ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ສະ​ພາ​ສູງ ສະ​ຫະ​ລັດ ພິ​ຈາ​ລະ​ນາ ອະ​ດີດ​ຜູ້​ອຳ​ນວຍ​ການ VOA ເພື່ອ​ນຳ​ພາ​ອົງ​ການ​ສື່ມວນ​ຊົນ​ໂລກ ສະ​ຫະ​ລັດ


ອະ​ດີດ​ຜູ້​ອຳ​ນວຍ​ການ VOA ທ່ານ​ນາງ ອາ​ແມນ​ດາ ເບັນ​ເນັດ ໄດ້​ຮັບ​ການ​ສະ​ເໜີ​ຊື່​ໂດຍ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ໃຫ້​ນຳ​ພາ​ອົງ​ການ​ສື່ມວນ​ຊົນ​ໂລກ ສະ​ຫະ​ລັດ, 7 ມິ​ຖຸ​ນາ, 2022.
ອະ​ດີດ​ຜູ້​ອຳ​ນວຍ​ການ VOA ທ່ານ​ນາງ ອາ​ແມນ​ດາ ເບັນ​ເນັດ ໄດ້​ຮັບ​ການ​ສະ​ເໜີ​ຊື່​ໂດຍ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ໃຫ້​ນຳ​ພາ​ອົງ​ການ​ສື່ມວນ​ຊົນ​ໂລກ ສະ​ຫະ​ລັດ, 7 ມິ​ຖຸ​ນາ, 2022.

ຜູ້​ຖືກ​ສະ​ເໜີ​ຊື່​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ​ ໂຈ ໄບ​ເດັນ ໃຫ້ເປັນ​ຫົວ​ໜ້າ​ຂອງ​ອົງ​ການ​ເພື່ອ​ສື່ມວນ​ຊົນ​ໂລກ ສະ​ຫະ​ລັດ ຫຼື (USAGM) ໄດ້​ສັນ​ຍາ​ ໃນ​ວັນ​ອັງ​ຄານ​ວານນີ້​ວ່າ​ ຈະ​ພັດ​ທະ​ນາ​ພາ​ລະ​ກິດ​ຂອງ​ອົງ​ການ​ດັ່ງ​ກ່າວ ກ່ຽວ​ກັບ ຈຸດ​ປະ​ສົງ ແລະ ການ​ລາຍ​ງານ​ຂ່າວ​ທີ່​ເປັນ​ກາງ​ໃນ​ຊ່ວງ​ເວ​ລາ​ທີ່​ການ​ໃຫ້​ຂໍ້​ມູນ​ບິດ​ເບືອນ​ຄວາມ​ຈິງ ​ແມ່ນ​ກຳ​ລັງ​ເພີ່ມ​ຂຶ້ນ​ໃນ​ທົ່ວ​ໂລກ.

ອະ​ດີດ​ຜູ້​ອຳ​ນວຍ​ການ​ຂອງ​ສຽງ​ອາ​ເມ​ຣິ​ກາ ຫຼື VOA ທ່ານ​ນາງ ອາ​ແມນ​ດາ ເບັນ​ເນັດ ໄດ້​ກ່າວ​ຕໍ່​ຄະ​ນະ​ກຳ​ມະ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງສະ​ພາ​ສູງ ວ່າ​ທ່ານ​ນາງ​ຈະ​ເປັນ​ຜູ້​ນຳ​ທີ່​ຈິງ​ຈັງ ຍິນ​ດີ​ທີ່​ຈະ​ດັດ​ປັບ​ການ​ສື່​ຂ່າວເພື່ອ​ໃຫ້​ເໝາະ​ກັບ​ຜູ້​ຟັງຫຼາຍ​ທີ່​ສຸດ.

ໃນ​ລະ​ຫວ່າງ​ການ​ໃຫ້​ການ​ດົນ​ເປັນ​ຊົ່ວ​ໂມງ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ສູງ​ ໄດ້​ຖາມ​ທ່ານ​ນາງ ເບັນ​ເນັດ ກ່ຽວ​ກັບ ປະ​ຫວັດ​ຂອງ​ທ່ານ​ນາງ ​ຢູ່ VOA, ວິ​ທີ​ທີ່​ທ່ານ​ຈະ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ​ ທີ່​ປະ​ເຊີນ​ກັບ​ການ​ສື່​ຂ່າວ​ທີ່​ເສ​ລີ ​ທ່າມ​ກາງ​ແນວ​ໂນ້ມ​ຂອງ​ການ​ບິດ​ເບືອນ​ຂໍ້​ມູນ​ໃນ​ທົ່ວ​ໂລກ ແລະ ຄວາມ​ສາ​ມາດ​ຂອງອົງການ USAGM ທີ່​ຈະ​ນຳ​ສະ​ເໜີ​ຂ່າວ ​ຕໍ່​ຜູ້​ຟັງ​ທີ່​ຢູ່​ພາຍ​ໃຕ້​ລະ​ບອບ​ການ​ປົ​ກ​ຄອງ​ຜະ​ເດັດ​ການ.

ຖ້າ​ໄດ້​ຮັບ​ການ​ຢັ້ງ​ຢືນ, ທ່ານ​ນາງ ເບັນ​ເນັດ ຈະ​ເປັນ​ຜູ້​ນຳ​ພາ USAGM, ເຊິ່ງ​ແມ່ນ​ອົງ​ການ​ລັດ​ຖະ​ບານ​ກາງ​ ດ້ວຍ​ງົບ​ປະ​ມານ 840 ລ້ານ​ໂດ​ລາ​ ໃນ​ແຕ່​ລະ​ປີ, ທີ່​ຄວບ​ຄຸມ VOA, ວິ​ທະ​ຍຸ ​ຢູ​ໂຣບ​ເສ​ລີ/​ວິ​ທະ​ຍຸ​ເສ​ລີ, ວິ​ທະ​ຍຸ​ເອ​ເຊຍ​ເສ​ລີ, ຫ້ອງ​ການ​ແຫ່ງ​ການ​ກະ​ຈາຍ​ສຽງ​ຄິວ​ບາ, ເຄືອ​ຂ່າຍ​ການ​ກະ​ຈາຍ​ສຽງ​ຕາ​ເວັນ​ອອກ​ກາງ ແລະ ມູນ​ນິ​ທິ​ເທັກ​ໂນ​ໂລ​ຈີ​ເປີດ​ກວ້າງ.

USAGM ປັດ​ຈຸ​ບັນ​ນີ້​ແມ່ນ​ຖືກ​ນຳ​ພາ​ໂດຍ​ອະ​ດີດ​ຜູ້​ອຳ​ນວຍ​ການ​ລາຍ​ການ​ຂອງ VOA ທ່ານ​ນາງ ເຄ​ລູ ຈາວ, ຜູ້​ທີ່​ຖື​ຕຳ​ແໜ່ງວ່າ​ການ​ຜູ້​ບໍ​ລິ​ຫານ​ໃຫຍ່​. ທ່ານ​ນາງ ຈາວ ຖືກ​ແຕ່ງ​ຕັ້ງ​ຕຳ​ແໜ່ງ​ດັ່ງ​ກ່າວຫຼັງ​ຈາກ ​ທ່ານ ໄມ​ເກິ​ລ ແພັກ, ຜູ້​ທີ່​ຖືກ​ແຕ່ງ​ຕັ້ງ​ໂດຍ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ຜ່ານ​ມາ, ທີ່​ໄດ້​ລາ​ອອກ​ຕາມ​ການ​ຮຽກ​ຮ້ອງ​ຂອງ​ທ່ານ ໄບ​ເດັນ.

ໃນ​ຄຳ​ປາ​ໄສ​ເປີ​ດ​ພິ​ທີ​ຕໍ່​ຄະ​ນະ​ກຳ​ມະ​ການ​ນັ້ນ, ທ່ານ​ນາງ ເບັນ​ເນັດ ໄດ້​ກ່າວ ກ່ຽວ​ກັບບົດ​ບາດ​ຂອງ​ການ​ຂ່າວ​ໃນ​ສັງ​ຄົມ​ວ່າ: “ພວກ​ເຮົາ​ແມ່ນ​ຢູ່​ໃນ​ຊ່ວງ​ເວ​ລາ​ທີ່​ສຳ​ຄັນ​ໃນ​ປະ​ຫວັດ​ສາດ.”

ທ່ານ​ນາງ ເບັນ​ເນັດ ໄດ້​ກ່າວ​ວ່າ “ການ​ຂ່າວ ແລະ ການ​ທູດທາງດ້ານ​ສາ​ທາ​ລະ​ນະ ແມ່ນ​ໄດ້​ຕົກ​ເປັນ​ເປົ້າ​ໝາຍຫຼາຍກວ່າ​ເກົ່າ​ ໂດຍ​ລະ​ບອບ​ການ​ປົກ​ຄອງ​ຜະ​ເດັດ​ການ ດ້ວຍ​ການ​ໃຊ້​ເລື່ອງຫຼອກ​ລວງ ແລະການ​ບິດ​ເບືອນ​ຂໍ້​ມູນ ເພື່ອ​ທຳ​ລາຍ​ຜູ້​ທີ່​ຊອກ​ຫາ​ຂ່າວ​ທີ່​ເຊື່ອ​ຖື​ໄດ້, ຂ່າວ​ທີ່​ອີງ​ໃສ່​ຂໍ້​ເທັດ​ຈິງ ແລະ ບໍ່​ລຳ​ອຽງ ກ່ຽວ​ກັບໂລກ​ທີ່​ຢູ່​ອ້ອມ​ແອ້ມ​ເຂົາ​ເຈົ້າ​.”

ທ່ານ​ນາງ ເບັນ​ເນັດ ໄດ້​ກ່າວ​ວ່າ​ທ່ານ​ນາງ​ຈະ​ເຮັດ​ວຽກ​ກັບ​ທຸກ​ອົງ​ກອນ​ຂອງ USAGM ເພື່ອ​ຮັກ​ສາ​ມາດ​ຕະ​ຖານ​ການ​ຂ່າວ​ລະ​ດັບ​ສູງ ແລະ ປົກ​ປ້ອງ​ຄວາມ​ປອດ​ໄພ ແລະ ຄວາມ​ເປັນ​ສ່ວນ​ຕົວ​ຂອງ​ບັນ​ດາ​ນັກ​ຂ່າວ ແລະ ຜູ້​ຟັງ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG