ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການ CIA ປະຕິເສດວ່າ ບໍ່ໄດ້ເຈາະເຂົ້າໄປ ໃນລະບົບ ຄອມພີວເຕີ ສະພາສູງ (ວີດີໂອ)


ທ່ານ John Brennan ຜູ້ອຳນວຍການ​ອົງການ​ສື​ບລັບ CIA
ກ່າວ​ວ່າ ອົງການ​ສືບ​ລັບ CIA ບໍ່​ໄດ້​ເຈາະເຂົ້າ​ໄປ​ໃນລະບົບ​
ຄອມ​ພີ​ວ​ເຕີ​ຂອງ​ຄະນະ​ກຳມາ​ທິການ​ສືບ​ລັບ​ສະພາ​ສູງ​ສະຫະ
ລັດ ​ທີ່​ໃຊ້​ເພື່ອ​ສືບ​ສວນສອບ​ສວນ ​ກ່ຽວກັບໂຄງການ​ສອບ​
ຖາມ​ໃນ​ສະ​ໄໝລັດຖະ ບານອະດີດ​ປະທານາທິບໍດີ Bush
ນັ້ນ.

​ໃນ​ການ​ກ່າວ​ຕໍ່​ສະພາ​ວ່າດ້ວຍສາຍ​ພົວພັນ​ກັບ​ຕ່າງປະ​ເທດ
ທ່ານ Brennan ກ່າວ​ວ່າ “ບໍ່​ມີ​ຫຍັງ​ຕື່ມ​ອີກ ນອກຈາກ​
ຄວາມ​ຈິງ​ເທົ່າ​ນັ້ນ ພວກ​ເຮົາ​ຈະ​ບໍ່​ກະທຳ​ເຊັ່ນ​ນັ້ນ​.”


ກ່ອນ​ໜ້າ​ນີ້ ສະມາຊິກ​ສະພາ​ສູງ Dianne Feinstein ຫົວລັດ ກ່າວ​ວ່າ ອົງການ​
ສືບ​ລັບ CIA ​ໄດ້​ເຂົ້າ​ໄປ​ຊອກ​ຄົ້ນ ໃນ​ລະບົບຄອມ​ພີ​ວ​ເຕີຂອງສະພາສູງແບບບໍ່ຖືກ
ຕ້ອງ.

ທ່ານ​ນາງ Feinstein ກ່າວ​ຢູ່ໃນ​ສະພາ​ສູງ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ທ່ານ​ນາງ​ມີ “ຄວາມ ເປັນ​ຫ່ວງ​ຢ່າງ​ໜັກ​ວ່າ ການ​ຊອກ​ຄົ້ນ​ຂອງ​ອົງການ​ສືບ​ລັບ CIA
ອາດໄດ້​ລະ​ເມີດຕໍ່ຫລັກ ການ​ການ​ແບ່ງ​ແຍ​ກອຳນາດ ທີ່​ບົ່ງ​ໄວ້​ໃນ​ກົດ
ໝາຍ​ລັດຖະທຳ​ມະນູນ​ຂອງ​ສະຫະລັດ​ນັ້ນ.”



ປະທານກຳມາທິການສືບລັບສະພາສູງສະຫະລັດທ່ານນາງ Dianne Feinstein
ປະທານກຳມາທິການສືບລັບສະພາສູງສະຫະລັດທ່ານນາງ Dianne Feinstein

ທ່ານ​ນາງ Feinstein ກ່າວ​ຕື່ມ​ວ່າ ຜູ້​ກວດກາ​ທົ່ວ​ໄປ​
ຂອງ​ອົງການ CIA ​ໄດ້​ສະ​ເໜີ​ແນະ ໄປ​ຍັງ​ກະຊວງ​ຍຸຕິ​
ທຳ ​ເພື່ອ​ໃຫ້​ທຳ​ການ​ສືບສວນ​ສອບ​ສວນ​ຫາ ຄວາມ
​ເປັນ​ໄປ​ໄດ້​ທີ່​ມີ​ການ “ລະ​ເມີດ​ທາງ​ດ້ານ​ອາຍາ ​
ໂດຍ​ພວກ​ເຈົ້າ​ໜ້າ​ທີ່​ອົງການ
CIA ນັ້ນ.”

ອົງການ CIA ​ໄດ້​ມອບ​ເຄື່ອງ​ຄອມ​ພີ​ວ​ເຕີ​ເຫຼົ່າ​ນີ້ ​ໃຫ້​ຄະນະກຳມາ​ທິການ​ດັ່ງກ່າວ ​
ເພື່ອ ​ທົບ​ທວນຄືນ​ເບິ່ງ​ເອກະສານ​ລັບ​ລະດັບ​ສູງ​ສຸດ​ໃນ​ຈຳນວນ​ຫຼາຍ​ລ້ານ​ໜ້າ​ ​ໃນ​ລະຫວ່າງ​ການ​ສືບ ສວນ​ສອບ​ສວນ​ຂອງ​ຕົນ​ກ່ຽວ​ກັບການ​ກ່າວຫາທີ່ວ່າ ມີການໃຊ້
ການ​ທໍລະມານຕໍ່​ພວກ​ຜູ້​ຕ້ອງ​ສົງ​ໄສຂອງ​ອົງການ CIA ນັ້ນ.
XS
SM
MD
LG