ສະມາຊິກທີ່ຮັບໃຊ້ໃນສະພາສູງຂອງສະຫະລັດເປັນເວລາ
ນານທີ່ສຸດ ແລະເປັນບຸກຄົນອັນດັບສາມຢູ່ໃນຖັ້ນແຖວ ທີ່
ຈະສືບທອດຕຳແໜ່ງປະທານາທິບໍດີ ທ່ານ Daniel Inouye
ຈາກລັດຮາວາຍ ໄດ້ເຖິງແກ່ມໍລະນະກຳໄປແລ້ວ ລວມອາ
ຍຸໄດ້ 88 ປີ.
ທ່ານ Inouye ນັກລົບເກົ່າໃນປາງສົງຄາມໂລກຄັ້ງທີ່ 2 ທີ່
ໄດ້ຮັບຫລຽນໄຊຫຼາຍຜູ້ນຶ່ງ ໄດ້ເຂົ້າໂຮງໝໍຢູ່ ນະຄອນວໍຊິງ
ຕັນ ນັບແຕ່ວັນທີ 6 ທັນວາເປັນຕົ້ນມາ ເມື່ອທ່ານເປັນລົມ
ຢູ່ໃນ ຫ້ອງການຂອງທ່ານ ທີ່ຕຶກຫໍລັດຖະສະພາ ຫລື
Capitol ຂອງສະຫະລັດ. ການເຖິງແກ່ມໍລະນະກຳຂອງ
ທ່ານໃນວັນຈັນວານນີ້ ແມ່ນສືບເນື່ອງມາຈາກລະບົບ
ຫາຍໃຈສັບສົນ.
ທ່ານ Harry Reid ຜູ້ນໍາສຽງສ່ວນຫລາຍໃນສະພາສູງ ແລະເພື່ອນຮ່ວມງານສັງກັດພັກ ເດໂມແຄຣັດຂອງທ່ານ ໄດ້ປະກາດໃຫ້ຊາບກ່ຽວກັບການເຖິງແກ່ມໍລະນະກຳຂອງທ່ານ Inouye ຢູ່ທີ່ຫ້ອງປະຊຸມຂອງສະພາສູງ.
ໃນຄໍາຖະແຫລງການທີ່ຂຽນເປັນລາຍລັກອັກສອນນັ້ນ ປະທານາທິບໍດີ ໂອບາມາກ່າວວ່າ ປະເທດຊາດ “ໄດ້ສູນເສຍວິລະຊົນອາເມຣິກັນທີ່ແທ້ຈິງໄປ.” ທາງດ້ານທ່ານ Mitch McConnell ຜູ້ນໍາພັກຣີພັບບລິກັນ ຢູ່ໃນສະພາສູງກໍເອີ້ນທ່ານ Inouye ວ່າ “ເປັນສັນ ຍາລັກທາງການເມືອງທີ່ສໍາຄັນ” ທີ່ “ມີຫລາຍໆເຫດຜົນທີ່ຈະຮຽກຮ້ອງໃຫ້ມີຄົນສົນໃຈ ຕໍ່ທ່ານເອງ ແຕ່ທ່ານບໍ່ເຄີຍໄດ້ຮຽກຮ້ອງໃຫ້ເຮັດເຊັ່ນນັ້ນເລີຍ.”
ໃນຂະນະທີ່ທ່ານເຖິງແກ່ມໍລະນະກຳນັ້ນ ທ່ານ Inouye ແມ່ນເປັນປະທານສະພາສູງຊົ່ວ ຄາວ ຊຶ່ງເປັນການມອບໝາຍໃຫ້ເປັນບຸກຄົນຢູ່ໃນຖັນແຖວຜູ້ທີ 3 ທີ່ຈະຮັບຕຳແໜ່ງປະ ທານາທິບໍດີ ຫຼັງຈາກຮອງປະທານາທິບໍດີ ແລະປະທານສະພາຕໍ່າ. ນອກນັ້ນ ທ່ານ Inouye ຍັງເປັນປະທານຄະນະກໍາມາທິການຈັດສັນງົບປະມານຂອງສະພາສູງ ທີ່ມີ ອິດທິພົນສູງນັ້ນ.
ເມື່ອຮາວາຍໄດ້ກາຍມາເປັນລັດນຶ່ງໃນປີ 1959 ທ່ານ Inouye ຖືກເລືອກຕັ້ງ ໃຫ້ເປັນ ຜູ້
ແທນທ່ານທໍາອິດຈາກລັດດັ່ງກ່າວ ແລະຖືກເລືອກຕັ້ງຄືນອີກໃຫ້ປະຈໍາການ ຢ່າງເຕັມ ສະໄໝໃນປີ 1960. ທ່ານໄດ້ຖືກເລືອກໃຫ້ເຂົ້າໄປນັ່ງຢູ່ໃນສະພາສູງໃນປີ 1962 ແລະ ກໍາລັງຮັບໃຊ້ຢູ່ໃນສະພາດັ່ງກ່າວ ເປັນເວລາຕິດຕໍ່ກັນມາເປັນສະໄໝທີ 9 ໃນເວລາທີ່ ທ່ານເຖິງແກ່ມໍລະນະກຳນັ້ນ.