ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກ ສະພາສູງ Franken ຂໍໂທດ ກ່ຽວກັບ ການລວນລາມ ໃນປີ 2006


ສະມາຊິກສະພາສູງ Al Franken ທີ່ສັງກັດພັກເດໂມແຄຣັດ ຈາກລັດມິນເນໂຊຕ້າ.
ສະມາຊິກສະພາສູງ Al Franken ທີ່ສັງກັດພັກເດໂມແຄຣັດ ຈາກລັດມິນເນໂຊຕ້າ.

ທ່ານ Al Franken ສະມາຊິກ​ສະພາ​ສູງ ສະຫະລັດ ຂອງ​ພັກ​ເດ​ໂມ​ແຄຣັດ ຈາກ​ລັດ Minnesota ​ໄດ້ຂໍອະ​ໄພແລະ​ຂໍ​ໃຫ້​ມີ​ການ​ສອບ​ສວນ​ທາງ​ດ້ານ​ຈັນ​ຍາ​ບັນ​ຕໍ່ການ​ກະ
ທໍາ​ຂອງ​ທ່ານ ຫຼັງ​ຈາກ​ຜູ້​ປະກາດຂ່າວ ຂອງໂທລະພາບ​ແຫ່ງ​ນຶ່ງ​ ຢູ່ໃນ​ນະຄອນ Los
Angeles ໃນ​ວັນ​ພະຫັດ​ວານ​ນີ້ ໄດ້​ກ່າວ​ຫາທ່ານ​ວ່າ ​ໄດ້​ຈັບບາຍແລະ​ຈູບ​ລາວ​ຢ່າງ
​ແຮງ​ໃນ​ປີ 2006 ​ສອງ​ປີກ່ອນທີ່​ທ່ານ​ຖືກ​ເລືອກ​ ເປັນສະມາຊິກສະພາສູງ.

ນາງແບບ Leeann Tweeden
ນາງແບບ Leeann Tweeden

ທ່ານ Franken ກ່າວ​ຢູ່​ໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງ​ວ່າ "ສິ່ງ​ທໍາ​ອິດ​ທີ່​ຂ້າພະ​ເຈົ້າຢາກ
​ເຮັດກໍ​ຄືຂ້າພະ​ເຈົ້າຂໍຂະມາ​ໂທດ. ຂ້າພະ​ເຈົ້າ​ໃຫ້​ຄວາມ​ນັບຖື​ແກ່​ແມ່ຍິງ. ຂ້າພະ​ເຈົ້າ
ບໍ່​ໃຫ້ຄວາມ​ນັບຖື​ແກ່ຜູ້​ຊາຍທີ່ບໍ່ນັບຖື​ແກ່​ແມ່ຍິງ. ​ແລະ​ການ​ກະທໍາ​ສອງ​ຢ່າງ​ຂອງ​ຂ້າ
ພະ​ເຈົ້າ​ເອງ ​ເຮັດ​ໃຫ້​ຄົນມີ​ເຫດຜົນ​ທີ່​ດີ ທີ່​ຈະ​ບໍ່​ເຊື່ອຂ້າພະ​ເຈົ້າຊຶ່ງ​ເຮັດ​ໃຫ້ຂ້າພະ​ເຈົ້າ
ຮູ້ສຶກ​ອັບອາຍ."

ບໍ່ເທົ່າໃດ​ຊົ່ວ​ໂມງ​ກ່ອນໜ້ານັ້ນ ນາງ Leeann Tweeden ອະດີດ​ນັກ​ຂ່າວ​ໃນ​ໂທລະ
ພາບ ​ແລະ​ນາງ​ແບບ ​ໃນ​ປຶ້ມ Playboy ​ເວົ້າວ່າ ​ໃນ​ຂະນະ​ທີ່​ນາງ ເດີນທາງກັບ​ທ່ານ
Franken ໄປສະ​ແດງ​ເພື່ອ​ໃຫ້​ກໍາລັງ​ໃຈແລະ​ໃຫ້ຄວາມ​ມ່ວນ​ຊື່ນ​ແກ່​ທະຫານ​ອາ​ເມຣິ
ກັນ​ຢູ່​ພາກ​ຕາ​ເວັນ​ອອກ​ກາງ​ນັ້ນທ່ານ Franken "ຈູບແລະ​ຈັບບາຍຂ້ອຍ​ໂດຍ​ທີ່​ຂ້ອຍ
ບໍ່ເຕັມ​ໃຈ​ ​ແລະ​ມັນກໍ​ບໍ່​ເປັນ​ເລື່ອງ​ຕະຫລົກຫຍັງ​ເລີຍ."

ນາງ Tweeden ​ເວົ້າວ່າ ນາງ ​ແລະ​ທ່ານ Franken, ທີ່​ເປັນ​ນັກ​ສະ​ແດງຕະຫຼົກ​ທາງ​ໂທລະພາບທີ່​ໂດ່​ງດັງ​ແລະ​ເປັນນັກຂຽນ​ ໃນ​ປີ 2006 ກໍາລັງ​ຊ້ອມ​ບົດສະ​ແດງ​ສາກ​ລະ
ຄອນ ​ໂດຍທີ່ວ່າ ​ລາວ​ຕ້ອງຈູບ​ນາງ. ​ນາງ​ເວົ້າວ່າ “ຕອນ​ນັ້ນ ທ່ານ Franken ​ເອົາລິ້ນ
​ແຍ່​ເຂົ້າ​ປາກຂ້ອຍ​ຢ່າງ​ແຮງ."

ຢູ່​ໃນ​ບົດ​ຄວາມ​ທີ່​ຂຽນລົງ​ໃນ​ເວັບ​ໄຊ​ຂອງ​ວິທະຍຸ KABC ​ຊຶ່ງ​ເປັນ​ສະຖານີວິທະຍຸ​ແຫ່ງ​
ນຶ່ງ​ຢູ່​ນະອນ Los Angeles ນັ້ນ, ນາງ Tweeden ​ເວົ້າວ່າ "ຕອນ​ນັ້ນຂ້ອຍ​ຄິດ​ຫຍັງ​ບໍ່
ອອກ​ເລີຍ ມີ​ແຕ່​ຟ້າວແລ່ນໄປ​ຫ້ອງ​ນໍ້າ​ ໃຫ້​ໄວ​ທີ່​ສຸດ ​ແລ້ວ​ບ້ວນ​ປາກ ​ເອົາ​ນໍ້າລາຍຂອງ​
ລາວ​ທີ່​ຕິດ​ປາກ​ຂ້ອຍ​ຢູ່​ນັ້ນ ອອກ. ຂ້ອຍ​ຮູ້ສຶກ​ອາເຫຍືອງ ​ແລະ​ຖືກ​ລ່ວງ​ລະ​ເມີດ."

US Senator in Trouble After Being Accused of Sexual Harassment in 2006
please wait

No media source currently available

0:00 0:02:42 0:00

​ໃນ​ເວລາ​ຕໍ່ມາ ​ໃນ​ຂະນະ​ທີ່​ຄະນະ​ສະ​ແດງ​ຂອງ​ສະຫະລັດ ເດີນທາງ​ກັບ​ຄືນ​ມາ​ຍັງ​ປະ
​ເທດ ນາງ Tweeden ​ເວົ້າວ່າ ນາງກໍາລັງ​ນອນຫ​ຼັບ​ຢູ່ ​ໃນຕອນ​ທີ່ມີ​ການຮູບ​ຖ່າຍ​ເອົາ
​ທ່ານ Franken ທີ່​ຈັບ​ນົມ​ລາວ​ຢູ່ ​ແລ້ວກໍ​ຍິ້ມນັ້ນ. ນາງ​ເວົ້າວ່າ "ຂ້ອຍ​ບໍ່ຢາກ​ເຊື່ອ​ເລີຍ.
ລາວ​ຈັບບາຍ​ຂ້ອຍ ​ໂດຍ​ທີ່​ຂ້ອຍ​ບໍ່​ໄດ້​ເຕັມ​ໃຈ, ​ໃນ​ຂະນະ​ທີ່​ຂ້ອຍ ກໍາລັງ​ນອນ​ຫລັບຢູ່.
ຂ້ອຍ​ຮູ້ສຶກ​ວ່າ​ຖືກ​ລ່ວງ​ລະ​ເມີດທັງໝົດທັງ​ສິ້ນອີກ. ຂ້ອຍ​ຮູ້ສຶກ​ອັບອາຍ ຖືກ​ດູ​ຖູ​ກ ຖືກ
ໝິ່ນປະໝາດ. ​ເຮັດ​ຈັ່ງ​ໃດ​ຈຶ່ງ​ມີ​ຄົນ​ມາ​ກ້າຈັບ​ນົມ​ຂ້ອຍ​ຄື​ແນວ​ນີ້ ​ແລະ​ກໍ​ຄິດ​ວ່າ​ມັນ​ເປັນ
ຕາ​ຢາກຫົວ?"

ຮູບ​ໃບ​ນັ້ນ​ໄດ້​ນໍາ​ເອົາ​ອອກ​ມາ​ເຜີຍ​ແຜ່​ຢ່າງ​ກວ້າງ​ຂວາງ​ແລ້ວ ​ໃນ​ເຄືອ​ຂ່າຍ​ຂ່າວ​ທາງ​ໂທລະພາບ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG