ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະ​ພາ​ສູງ ​ສຫ​ລ ຮັບ​ຜ່ານ​ມະ​ຕິ ທີ່ເຮັດໃຫ້​ ຍຸຕິການສະ​ໜັບ​ສະ​ໜຸນ​ ຕໍ່​ຊາ​ອຸ​ດີ ໃນ​ການ​ເຮັດ​ສົງ​ຄາມ ຢູ່​ເຢ​ເມນ


ສະ​ມາ​ຊິກສະ​ພາ​ສູງ Dan Kildee ຂອງພັກ​ເດ​ໂມ​ແຄ​ຣດຈາກ​ລັດ ມິ​ຊິ​ແກນ (ຊ້າຍ), ສະ​ມາ​ຊິກສະ​ພາ​ສູງ Sean Patrick Maloney,ພັກ​ເດ​ໂມ​ແຄ​ຣດຈາກ​ລັດນີວຢອກ​ໄປ​ເຖິງ​ຕຶກ​ລັດ​ຖະ​ສາ​ພາ​ໃນ​ນະ​ຄອນ​ວໍ​ຊິງ​ຕັນໃນ​ວັນ​ທີ 13 ທັນ​ວາເພື່ອ​ລົງ​ຄະ​ແນນ​​ສຽງ​ກ່ຽວ​ກັບ​ມະ​ຕິ​ດ້ານ​ສະ​ໜັບ​ສະ​ໜຸນ​ແກ່​ຊາ​ອຸ​​​ດີ
ສະ​ມາ​ຊິກສະ​ພາ​ສູງ Dan Kildee ຂອງພັກ​ເດ​ໂມ​ແຄ​ຣດຈາກ​ລັດ ມິ​ຊິ​ແກນ (ຊ້າຍ), ສະ​ມາ​ຊິກສະ​ພາ​ສູງ Sean Patrick Maloney,ພັກ​ເດ​ໂມ​ແຄ​ຣດຈາກ​ລັດນີວຢອກ​ໄປ​ເຖິງ​ຕຶກ​ລັດ​ຖະ​ສາ​ພາ​ໃນ​ນະ​ຄອນ​ວໍ​ຊິງ​ຕັນໃນ​ວັນ​ທີ 13 ທັນ​ວາເພື່ອ​ລົງ​ຄະ​ແນນ​​ສຽງ​ກ່ຽວ​ກັບ​ມະ​ຕິ​ດ້ານ​ສະ​ໜັບ​ສະ​ໜຸນ​ແກ່​ຊາ​ອຸ​​​ດີ

ສະ​ພາ​ສູງ​ສະ​ຫະ​ລັດ​ໃນ​ວັນ​ພະ​ຫັດ​ວານນີ້ ໄດ້ກະທຳການແບບ​ຮຸນ​ແຮງຢ່າງ​ເປັນປະ
​ຫວັດການ​ຕໍ່​ຊາ​ອຸ​ດີ ອາ​ຣາ​ເບຍ, ຊຶ່ງ​ເປັນ​ພັນ​ທະ​ມິດ​ຂອງ​ສະ​ຫະ​ລັດ​ມາ​ເປັນ​ເວ​ລາ
ດົນ​ນານນັ້ນ ​ໂດຍ​ໄດ້​ຮັບ​ຜ່ານມະ​ຕິ​ທີ່​ເຮັດໃຫ້​ຍຸ​ຕິການສະ​ໜັບ​ສະ​ໜຸນ​ຂອງ​ອາ​ເມ​ຣິ​ກາ
ຕໍ່​ການ​ແຊກ​ແຊງ​ທາງ​ທະ​ຫານ​ຂອງ​ຣາດ​ຊະ​ອາ​ນາ​ຈັກ​ດັ່ງ​ກ່າວ​ເຂົ້າ​ໃນ​ສົງ​ຄາມ ກາງ
​ເມືອງ​ຂອງ​ເຢ​ເມນ ແລະ ມາດ​ຕະ​ການ​ນຶ່ງ​ອີກ ທີ່​ປະ​ນາມການ​ຂ້າ​ນັກ​ຂ່າວ​ຊາວ​ຊາ​
ອຸ​ດີ​ທີ່​ຕໍ່​ຕ້ານ​ລັດ​ຖະ​ບານ​ປະ​ເທດ​ດັ່ງ​ກ່າວ.

