ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະມາຊິກສະພາ ສຫລ ຮຽກຮ້ອງ ໃຫ້ປ່ຽນແປງ ເຟສບຸກ ຫຼັງຈາກ ເກີດຂໍ້ມູນຮົ່ວໄຫຼ


Facebook Hearings
please wait
Embed

No media source currently available

0:00 0:01:38 0:00

ຫຼັງຈາກທີ່ຜ່ານຜ່າການຕອບຄຳຖາມທີ່ເຈາະຈິ້ມຕ່າງໆນາໆ ຈາກສອງຄະນະກຳມະການ
ສະພາສູງແລ້ວ ຫົວໜ້າບໍລິຫານ ບໍລິສັດເຟສບຸກ ທ່ານມາກ ຊັກເກີເບີກ ຈະກັບຄືນໄປ
ລັດຖະສະພາອີກ ໃນວັນພຸດມື້ນີ້ ເພື່ອປະເຊີນໜ້າ ກັບການສອບຖາມຕື່ມອີກ ຈາກ
ຄະນະກຳມະການສະພາຕ່ຳ ກ່ຽວກັບຄວາມໂປ່ງໃສຂອງສື່ສັງຄົມເຟສບຸກ ແລະເລື່ອງ
ຄວາມເປັນສ່ວນຕົວຂອງຜູ້ຊົມໃຊ້.

ບັນດາສະມາຊິກສະພາ ຢາກໃຫ້ມີການປ້ອງກັນທີ່ດີຂຶ້ນກວ່າເກົ່າ ຫຼັງຈາກທີ່ຂໍ້ມູນສ່ວນ
ຕົວ ໄດ້ມີການຮົ່ວໄຫລ ທີ່ສົ່ງຜົນກະທົບຕໍ່ພວກຜູ້ຊົມໃຊ້ ຫຼາຍລ້ານຄົນ.

Zuckerberg Apologizes for Data Breach, Promises Change
please wait

No media source currently available

0:00 0:02:37 0:00

ປະທານ ຄະນະກຳມະການດ້ານຕຸລາການຂອງສະພາສູງ ທ່ານ ຈຊັກ ແກຣສລີ ສັງກັດ
ພັກຣີພັບບລີກັນ ຈາກລັດໄອໂອວາ ໄດ້ກ່າວວ່າ “ເປັນທີ່ຈະແຈ້ງແລ້ວວ່າ ມີການລະ
ເມີດ ຕໍ່ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກ ແລະອາດເປັນໄປໄດ້ສູງວ່າ ມີການຍົກຍາຍ
ຂໍ້ມູນທີ່ບໍ່ຖືກຕ້ອງ.”

ທ່ານ ຊັກເກີເບີກ ໄດ້ກ່າວຕອບທັນທີຕໍ່ຈາກນັ້ນ ວ່າ “ມັນເປັນຄວາມຜິດພາດ ຂອງ
ຂ້າພະເຈົ້າ ແລະ ຂ້າພະເຈົ້າກໍເສຍໃຈ.”

ບັນດາສະມາຊິກສະພາສູງ ຮຽກຮ້ອງຕໍ່ ຫົວໜ້າບໍລິຫານຂອງເຟສບຸກ ໃຫ້ເອົາມາດ
ຕະການ.

ຫົວໜ້າບໍລິຫານ ເຟສບຸກ ທ່ານ ມາກ ຊັກເກີເບີຣກ (Mark Zuckerberg) ຈັບໂທລະສັບມືຖື ໃນຂະນະທີ່ ລົມກັບ ສະມາຊິກສະພາສູງ ທ່ານບີລ ແນລສັນ ສັງກັດພັກເດໂມແຄຣັດ ຈາກລັດຟໍລິດາ ຢູ່ໃນຫ້ອງການຕຶກ ຮາຣຕ໌ ຂອງສະພາສູງ ທີ່ນະຄອນຫຼວງ ວໍຊິງຕັນ, ວັນທີl 9 ເມສາ 2018.
ຫົວໜ້າບໍລິຫານ ເຟສບຸກ ທ່ານ ມາກ ຊັກເກີເບີຣກ (Mark Zuckerberg) ຈັບໂທລະສັບມືຖື ໃນຂະນະທີ່ ລົມກັບ ສະມາຊິກສະພາສູງ ທ່ານບີລ ແນລສັນ ສັງກັດພັກເດໂມແຄຣັດ ຈາກລັດຟໍລິດາ ຢູ່ໃນຫ້ອງການຕຶກ ຮາຣຕ໌ ຂອງສະພາສູງ ທີ່ນະຄອນຫຼວງ ວໍຊິງຕັນ, ວັນທີl 9 ເມສາ 2018.


ທ່ານບີລ ແນລສັນ ຜູ້ນຳຂັ້ນສູງຂອງພັກພັກເດໂມແຄຣັດ ຈາກລັດຟໍລິດາ ທີ່ຢູ່ໃນຄະນະ
ກຳມະການການຄ້າ ຂອງສະພາສູງ ກ່າວວ່າ “ຖ້າວ່າທ່ານ ແລະບໍລິ ສັດສື່ສັງຄົມອື່ນໆ
ບໍ່ເອົາໃຈໃສ່ປັບປຸງໃຫ້ເປັນລະບຽບແລ້ວ ກໍຈະບໍ່ມີຜູ້ໃດ ມີຄວາມເປັນສ່ວນຕົວເລີຍ.”

ທ່ານໄດ້ກ່າວຕໍ່ໄປວ່າ “ຖ້າ ເຟສບຸກ ແລະ ບໍລິສັດອອນໄລອື່ນໆ ຈະບໍ່ເຮັດ ຫຼື ບໍ່ສາ
ມາດຢຸດຢັ້ງການບຸກລຸກເລື່ອງຄວາມເປັນສ່ວນຕົວແລ້ວ ສະນັ້ນ ພວກເຮົາກໍຈະຕ້ອງ
ໄດ້ເຮັດ--ພວກເຮົາ ໝາຍເຖິງລັດຖະສະພາ.”

ທ່ານຊັກເກີເບີກ ໄດ້ຖືກຮຽກໂຕມາໃຫ້ການ ຫຼັງຈາກທີ່ມີຂ່າວວ່າ ຂໍ້ມູນສ່ວນຕົວ ຂອງຜູ້
ຊົມໃຊ້ເຟສບຸກ ຫຼາຍລ້ານຄົນ ໄດ້ຖືກເກັບກຳເອົາ ໂດຍບໍລິສັດ ເຄມບຣິຈ ອານາລີຕີກາ
(Cambridge Analytica) ເຊິ່ງເປັນບໍລິສັດ ຂອງອັງກິດ ທີ່ທຳການວິເຄາະດ້ານພຶດ
ຕິກຳຂອງຜູ້ມີສິດອອກສຽງ ໂດຍປາດສະຈາກການຮັບຮູ້ຂອງພວກເຂົ້າເຈົ້າ ທີ່ຄະນະ
ໂຄສະນາຫາສຽງຂອງປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ວ່າຈ້າງໃຫ້ຕັ້ງ
ເປົ້າໝາຍໃສ່ພວກທີ່ອາດຈະເປັນຜູ້ທີ່ສະໜັບສະໜູນ ທ່ານໃນປີ 2016.

ຫົວໜ້າບໍລິຫານ ເຟສບຸກ ທ່ານ ມາກ ຊັກເກີເບີຣກ (Mark Zuckerberg) ພ້ອມທີ່ຈະໃຫ້ການ ໃນການຮັບຟັງຮ່ວມ ຕໍ່ໜ້າ ຄະນະກຳມະການ ດ້ານການຄ້າ ແລະ ດ້ານຕຸລາການ ຂອງສະພາສູງ ຢູ່ທີ່ ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 10 ເມສາ 2018.
ຫົວໜ້າບໍລິຫານ ເຟສບຸກ ທ່ານ ມາກ ຊັກເກີເບີຣກ (Mark Zuckerberg) ພ້ອມທີ່ຈະໃຫ້ການ ໃນການຮັບຟັງຮ່ວມ ຕໍ່ໜ້າ ຄະນະກຳມະການ ດ້ານການຄ້າ ແລະ ດ້ານຕຸລາການ ຂອງສະພາສູງ ຢູ່ທີ່ ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 10 ເມສາ 2018.


ທ່ານຊັກເກີເບີກ ໄດ້ໃຫ້ຄຳໝັ້ນສັນຍາ ທີ່ຈະປົກປ້ອງ ພວກຜູ້ຊົມໃຊ້ເຟສບຸກໃຫ້ ດີຂຶ້ນ
ກວ່າເກົ່າ. ລາຊາສື່ສັງຄົມ ໄດ້ກ່າວດ້ວຍຄວາມພາກພູມໃຈ ກ່ຽວກັບຄວາມອາດສາມາດ
ຂອງເຟສບຸກໃນການເຊື່ອມໂຍງ ພວກຄົນທັງຫຼາຍເຂົ້າກັນ ເພື່ອປະໂຫຍດ ສ່ວນລວມ
ແຕ່ກໍໄດ້ຍອມຮັບວ່າ ບໍລິສັດ ບໍ່ໄດ້ເອົາທ່າທີ ໃນການປົກປ້ອງບັນດາຜູ້ຊົມໃຊ້ຂອງຕົນ
ຈາກການນຳເອົາຂໍ້ມູນໄປໃຊ້ໃນທາງທີ່ຜິດ ຫຼື ພວກທີ່ວ່ານຂໍ້ຄວາມ ໃສ່ຮ້າຍປ້າຍສີ
ທັງຫຼາຍ.

ທ່ານຊັກເກີເບີກ ໄດ້ກ່າວວ່າ “ຂ້າພະເຈົ້າ ເລີ້ມຕົ້ນສ້າງ ເຟສບຸກ, ຂ້າພະເຈົ້າບໍລິຫານ
ມັນ. ແລະ ຂ້າພະເຈົ້າ ກໍຮັບຜິດຊອບ ສຳລັບສິ່ງທີ່ເກີດຂຶ້ນຢູ່ນີ້.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ວີໂອເອຮອບໂລກໃນ 60 ວິນາທີ ວັນທີ 23 ມີນາ 2024

XS
SM
MD
LG