶ່ງທີ່ວ່າເປັນຫຍັງມັນຈຶ່ງເປັນເລື່ອງສຳຄັນແທ້ໆສຳລັບລັດຖະສະພາ ທີ່ຈະຕ້ອງໄດ້ຮັບຜ່ານ ການຈັດສັນງົບປະມານເພີ້ມເຕີມ ແລະສະໜອງການຊ່ວຍເຫຼືອທາງທະຫານໃຫ້ແກ່ປະຊາຊົນຢູເຄຣນ ທີ່ມີຄວາມຈຳເປັນໃນການປ້ອງກັນໂຕຂອງພວກເຂົາເຈົ້າ.”
ສະມາຊິກສະພາສູງທິມ ເຄນ ທີ່ສັງກັດພັກເດໂມແຄຣັດ ຈາກລັດເວີຈີເນຍ ກ່າວວ່າ ຄວາມໃກ້ຊິດເພີ້ມຂຶ້ນຂອງຣັດເຊຍ ກັບເກົາຫຼີເໜືອ ພ້ອມທັງຈີນ ກັບອີຣ່ານ ສະແດງໃຫ້ເຫັນວ່າ ສັດຕູຂອງສະຫະລັດພວມຮຽນຮູ້ອຳນາດໃນການສ້າງພັນທະມິດ.
“ນຶ່ງໃນຄວາມເຂັ້ມແຂງຂອງສະຫະລັດກໍແມ່ນພັນທະມິດ ແລະແຕ່ໃດໆມາພວກເຂົາເຈົ້າບໍ່ໄດ້ໃຊ້ພັນທະມິດໃນວິທີດຽວກັນ” ທ່ານທິມ ເຄນ ກ່າວ. “ແຕ່ພວກເຂົາເຂົ້າໃຈວ່າ ຄວາມໄດ້ປຽບຢ່າງໃຫຍ່ຂອງສະຫະລັດແລະທຸກໆສິ່ງທີ່ພວກເຂົາເຈົ້າເຮັດຮ່ວມກັນ ຂ້າພະເຈົ້າຢາກເວົ້າວ່າ ມັນໄດ້ຖືກໃຊ້ໃນພື້ນທີ່ອັນນັ້ນ ພວກເຂົາເຈົ້າແມ່ນພວມພະຍາຍາມທີ່ຈະສ້າງເສັ້ນຕ່າງໆຍ້ອນທີ່ຈິງແລ້ວພວກເຂົາບໍ່ເຄີຍມີມາແຕ່ກ່ອນເລີຍ.”
ໃນລາຍງານຫຼ້າສຸດເມື່ອວັນສຸກແລ້ວ ການເຈລະຈາກ່ຽວກັບງົບປະມານ ຂອງລັດຖະສະພາ ທີ່ເຊື່ອມໂຍງການໃຫ້ທຶນແກ່ຢູເຄຣນກັບຄວາມໝັ້ນຄົງຊາຍແດນ ໄດ້ຕົກຢູ່ໃນສະພາບບໍ່ໄປບໍ່ມາອີກເທື່ອນຶ່ງ.