ພາຍ​ຫລັງ​ການ​ໂຕ້​ວາ​ທີ​ກັນ​ຢ່າງ​ເລິກ​ເຊິ່ງ​ເປັນ​ເວ​ລາ​ຫລາຍ​ຊົ່ງ​ໂມງ, ສະ​ພາ​ທີ່​ນຳ​ພາ​ໂດຍ
​ພັກ​ຣີ​ພັບ​ບລິ​ກັນ ກໍ​ໄດ້​ລົງ​ຄະ​ແນນ​ສຽງໂດຍຜົນ​ອອກ​ມາ​ກໍ​ຄື 56 ຕໍ່ 41 ສຽງເຫັນ​ດີນຳມະ​ຕິ​ສະ​ບັບ​ທຳ​ອິດນີ້. ບໍ່​ດົນ​ພໍ​ເທົ່າ​ໃດຕໍ່​ຈາກນັ້ນ ສະ​ພາ​ດັ່ງ​ກ່າວ​ກໍ​ໄດ້​ຮັບ​ຮອງ​ເອົາ​ມະ​ຕິ​ສະ​ບັບ​ທີ​ສອງ​ໂດຍ​ການ​ລົງ​ຄະ​ແນນ​ສຽງອັນ​ດຽວ. ຢູ່​ໃນ​ທັງ​ສອງ​ກໍ​ລະ​ນີ ສະ​ພາ​ໄດ້​ກະ​ທຳການ​ທີ່ແຕກ​ຕ່າງ​ໄປ​ຈາກ​ລັດ​ຖະ​ບານ​ຂອງທ່ານທ​ຣຳ ທີ່​ໄດ້​ກ່າວ​ຄັດ​ຄ້ານ​ຢ່າງໜັກຕໍ່​ການທີ່​ຈະ​ເຮັດ​ໃຫ້​ການ​ຮ່ວມ​ມື ລະ​ຫວ່າງວໍ​ຊິງ​ຕັນ ​ກັບ​ຣິຢາດ ທີ່​ເປັນ​ພັນ​ທະ​ມິດກັນ​ມາ ​ເປັນ​ເວ​ລາ​ດົນ​ນານນັ້ນແຕກ​ຫັກ​ລົງ. ສະ​ມາ​ຊິກສະ​ພາ​ສູງເບີ​ນີ ແຊນ​ເດີ​ສ໌ ທີ່​ບໍ່ສັງ​ກັດ​ໃນ​ພັກ​ໃດ ຈາກ​ລັດ​ເວີ​ມັນ​ທ໌ ເວົ້າ​ວ່າ "ເຢ​ເມນ ບັດ​ນີ້ ກຳ​ລັງ​ປະ​ເຊີນ​ໜ້າ​ກັບ​ໄພ​ຫາ​ຍະ​ນະ​ທາງ​ດ້ານ​ມະ​ນຸດ​ສະ​ທຳ ທີ່​ຮ້າຍ​ແຮງ​ທີ່​ສຸດ​ຢູ່​ໃນ​ໂລກ." ທ່ານ​ກ່າວເພີ້ມອີກວ່າ "ສະ​ຫະ​ລັດ​ໄດ້​ເປັນ​ພາ​ຄີ​ກັບ​ຊາ​ອຸ​ດີ ຢູ່​ໃນ​ສົງ​ຄາມ​ອັນ​ໜ້າ​ສະ​ຫຍອງ​ຂັວນ​ນີ້. ພວກ​ເຮົາ​ໄດ້​ສະ​ໜອງ​ລະ​ເບີດ, ໄດ້​ເຕີມ​ນ້ຳ​ມັນ​ໃສ່​ເຮືອ​ບິນ​ທີ່​ໄປ​ຖິ້ມ​ລະ​ເບີດ​ເຫລົ່ານັ້ນ ແລະ​ໃຫ້​ການ​ຊ່ວຍ​ເຫລືອ​ທາງ​ດ້ານ​ສືບ​ລັບ."

"​ເດັກ​ນ້ອຍ 85,000 ຄົນ (ຢູ່​ໃນ​ເຢ​ເມນ) ອາ​ຍຸ​ຕ່ຳ​ກວ່າ 5 ປີ​ໄດ້​ເສຍ​ຊີ​ວິດ​ຍ້ອນ​ຄວາມ​ຫິວ​ໂຫຍ ແລະ​ພະ​ຍາດ", ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານ ຄ​ຣິ​ສ ເມີ​ຟີ (Chris Murphy) ສະ​ມາ​ຊິກສະ​ພາ​ສູງ ສັງ​ກັດ​ພັກເດ​ໂມ​ແຄ​ຣັດ ຈາກລັດ​ຄອນ​ເນັກ​ຕິ​ກັດ ຊຶ່ງທ່ານກ່າວ​ເພີ້ມ​ອີກວ່າ "ຫລັກ​ຖານ​ທັງ​ໝົດ ລ້ວນ​ແຕ່​ຊີ້​ໄປ​ໃສ່​ຄວາມ​ຈິງ​ທີ່​ວ່າ ພວກ​ຊາ​ອຸ​ດີ ກຳ​ລັງ​ໃຊ້​ລູກລະ​ເບີດຂອງ​ພວກ​ເຮົາ ທີ່​ມີ​ເຈດ​ຕະ​ນາ​ຖິ້ມ​ໃສ່ ພົນ​ລະ​ເຮືອນ ຫລືບໍ່​ກໍ​ຖິ້ມ​ໃສ່ ໂຄງ​ລ່າງ​ພື້ນ​ຖານ​ຂອງ​ພົນ​ລະ​ເຮືອນ."

ະ​ມາ​ຊິກສະ​ພາ​ສູງເບີ​ນີ ແຊນ​ເດີ​ສ໌ ທີ່​ບໍ່ສັງ​ກັດ​ໃນ​ພັກ​ໃດ ຈາກ​ລັດ​ເວີ​ມັນ​ທ໌ ໂດຍ​ທີ່​ມີ ທ່ານ ຄ​ຣິ​ສ ເມີ​ຟີ, ສະ​ມາ​ຊິກສະ​ພາ​ສູງ ສັງ​ກັດ​ພັກເດ​ໂມ​ແຄ​ຣັດ ຈາກລັດ​ຄອນ​ເນັກ​ຕິ​ກັດ ຢືນ​ຢູ່​ຂ້າງ​ຊ້າຍ​ມື ກ່າວ​ຢູ່​ໃນກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ໃນ​ນະ​ຄອນ​ວໍ​ຊິງ​ຕັນໃນ​ວັນ​ທີ 13 ທັນ​ວາ 2018
ະ​ມາ​ຊິກສະ​ພາ​ສູງເບີ​ນີ ແຊນ​ເດີ​ສ໌ ທີ່​ບໍ່ສັງ​ກັດ​ໃນ​ພັກ​ໃດ ຈາກ​ລັດ​ເວີ​ມັນ​ທ໌ ໂດຍ​ທີ່​ມີ ທ່ານ ຄ​ຣິ​ສ ເມີ​ຟີ, ສະ​ມາ​ຊິກສະ​ພາ​ສູງ ສັງ​ກັດ​ພັກເດ​ໂມ​ແຄ​ຣັດ ຈາກລັດ​ຄອນ​ເນັກ​ຕິ​ກັດ ຢືນ​ຢູ່​ຂ້າງ​ຊ້າຍ​ມື ກ່າວ​ຢູ່​ໃນກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ໃນ​ນະ​ຄອນ​ວໍ​ຊິງ​ຕັນໃນ​ວັນ​ທີ 13 ທັນ​ວາ 2018

ສະ​ມາ​ຊິກສະ​ພາ​ສູງສັງ​ກັດ​ພັກ​ຣີ​ພັບ​ບລິກັນ 7 ​ຄົນ​ໄດ້​ທຳ​ການ​ຮ່ວມ​ກັບ​ການ​ນຳ​ຂອງ​ພັກ​ເດ​ໂມ​ແຄ​ຣັດທີ່ສາ​ມັກ​ຄີ​ກັນ​ນັ້ນ ເພື່ອ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ແກ່​ມະ​ຕິ​ທີ່​ກ່ຽວ​ຂ້ອງ​ກັບ​ເຢ​ເມນ​ອັນ​ທຳ​ອິດ, ທີ່ຢືນ​ຢັນ​ວ່າ ອີງ​ໃສ່ພາ​ລະໜ້າ​ທາງ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ລັດຖະ​ສະ​ພາ ທີ່​ຈະ​ປະ​ກາດສົງ​ຄາມ ແລະ​ໃຫ້​ອະ​ນຸ​ມັດຕໍ່​ການ​ປະ​ຕິ​ບັດ​ງານ​ທາງ​ທະ​ຫານ. ຝ່າຍຕຸ​ລາ​ການ​ຂອງ​ສະ​ຫະ​ລັດ​ບໍ່​ໄດ້​ອະ​ນຸ​ມັດໃຫ້​ສະ​ຫະ​ລັດ ​ມີ​ບົດ​ບາດ​ສະ​ໜັບ​ສະ​ໜຸນ ​ການ​ລະ​ດົມ​ຂອງ​ຊາ​ອຸ​ດີ ອາ​ຣາ​ເບຍ ເພື່ອທຳ​ການ​ຕໍ່​ສູ້ກັບ​ພວກ​ຫົວ​ຮຸນ​ແຮງຕ້ານ​ເຢ​ເມນ ທີ່​ໄດ້​ຮັບ​ການໜຸນ​ຫລັງ​ຈາກ​ອີ​ຣ່ານ, ຊຶ່ງ​ເປັນ​ການ​ຂັດ​ແຍ້ງ ທີ່​ພາ​ໃຫ້​ມີ​ການ​ຕາຍ​ຂອງ​ພົນ​ລະ​ເມືອງ​ຢ່າງ​ແຜ່​ຫລາຍນັ້ນ​. ​ແຕ່​ວ່າ ບາງ​ຄົນ​ກໍ​ຄັດ​ຄ້ານ​ວ່າ ຢູ່​ໃນ​ກໍ​ລະ​ນີນີ້, ການ​ໃຊ້​ຄຳ​ເວົ້າ​ວ່າ ໃຊ້​ອຳ​ນາດ​ໃນ​ການ​ເຮັດສົງ​ຄາມແມ່ນບໍ່​ມີ​ເຫດ​ຜົນ​ພຽງ​ພໍ.
ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ຂ່າວ​ນີ້

US Senate Votes to End Backing for Saudi War Effort in Yemen
please wait

No media source currently available

0:00 0:02:16 0:00

ທ່ານ Mitch McConnell ​ຈາກ​ລັດ Kentucky ທີ​ຮ​ເປັນຜູ້​ນຳພັກ​ຣີ​ພັບ​ບ​ລິ​ກັນທີ່ມີສຽງສ່ວນ​ຫລາຍ​ໃນສະ​ພາ​ສູງນັ້ນ​ກັບ​ເວົ້າ​ວ່າ "ສະ​ຫະ​ລັດ​ບໍ່ໄດ້​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ການ​ເຮັດ​ສົງ​ຄາມ (ຢູ່​ໃນ​ເຢ​ເມນ). ມັນ​ບໍ່ໄດ້​ຖິ້ມ​ລະ​ເບີດ​ຢູ່​ຫັ້ນ. ມັນ​ບໍ່​ໄດ້​ແມ່ນ​ກະ​ທັ້ງ​ເຕີມ​ນໍ້​າ​ມັນ ຢູ່​ເທິງ​ອາ​ກາດ (ໃຫ້​ແກ່​ເຮືອ​ບິນ​ຂອງ​ຊາ​ອຸ​ດີ) ອີກ​.

ໜັງ​ສື​ພິມ Time ໄດ້​ຍົກ​ໃຫ້​ທ່ານ ຄາ​ຊ​ອກ​ກີ 'ເປັນບຸ​ລຸດເດັ່ນ​ປະ​ຈຳ​ປີນີ້'
ໜັງ​ສື​ພິມ Time ໄດ້​ຍົກ​ໃຫ້​ທ່ານ ຄາ​ຊ​ອກ​ກີ 'ເປັນບຸ​ລຸດເດັ່ນ​ປະ​ຈຳ​ປີນີ້'


ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG