ສະມາຊິກສະພາສູງ ສະຫະລັດ ທີ່ມີອິດທິພົນຄົນນຶ່ງ ຜູ້ທີ່ຖືກພິຈາລະນາວ່າ ມີຄວາມ
ໃກ້ຊິດກັບປະທານາທິບໍດີ ດໍໂນລ ທຣຳ, ໄດ້ຕັ້ງຂໍ້ສົງໄສໃນລາຍງານທີ່ວ່າ ເຄິ່ງນຶ່ງຂອງ
ກອງກຳລັງ ສະຫະລັດ ໃນ ອັຟການິສຖານ ຈະຖອນຕົວອອກໃນໄວໆນີ້.
ສະມາຊິກສະພາສູງ ສັງກັດພັກຣີພັບບລີກັນ ທ່ານ ລິນຊີ ແກຣມ ໄດ້ກ່າວຢູ່ນະຄອນຫຼວງ
ອິສລາມາບັດ ປະເທດປາກິສຖານໃນວັນເສົາວານນີ້, ບ່ອນທີ່ທ່ານໄດ້ກ່າວຕໍ່ບັນດານັກ
ຂ່າວໃນລະຫວ່າງການເດີນທາງໄປເທດດັ່ງກ່າວວ່າ “ພວກເຮົາບໍ່ມີຫຼັກຖານທີ່ວ່າ ມັນມີ
ຕົວເລກແບບນັ້ນເລີຍ. ຂ້າພະເຈົ້າບໍ່ເຊື່ອວ່າລາຍງານນັ້ນຖືກຕ້ອງ.
ໜັງສືພິມ ນິວຢອກ ໄທມສ໌ ໄດ້ລາຍງານໃນເດືອນທັນວາປີກາຍນີ້ວ່າ ປະທານາທິບໍດີ
ທຣຳ ໄດ້ສັ່ງໃຫ້ກອງທັບຖອນອອກເກືອບ 7,000 ຄົນ ຈາກປະເທດ ອັຟກິສຖານ. ທຳ
ນຽບຂາວບໍ່ໄດ້ປະຕິເສດລາຍງານດັ່ງກ່າວ. ອີງຕາມໜັງສືພິມວໍຊິງຕັນ ໂພສ໌ ນັ້ນ, ອະ
ດີດລັດຖະມົນຕີປ້ອງກັນປະເທດທ່ານ ເຈມສ໌ ແມັດຕິສ ໄດ້ລາອອກຍ້ອນການບໍ່ເຫັນ
ດີກັບປະທານາທິບໍດີ ກ່ຽວກັບ ການຖອນກຳລັງອອກຈາກ ຊີເຣຍ ແລະ ອັຟການິສຖານ.
ຂ່າວ ກ່ຽວກັບ ການຖອນກຳລັງ ໄດ້ສົ່ງຄື້ນ ສະເທືອນໄປໃນພາກພື້ນດັ່ງກ່າວໃນເວລາ
ທີ່ທູດພິເສດ ສຳລັບການປອງດອງ ອັຟການິສຖານ ທ່ານ ຊາລເມ ຄາລີລຊາດ ໄດ້ພະ
ຍາຍາມຢ່າງໜັກ ເພື່ອເຄື່ອນການເຈລະຈາ ກັບພວກຕາລີບານໄປຂ້າງໜ້າ.
ທ່ານ ຄາລີລຊາດ ໄດ້ສິ້ນສຸດການຢ້ຽມຢາມ ປາກິສຖານ 4 ວັນໃນວັນອາທິດວານນີ້,
ຫຼັງຈາກພວກຕາລີບານ ອັຟການິສຖານ ເບິ່ງຄືວ່າ ໄດ້ປະຕິເສດທີ່ຈະພົບປະ ກັບທີມ
ຂອງ ອາເມຣິກາ, ເຖິງແມ່ນຈະມີລາຍງານວ່າ ໄດ້ມີຄວາມພະຍາຍາມຈາກປະເທດເຈົ້າ
ພາບກໍຕາມ. ການເຈລະຈາກັບກຸ່ມຕາລີບານ ໄດ້ຢຸດຊະງັກລົງຍ້ອນບັນຫາ ກ່ຽວກັບ
ການລວມເອົາລັດຖະບານ ອັຟການິສຖານ ເຂົ້າໃນການເຈລະຈານຳ. ກຸ່ມຕາລີບານ
ໄດ້ເອີ້ນລະບອບການປົກຄອງ ກາບູລ ວ່າ “ຫຸ່ນເຊີດ” ຂອງ ອາເມຣິກາ ແລະ ບໍ່ເຄີຍ
ຍອມຮັບເຂົາເຈົ້າວ່າເປັນລັດຖະບານທີ່ຖືກຕ້ອງຕາມກົດໝາຍ.
ເບິ່ງຄວາມເຫັນ (1)
ໂຫລດຄວາມເຫັນ ຕື່ມອີກ