ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາສູງສະຫະລັດ ແກ້ໄຂກົດໝາຍທີ່ຈະເພີ່ມ ການລົງໂທດຣັດເຊຍ


ຮູບປັ້ນຂອງອິນຊີສອງຫົວ ທີ່ເປັນສັນຍາລັກຂອງຣັດເຊຍ ເຫັນຢູ່ໃນທຸງຊາດຣັດເຊຍ
ຮູບປັ້ນຂອງອິນຊີສອງຫົວ ທີ່ເປັນສັນຍາລັກຂອງຣັດເຊຍ ເຫັນຢູ່ໃນທຸງຊາດຣັດເຊຍ

ສະມາຊິກ​ສະພາ​ສູງ ສຫຣ ກຸ່ມນຶ່ງ ​ໄດ້​ຕົກລົງ​ເຫັນດີໃນ​ວັນ​ຈັນ​ວານ​ນີ້ ​ໃນ​ຮ່າງ​ກົດໝາຍ
​ເພື່ອ​ຈະເພີ່ມ​ການລົງ​ໂທດ​ຕໍ່ຣັດ​ເຊຍ ທີ່​ມີຮວມທັງ ການ​ສິ້ງ​ຊອມ​ເບິ່ງ ຂອງລັດຖະສະພາ
ເພື່ອໃຫ້​ກວດສອບເບິ່ງຄືນວ່າ ທຳນຽບຂາວ​ໄດ້ຜ່ອນເບົາລົງແລ້ວ ໄດ້​ເລື່ອນ ຫຼື ຍົກ​ເລີກ
​ການ​ລົງໂທດຕໍ່ລັດເຊຍ​ແລ້ວຫຼືບໍ່​.

ການຕົກລົງຂອງ​ສອງ​ພັກ ໄດ້ມີ​ຂຶ້ນ ​ໃນ​ຮູບແບບ​ຂອງການ​ດັດ​ແກ້​ຮ່າງ​ກົດໝາຍ​ຂອງ
​ສະພາສູງທີ່​ໄດ້​ພິຈາລະນາໃຊ້​ໃນ​ການ​ລົງ​ໂທດ​ຕໍ່​ອີຣ່ານ. ຮ່າງ​ກົດໝາຍ​ທີ່​ວ່າ​ນີ້ ​ຄາດ​ວ່າ
ຈະ​ໄດ້ຮັບ​ການ​ສະໜັບສະໜຸນ​ຢ່າງ​ແຂງ​ຂັນ ຕອນ​ທີ່​ນຳ​ຂຶ້ນ​ສູ່​ສະພາ​ຄົບ​ຄະນະ ແລະ​
ຈະ​ຜ່ານ​ສະພາ​ຕ່ຳແລະ​ຖືກ​ລົງ​ນາມ​ໂດຍ​ປະທານາທິບໍດີ​ສະຫະລັດ ທ່ານ ດໍ​ໂນລ ທຣຳ.

ຖະແຫຼງການ​ສະບັບ​ນຶ່ງ ຈາກບັນດາ​ຜູ້ນຳ​ພັກ Republican ​ແລະ​ພັກ Democrat
ໃນ​ຄະນະ​ກຳມະການ​ທະນາຄານ​ຂອງ​ສະພາ​ສູງ ​ເວົ້າ​ວ່າ ການແກ້ໄຂນີ້ “ເປັນການ​ຂະຫຍາຍອອກການ​ລົງໂທດ ຕໍ່​ລັດຖະບານຣັດ​ເຊຍ ​ໃນ​ການ​ໂຕ້​ຕອບ ຕໍ່​ການ​ລະເມີດ​ເຂດນ້ຳແດນດິນ​ຂອງ​ຢູ​ເຄຣນ ​ແລະ​ເຂດ Crimea, ການ​ລັກ​ເຈາະ​ຂໍ້​ມູນ​ທາງ​ອິນ​ເຕີ
​ແນ໊ຕ ​ແລະ​ແຊກແຊງການ​ເລືອກ​ຕັ້ງ ​ແລະການ​ສືບ​ຕໍ່​ຮຸກ​ຮານຊີ​ເຣຍ
.”

ມາດຕະການ​ທີ່​ວ່າ​ນີ້ ​ຈະ​ເພີ່ມ​ການ​ລົງ​ໂທດ​ທີ່​ມີ​ຢູ່​ແລ້ວ​ ທີ່​ແນ​ເປົ້າ​ໝາຍ​ໃສ່​ໂຄງການ
​ພະລັງງານ​ຂອງຣັດ​ເຊຍ ​ໃນ​ຂະນະ​ທີ່​ນຳໃຊ້ການລົ​ງ​ໂທດອັນ​ໃໝ່ ທີ່​ພົວພັນ​ກັບການ
​ລ່ວງ​ລະ​ເມີ​ດສິດທິ​ມະນຸດ ​ການລຳລຽງ​ອາ​ລຸດໃຫ້ລັດຖະບານຊີ​ເຣຍ ​ການທຳ​ກິດຈະ
ກຳ​ອື່ນໆທາງ​ອິນ​ເຕີ​ແນ໊ຕ ​ແລະ​ທຳ​ທຸລະ​ກິດ​ດ້ານການ​ສືບ​ລັບກັບຣັດ​ເຊຍ ​ແລະ​ການ​
ປ້ອງ​ກັນ​ປະ​ເທດ.

ທັງ​ສະພາ​ຕ່ຳ ​ແລະສະພາສູງ ພ້ອມ​ທັງ​ຄະນະ​ກຳມະການ​ພິ​ເສດ ທີ່​ຖືກແຕ່ງຕັ້ງ​ຈາກ
​ກະຊວງ​ຍຸຕິ​ທຳ ​ແມ່ນ​ກຳລັງ​ສືບສວນ​ກິດຈະກຳ​ຕ່າງໆ​ກ່ຽວ​ກັບຣັດ​ເຊຍ ທີ່​ພົວພັນ​ກັບ
​ການ​ເລືອກ​ຕັ້ງ​ຂອງ​ສະຫະລັດເມື່ອປີກາຍນີ້ ​ແລະ​ການ​ພົວພັນ​ທີ່​ອາດ​ເຊື່ອມ​ໂຍງ​ການ
​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ​ທຣຳ. ຄະນະ​ກຳມະການ​ສືບ​ລັບ​ຂອງ​ສະຫະລັດ​ໄດ້​ສະຫຼຸບ
​ໃນ​ລາຍ​ງານ​ຂອງ​ເດືອນ​ມັງກອນ ທີ່​ວ່າ​ປະທານາທິບໍດີຣັດ​ເຊຍ ທ່ານ Vladimir
Putin ​ໄດ້​ສັ່ງ​ໃຫ້ປຸກລະດົມທີ່​ມີ​ອິດ​ທິພົນ​ຕໍ່​ການ​ໂຄສະນາ​ຫາ​ສຽງ ທີ່​ຈະ​ທຳລາຍ​
ທ່ານ​ນາງ Hillary Clinton ສັງກັດ​ພັກ Democratແລະ​ຊ່ອຍ​ທ່ານ​ທຣຳ ​ໃຫ້ມີ​ໂອກາດ
ທີ່​ຈະ​ຊະນະ​ການ​ເລືອກ​ຕັ້ງ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG