ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະພາສູງ ສຫລ ຍົກເລີກ ຄວາມພະຍາຍາມ ເພື່ອເຮັດໃຫ້ ບໍລິສັດ ZTE ຂອງຈີນ ເສຍຫາຍ


ພະນັກງານຄົນນຶ່ງ ຈັບເອົາ ເຄື່ອງອິນເຕີເນັດເຄື່ອນທີ່ ຍີ່ຫໍ້ Huawei ທີ່ຕັ້ງຢູ່ຂ້າງ ເຄື່ອງຂອງຄູ່ແຂ່ງຄື ບໍລິສັດ ZTE Corp, ຊ້າຍ, ເຊິ່ງວາງຂາຍ ຢູ່ທີ່ຮ້ານຄ້າ ຄອມພິວເຕີ້ ໃນສູນການຄ້າ ທີ່ນະຄອນຫຼວງ ປັກກິ່ງ ຂອງຈີນ ເມື່ອວັນພຸດ ທີ 4 ກໍລະກົດ 2018.
ພະນັກງານຄົນນຶ່ງ ຈັບເອົາ ເຄື່ອງອິນເຕີເນັດເຄື່ອນທີ່ ຍີ່ຫໍ້ Huawei ທີ່ຕັ້ງຢູ່ຂ້າງ ເຄື່ອງຂອງຄູ່ແຂ່ງຄື ບໍລິສັດ ZTE Corp, ຊ້າຍ, ເຊິ່ງວາງຂາຍ ຢູ່ທີ່ຮ້ານຄ້າ ຄອມພິວເຕີ້ ໃນສູນການຄ້າ ທີ່ນະຄອນຫຼວງ ປັກກິ່ງ ຂອງຈີນ ເມື່ອວັນພຸດ ທີ 4 ກໍລະກົດ 2018.

ບັນດາສະມາຊິກສະພາ ສະຫະລັດ ສັງກັດພັກຣີພັບບລີກັນ ໄດ້ຍົກເລີກຄວາມພະຍາ
ຍາມ ທີ່ຈະວາງມາດຕະການ ເພື່ອຫ້າມບໍ່ໃຫ້ສົ່ງອອກສິນຄ້າຄືນອີກ ໄປຍັງບໍລິສັດ
ZTE ທີ່ເປັນບໍລິສັດໂທລະຄົມມະນາຄົມ ຍັກໃຫຍ່ຂອງຈີນ.

ການເຄື່ອນໄຫວດັ່ງກ່າວ ໃນວັນສຸກວານນີ້ ເປັນການມອບໄຊຊະນະ ໃຫ້ແກ່ປະທານາ
ທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ຜູ້ທີ່ໄດ້ສະໜັບສະໜຸນ ໃຫ້ບໍລິສັດ ZTE ດຳເນີນ
ທຸລະກິດ ຕໍ່ໄປໄດ້ອີກ.

ບັນດາສະມາຊິກສະພາສູງ ສັງກັດພັກຣີພັບບລີກັນ ໃນວັນສຸກວານນີ້ ໄດ້ຍົກ ເລີກຮ່າງ
ກົດໝາຍ ທີ່ຈະກີດກັນ ບໍລິສັດ ZTE ບໍ່ໃຫ້ຊື້ອຸບປະກອນສິ້ນສ່ວນ ຈາກສະຫະລັດ.
ບັນດາສະມາຊິກສະພາສູງ ໄດ້ຮວມເອົາຮ່າງກົດໝາຍດັ່ງກ່າວ ເຂົ້າໃນຮ່າງກົດໝາຍ
ງົບປະມານໃຊ້ຈ່າຍ ໃນດ້ານການປ້ອງກັນ ທີ່ໄດ້ຮັບຜ່ານ ສະພາໄປ ເມື່ອເດືອນແລ້ວນີ້
ແຕ່ວ່າ ຮ່າງກົດໝາຍການໃຊ້ຈ່າຍໃນດ້ານປ້ອງກັນປະເທດ ຂອງສະພາຕ່ຳ ບໍ່ໄດ້ຮວມ
ເອົາຂໍ້ກຳນົດດັ່ງກ່າວ ຢູ່ໃນນັ້ນ.

ບັນດາສະມາຊິກສະພາ ກ່າວວ່າ ພວກສະມາຊິກສະພາສູງ ໄດ້ຕັດສິນໃຈ ປະຂໍ້ກຳນົດ
ດັ່ງກ່າວ ໃຫ້ຢູ່ນອກຮ່າງກົດໝາຍ ປະນີປະນອມຂັ້ນສຸດທ້າຍ ເຊິ່ງຄາດກັນ ວ່າ ຈະມີ
ການລົງຄະແນນສຽງ ຢູ່ໃນສະພາຕ່ຳ ແລະສະພາສູງ ໃນອີກສອງສາມມື້ຂ້າງໜ້ານີ້.

ບັນດາສະມາຊິກສະພາ ຈາກທັງສອງພັກການເມືອງ ໄດ້ຕ້ອງຕິ ປະທານາທິບໍດີ ທຣຳ
ກ່ຽວກັບການຕັດສິນໃຈຂອງທ່ານ ທີ່ຈະຍົກເລີກການຫ້າມ ບໍ່ໃຫ້ ບໍລິສັດ ສະຫະລັດ
ທັງຫຼາຍ ຂາຍສິນຄ້າໃຫ້ແກ່ ບໍລິສັດ ZTE.

ຜູ້ນຳໃນສະພາສູງ ຂອງພັກເດໂມແຄຣັດ ທ່ານ ຊັກ ຊູມເມີ ໄດ້ກ່າວໂຈມຕີກ່ຽວກັບ
ການເຄື່ອນໄຫວ ທີ່ເກີດຂຶ້ນ ໃນວັນສຸກວານນີ້ ໂດຍໄດ້ກ່າວໃນຖະແຫຼງການ ສະບັບນຶ່ງ
ວ່າ “ໂດຍການຖອນຂໍ້ກຳນົດ ໃນການລົງໂທດ ທີ່ເຄັ່ງຂັດຂອງສະພາສູງ ຕໍ່ ບໍລິສັດ
ZTE ອອກຈາກຮ່າງກົດໝາຍງົບປະມານ ດ້ານປ້ອງກັນປະເທດ ເຊິ່ງປະທານາທິບໍດີ
ທຣຳ ແລະ ບັນດາສະມາຊິກສະພາ ສັງກັດພັກຣີພັບບລີກັນ ຜູ້ທີ່ໄດ້ເຮັດຕາມການ
ອອກຄຳສັ່ງຂອງທ່ານທຣຳນັ້ນ ອີກຄັ້ງນຶ່ງ ໄດ້ເຮັດໃຫ້ ປະທານປະເທດຈີນ ທ່ານ ສີ
ແລະ ລັດຖະບານຈີນ ເປັນຜູ້ທີ່ໄດ້ຮັບໄຊຊະນະຢ່າງໃຫຍ່.”

ສ່ວນທ່ານ ມາຣໂກ ຣູບີໂອ ສະມາຊິກສະພາສູງ ສັງກັດພັກຣີພັບບລີກັນ ໄດ້ເອີ້ນການ
ຍົກເລີກຂໍ້ກຳນົດດັ່ງກ່າວນັ້ນ ວ່າ “ເປັນຂ່າວທີ່ບໍ່ດີ” ໃນການຂຽນລົງທາງທວີດເຕີ້ ໃນວັນສຸກວານນີ້.

ບໍລິສັດ ZTE ຖືກກ່າວຫາວ່າ ຂາຍຂໍ້ມູນລັບ ດ້ານເທັກໂນໂລຈີ ໃຫ້ແກ່ ອີຣ່ານ ແລະ
ເກົາຫຼີເໜືອ ທັງໆທີ່ ສະຫະລັດ ໄດ້ຫ້າມບໍ່ໃຫ້ຄ້າຂາຍຂໍ້ມູນເຫຼົ່ານັ້ນ ໃຫ້ແກ່ປະເທດ
ທັງສອງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG