ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສະ​ມາ​ຊິ​ກ ສະ​ພາ​ສູງ​ ສ​ະ​ຫະ​ລັດ ຕຳ​ໜິ​ ທຳ​ນຽບ​ຂາວ ໃນ​ການ​ສືບ​ສວນ ​ການ​ເສຍ​ຊີ​ວິດ ຂອງ​ນັກ​ຂ່າວ​ຄາ​ຊອກ​ກີ


ປ້າຍ​ປະ​ທ້ວງ ອັນ​ນຶ່ງ ແມ່ນ​ມີ​ພາບ​ຂອງ​ນັກ​ຂ່າວ​ຊາວ​ຊາ​ອຸ​ດີ ທ່ານ Jamal Khashoggi ​ຂ້າງນອກ​ສະ​ຖານ​​ກົງ​ສຸນ, ໃນ​ນະ​ຄອນ​ອິ​ສ​ຕັນ​ບູລ, ເທີ​ກີ, 25 ຕຸ​ລາ 2018.
ປ້າຍ​ປະ​ທ້ວງ ອັນ​ນຶ່ງ ແມ່ນ​ມີ​ພາບ​ຂອງ​ນັກ​ຂ່າວ​ຊາວ​ຊາ​ອຸ​ດີ ທ່ານ Jamal Khashoggi ​ຂ້າງນອກ​ສະ​ຖານ​​ກົງ​ສຸນ, ໃນ​ນະ​ຄອນ​ອິ​ສ​ຕັນ​ບູລ, ເທີ​ກີ, 25 ຕຸ​ລາ 2018.

ບັນ​ດາ​ສະ​ມາ​ຊິ​ສະ​ພາ​ສູງ​ສະ​ຫະ​ລັດ ຈາກ​ທັງ​ສອງ​ພັກ​ການ​ເມືອງ ໃນ​ວັນ​ຈັນ​ວານ​ນີ້ ກ່າວ​ຕຳ​ໜິ​ຕໍ່​ການຮັບມື​ ຂອງລັດ​ຖະ​ບານ​ທ່ານທ​ຣຳ ໃນ​ການ​ສັງ​ຫານ​ນັກ​ຂ່າວ ທ່ານ Jamal Khashoggi ທີ່​ສະ​ຖານ​ທີ່​ກົ​ງ​ສຸນ​ຊາ​ອຸ​ດີ ອາ​ຣາ​ເບຍ ໃນ​ເທີ​ກີ​ເມື່ອ​ ເດືອນ​ຕຸ​ລາ ປີ​ກາຍ​ນີ້, ​ໂດຍກ່າວ​ຫາ ​ລັດ​ຖະ​ບານ​ຂອງ​ທ່ານ ​ບໍ່​ປະ​ຕິ​ບັດ​ຕາມກົດ​ໝາຍ​ທີ່​ບັງ​ຄັບ​ໃຫ້ທຳ​ການ​ສືບ​ສວນ ​ແລະ​ລະ​ບຸ​ໂຕ​ພວກຮັບ​ຜິດ​ຊອບໃນ​ການ​ຕາຍ​ຂອງ​ນັກ​ຂ່າວ​ຂາວ​ຊາ​ອຸ​ດີ.

“ມັນ​ເຫຼືອ​ທົນ, ມັນ​ເປັນ​ການ​ສົບ​ປະ​ມາດ ແລະ​ບໍ່​ມີ​ຫຍັງ​ຫຼາຍ​ໄປກວ່າ​ການຫຼອກ​ລວງ”
​ນັ້ນ​ແມ່ນ​ຄຳ​ເວົ້າ​ຂອງ​ທ່ານ Bob Menendez ຫົວ​ໜ້າ​ພັກ​ເດ​ໂມ​ແຄ​ຣັດ ໃນ​ຄະ​ນະ​ກຳ​ມະ
​ການ​ ສາຍພົວ​ພັນ​ການ​ຕ່າງ​ປະ​ເທດ ຂອງ​ສະ​ພາ​ສູງ ຈາກ​ລັດ​ນິວ​ເຈີ​ຊີ ໄດ້​ບອກ​ກັບ​ພວກ
​ນັກ​ຂ່າວ​ໄວ້.

ທ່ານ Menendez ໄດ້​ກ່າວ ຫຼັງ​ຈາກ​ທີ່ ຄະ​ນະ​ກຳ​ມະການ ດັ່ງ​ກ່າວ​ໄດ້​ຮັບ​ລາຍ​ງານ​
ຈາກເຈົ້າ​ໜ້າ​ທີ່​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ​ກະ​ຊວງ​ການ​ເງິນ ກ່ຽວ​ກັບ​ກໍ​ລ​ະ​ນີ
ຂອງທ່ານ​ຄາ​ຊອກ​ກີ. ປີ​ກາຍ​ນີ້, ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາໄດ້​ນຳ​ໃຊ້​ກົດ​ໝາຍ
ເມັກ​ນິ​ສ​ກີ ຫຼື Global Magnitsky Act, ທີ່ໃຫ້​ເວ​ລາ​ແກ່ທຳ​ນຽບຂາວ 120 ມື້ ເພື່ອ​ລະ​ບຸ
​ໂຕ ພວກ​ທີ່​ຮັບ​ຜິດ​ຊອບ​ ໃນ​ການ​ສັງ​ຫານ​ນັກ​ຂ່າວດັ່ງ​ກ່າວ, ຊຶ່ງ​ເສັ້ນ​ຕາຍໄດ້ໝົດ​ອາ​ຍຸລົງ
ໃນ​ເດືອນ​ແລ້ວ​ນີ້.

ທ່ານ Bob Menendez ຫົວໜ້າພັກເດໂມແຄຣັດ ໃນຄະນະກຳມະການ ສາຍພົວພັນການຕ່າງປະເທດ ຂອງສະພາສູງ ຈາກລັດນິວເຈີຊີ ກ່າວຕໍ່ສື່ ຫຼັງຈາກ ອອກຈາກກອງປະຊຸມລັບ ກ່ຽວກັບຊາອຸດີ ກັບລັດຖະມົນຕີການຕ່າງປະເທດ ໄມຄ໌ ພອມພຽວ ໃນລັດຖະສະພາ, 28 ພະຈິກ 2018.
ທ່ານ Bob Menendez ຫົວໜ້າພັກເດໂມແຄຣັດ ໃນຄະນະກຳມະການ ສາຍພົວພັນການຕ່າງປະເທດ ຂອງສະພາສູງ ຈາກລັດນິວເຈີຊີ ກ່າວຕໍ່ສື່ ຫຼັງຈາກ ອອກຈາກກອງປະຊຸມລັບ ກ່ຽວກັບຊາອຸດີ ກັບລັດຖະມົນຕີການຕ່າງປະເທດ ໄມຄ໌ ພອມພຽວ ໃນລັດຖະສະພາ, 28 ພະຈິກ 2018.

ການ​ຖະ​ແຫຼງ​ການ​ຂ່າວ​ຂອງປະ​ທາ​ນາ​ທິ​ບໍ​ດີ ໄດ້​ລະ​ບຸ​ວ່າ ອົງ​ການ​ສືບ​ລັບ CIA ໄດ້​ສະ​ຫຼຸບ
​ວ່າ ອົງ​ມົງ​ກຸດ​ລາດ​ຊະ​ກຸມ​ມານ Mohammed bin Salman ໄດ້​ເປັນ​ຜູ້​ສັ່ງ​ການ ໃຫ້​ສັງ
​ຫານ​ທ່ານ​ຄາ​ຊອກ​ກີ, ນັກ​ຂ່າວ​ຂອງ​ໜັງ​ສື​ພິມ Washington Postຜູ້​ຊຶ່ງ​ໄດ້​ຂຽນ​ຕຳ​ໜິ
​ຕິ​ຕຽນ​ລາດ​ຊະ​ນາ​ຈັກ​ດັ່ງ​ກ່າວ. ບໍ່​ມີ​ເຈົ້າ​ໜ້າ​ທີ່​ສືບ​ລັບ​ໃດໆ ປາ​ກົດ​ຕົວ​ໃນ​ກອງ​ປະ​ຊຸມ​ລັບ
​ໃນ​ມື້​ວັນ​ຈັນ​ວານ​ນີ້, ທີ່​ພາ​ໃຫ້​ພວກ​ສະ​ມາ​ຊິກ​ສະ​ພາ​ສູງຮູ້​ສຶກ​ມີ​ຄວາມ​ໂກດ​ແຄ້ນ.

“ມັນ​ເປັນ​ການ​ເສຍ​ເວ​ລາ​ໄປ​ຊື່ໆ,” ທ່ານ​ລິນ​ຊີ​ ແກ​ຣມ ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ຈາກ​ລັດ
ຄາ​ໂຣ​ໄລ​ນາ​ໃຕ້ ໄດ້​ກ່າວ​ໄວ້ ແລະ​ທ່ານ​ຍັງ​ໄດ້​ກ່າວ​ຕໍ່​ໄປ​ວ່າ “ຂ້າ​ພະ​ເຈົ້​າ​ຊາບ​ດີ​ກ່ຽວ​ກັບ​
ຄະ​ດີ​ຂອງ​ທ່ານ​ຄາ​ຊອກ​ກີ ຫຼາຍກວ່າ ການ​ນຳສະ​ເໜີ​ເລື້ອງນີ້ໃນ​ກອງ​ປະ​ຊຸມ​ລັບ​ນັ້ນ.”

ທ່ານແກ​ຣມ ໄດ້​ກ່າວ​ວ່າ ທ່ານ​ເດີນ​ອອກ​ຈາກກອງ​ປະ​ຊຸມ​ແບບ “ຜິດ​ຫວັງ, ບໍ່​ພໍ​ໃຈ”
ກ່ຽວ​ກັບ​ການໃຫ້​ຄຳຕອບ​ຂອງທຳ​ນຽບ​ຂາວ ຕໍ່​ການ​ຕາຍ​ຂອງ​ນັກ​ຂ່າວ​ນັ້ນຊຶ່ງ​ແມ່ນ
“ລັດ​ຖະ​ບານ​ນີ້ ແມ່ນ​ໄດ້​ສົ່ງ​ພວກ​ພະ​ຍານ ທີ່​ພວກ​ເຂົາ​ເຈົ້າ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​
ບໍ່​ສາ​ມາດ​ອອກ​ຄວາມ​ເຫັນ ​ຕໍ່​ການ​ສືບ​ສວນໄດ້,” ທ່ານ​ທິມ ເຄນ ສັງກັດ​ພັກ​ເດ​ໂມ​
ແຄ​ຣັດ ຈາກ​ລັດ​ເວີ​ຈີ​ເນຍ ໄດ້​ບອກ​ກັບ ວີ​ໂອ​ເອ​ໄວ້ ແລະ​ທ່ານ​ຍັງ​ກ່າວ​ຕື່ມ​ວ່າ “ພວກ​
ເຂົາ​ເຈົ້າ​ບໍ່​ມີ​ຂໍ້​ຄວາມ​ໃດໆ ກ່ຽວ​ກັບວ່າປະ​ທາ​ນາ​ທິ​ບໍ​ດີຈະ ​ສາ​ມາດ​ມີ​ບົດ​ສະ​ຫຼຸບ ທີ່​ບັງ​
ຄັບ​ດ້ວຍ​ກົດ​ໝາຍ ກ່ຽວ​ກັບ​ວ່າ Mohammed bin Salman ກ່ຽວ​ກັບ​ວ່າ ທ່ານ​ປະ
​ທາ​ນາ​ທິ​ບໍ​ດີ ຈະ​ປະ​ຕິ​ບັດ​ຕາມ​ຕົວ​ບົດ​ກົດ​ໝາຍ ຫຼື​ບໍ່.”

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ອົງມົງກຸດລາດຊະກຸມມານ Mohammed bin Salman ແຫ່ງຊາອຸດີ ອາຣາເບຍ ເຂົ້າຮ່ວມກອງປະຊຸມສະພາຊູຣາ ໃນຣີຢັດ, ຊາອຸດີ ອາຣາເບຍ, 19 ພະຈິກ 2018.
ອົງມົງກຸດລາດຊະກຸມມານ Mohammed bin Salman ແຫ່ງຊາອຸດີ ອາຣາເບຍ ເຂົ້າຮ່ວມກອງປະຊຸມສະພາຊູຣາ ໃນຣີຢັດ, ຊາອຸດີ ອາຣາເບຍ, 19 ພະຈິກ 2018.

XS
SM
MD
LG