ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກສະພາສູງ ສະຫະລັດ ທ່ານ ຈອນ ແມັກເຄນ ເສຍຊີວິດແລ້ວ ລວມອາຍຸໄດ້ 81 ປີ


ສະມາຊິກສະພາສູງ ສັງກັດພັກຣີພັບບລີກັນ ຈາກລັດ ອາຣີໂຊນາ, ທ່ານ ຈອນ ແມັກເຄນ, ລົມກັບບັນດານັກຂ່າວ ຢູ່ລັດຖະສະພາ ແຄັບປິຕອລ ຮິລ, ນະຄອນຫຼວງ ວໍຊິງຕັນ.
ສະມາຊິກສະພາສູງ ສັງກັດພັກຣີພັບບລີກັນ ຈາກລັດ ອາຣີໂຊນາ, ທ່ານ ຈອນ ແມັກເຄນ, ລົມກັບບັນດານັກຂ່າວ ຢູ່ລັດຖະສະພາ ແຄັບປິຕອລ ຮິລ, ນະຄອນຫຼວງ ວໍຊິງຕັນ.

ສະມາຊິກສະພາສູງ ສະຫະລັດ ທ່ານ ຈອນ ແມັກເຄນ ໄດ້ເສຍຊີວິດໃນວັນເສົາວານນີ້
ມີອາຍຸໄດ້ 81 ປີ ຫຼັງຈາກໄດ້ຕໍ່ສູ້ກັບໂຣກມະເຮັງໃນສະໝອງ ທີ່ໄດ້ເອົາຊີວິດຂອງນັກ
ການເມືອງທີ່ໄດ້ຮັບເຄົາລົບນັບຖື, ຜູ້ຮັກຊາດຢ່າງພາກພູມໃຈ, ແລະ ນັັກຮົບທີ່ເສຍສະ
ຫຼະຕົນເອງຂອງ ອາເມຣິກາ ໄປ. ທ່ານນາງ ຊິນດີ (Cindy) ພັນລະຍາຂອງທ່ານ ໄດ້
ຂຽນໃນ ທວິດເຕີ ວ່າ “ຫົວໃຈຂອງຂ້າພະເຈົ້າ ໄດ້ແຕກສະຫຼາຍ. ຂ້າພະເຈົ້າ ໂຊກດີ
ຫຼາຍ ທີ່ໄດ້ຮ່ວມພະຈົນໄພໃນການຮັກຜູ້ຊາຍທີ່ພິເສດຄົນນີ້ ເປັນເວລາ 38 ປີ. ເພິ່ນໄດ້
ຈາກໄປ ຕາມວິທີ ທີ່ທ່ານໄດ້ມີຊີວິດຢູ່, ຕາມກຳນົດເວລາຂອງເພິ່ນ, ຫຸ້ມອ້ອມດ້ວຍຄົນ
ທີ່ທ່ານຮັກ, ໃນສະຖານທີ່ໆທ່ານຮັກຫຼາຍທີ່ສຸດ.”

ນຶ່ງໃນລູກ 5 ຄົນຂອງທ່ານ ແມັກເຄນ, ເຊິ່ງແມ່ນລູກສາວ ຊື່ວ່ານາງ ເມແກັນ
(Meghan), ກໍໄດ້ຂຽນຂໍ້ຄວາມໃນທວິດເຕີເຊັ່ນກັນວ່າ, ຂ້າພະເຈົ້າໄດ້ຢູ່ກັບພໍ່ຂອງ
ຂ້າພະເຈົ້າຈົນເຖິງນາທີສຸດທ້າຍຂອງເພິ່ນ, ຄືກັບທີ່ເພິ່ນໄດ້ຢູ່ກັບຂ້າພະເຈົ້າຕັ້ງແຕ່
ຕອນເລີ່ມຕົ້ນໃນຊີວິດຂອງຂ້າພະເຈົ້າ.”

ນາງໄດ້ເວົ້າວ່າ “ໃນສາມສິບປີທີ່ເຮົາໄດ້ຢູ່ນຳກັນ, ເພິ່ນໄດ້ລ້ຽງຂ້າພະ ເຈົ້າ, ສອນຂ້າ
ພະເຈົ້າ, ແກ້ໄຂຄວາມຜິດຂອງຂ້າພະເຈົ້າ, ປອບໃຈຂ້າພະເຈົ້າ, ໃຫ້ກຳລັງໃຈຂ້າພະ
ເຈົ້າ ແລະ ສົ່ງເສີມຂ້າພະເຈົ້າ ໃນທຸກສິ່ງທຸກຢ່າງ. ເພິ່ນໄດ້ຮັກຂ້າພະເຈົ້າ ແລະ ຂ້າພະ
ເຈົ້າກໍຮັກເພິ່ນ. ເພິ່ນໄດ້ສອນຂ້າພະເຈົ້າວິທີການດຳລົງຊີວິດ. ຄວາມຮັກ ແລະ ຄວາມ
ຫ່ວງໃຍຂອງເພິ່ນທີ່ມີຢູ່ຕະຫຼອດ ແລະ ບໍ່ເຄີຍຫາຍໄປໃສນັ້ນ ໄດ້ປ່ຽນແປງຂ້າພະເຈົ້າ
ຈາກເດັກຍິງຄົນນຶ່ງໄປເປັນແມ່ຍິງຄົນນຶ່ງ ແລະ ເພິ່ນກໍໄດ້ສະແດງໃຫ້ຂ້າພະເຈົ້າເຫັນ
ວ່າ ການເປັນຜູ້ຊາຍມັນເປັນແນວໃດ.”

ທ່ານ ແມັກເຄນ ເປັນທີ່ຮູ້ຈັກດີທີ່ສຸດ ສຳລັບການໄດ້ມີຊີວິດລອດຈາກການເປັນສະ
ເລີຍເສິກຂອງສົງຄາມໃນ ຫວຽດນາມເໜືອ ແລະ ໄດ້ຊະນະການຖືກສະເໜີຊື່ ເປັນ
ປະທານາທິບໍດີຂອງພັກຣີພັບບລີກັນ ໃນປີ 2008, ທ່ານ ຈອນ ຊິດນີ ແມັກເຄນ ຍັງຄົງ
ເປັນຜູ້ມີຄວາມເຊື່ອຫຼົງໄຫຼ ແລະ ບໍ່ເສຍໃຈ ໃນຄວາມພິເສດຂອງການເປັນຄົນ ອາເມຣິ
ກັນ.

ທ່ານ ແມັກເຄນ ໄດ້ກ່າວໃນເດືອນຕຸລາທີ່ຜ່ານມາ, ຫຼາຍເດືອນຫຼັງຈາກໄດ້ກວດພົບ
ເຫັນ ໂຣກມະເຮັງຂອງທ່ານ, ທີ່ສູນລັດຖະທຳມະນູນແຫ່ງຊາດ, ບ່ອນທີ່ທ່ານໄດ້ຮັບ
ຫຼຽນເສລີພາບວ່າ, ພວກເຮົາມີບຸນຫຼາຍ. ພວກເຮົາອາໄສຢູ່ໃນດິນແດນແຫ່ງເສລີພາບ,
ດິນແດນບ່ອນທີ່ທຸກສິ່ງທຸກຢ່າງແມ່ນມີຄວາມສາມາດເປັນໄປໄດ້. ພວກເຮົາມີບຸນຫຼາຍ,
ແລະ ພວກເຮົາກໍໄດ້ມອບຄວາມສຸກໃຫ້ແກ່ມວນມະນຸດ ເປັນການຕອບແທນ”

ໃນຄຳປາໄສດຽວກັນນັ້ນ, ທ່ານຍັງໄດ້ເຕືອນ ກ່ຽວກັບ ອັນຕະລາຍທີ່ທ່ານໄດ້ເຫັນໃນ
ຍຸກຂອງປະທານາທິບໍດີ ດໍໂນລ ທຣຳ ດ້ວຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG