ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະພາສູງ ສຫລ ປະຕິເສດ ຕໍ່ຮ່າງກົດໝາຍ ສ້າງທໍ່ນ້ຳມັນ ແຕ່ການາດາ ຫາເທັກຊັສ


US Senate Votes Down Controversial Oil Pipeline - For Now
please wait

No media source currently available

0:00 0:03:30 0:00

ເບິ່ງວີດີໂອ ລາຍງານເລື້ອງນີ້

ສະພາສູງສະຫະລັດ ທີ່ຄວບຄຸມໂດຍພັກເດໂມແຄຣັດ ໄດ້
ປະຕິເສດ ຕໍ່ຮ່າງກົດໝາຍ ທີ່ແນໃສ່ເພື່ອໃຫ້ສຳເລັດເສັດສິ້ນ
ການສ້າງທໍ່ນ້ຳມັນ ແຕ່ການາດາ ໄປຫາ ລັດເທັກຊັສ ທີ່ເປັນ
ຈຸດໃຈກາງ ຂອງບັນຫາຂັດແຍ້ງ ດ້ານສະພາບແວດລ້ອມ ທີ່
ຂົມຂື່ນນັ້ນ.

ພວກສະເໜີ ຕ້ອງການ 60 ຄະແນນສຽງ ຢູ່ໃນສະພາສູງ ທີ່ມີ
ສະມາຊິກທັງ ໝົດ 100 ຄົນ ຂອງສະຫະລັດ ເພື່ອຈະສົ່ງຮ່າງ
ກົດໝາຍນີ້ ໄປໃຫ້ທຳນຽບຂາວ ທີ່ປະທານາທິບໍ ດີບາຣັກ
ໂອບາມາ ໄດ້ຂູ່ວ່າ ຈະໃຊ້ສິດຢັບຢັ້ງ ຫລື ວີໂຕ້ນັ້ນ. ສະພາຕ່ຳ
ທີ່ຄອບງຳໂດຍພັກຣີພັບບລີກັນ ໄດ້ໃຫ້ການອະນຸມັດ ດ້ວຍ
ຄະແນນ ສຽງຖ້ວມລົ້ນຕໍ່ຮ່າງກົດໝາຍສະບັບນີ້ ໃນອາທິດແລ້ວ.

ການນັບຄະແນນສຽງຂັ້ນສຸດທ້າຍ ຂອງສະພາສູງ ໃນວັນອັງຄານວານນີ້ ແມ່ນ 59 ຕໍ່ 41
ຊຶ່ງພາໃຫ້ສະມາຊິກສະພາສູງ ສັງກັດພັກຣີພັບບລີກັນ ທ່ານ Mitch McConnell ກ່າວວ່າ
ທ່ານຫວັງວ່າຈະໄດ້ມີການລົງຄະແນນສຽງກ່ຽວກັບເລື່ອງ ນີ້ອີກໃນຕົ້ນປີໜ້າ ເວລາ ພັກ
ຣີພັບບລີກັນ ເຂົ້າຄວບຄຸມທັງສອງສະພາ ຂອງສະຫະລັດ ແລະ ທ່ານຈະກາຍເປັນຜູ້ນຳ
ສຽງສ່ວນຫລາຍ ຢູ່ໃນສະພາສູງນັ້ນ.

ທໍ່ສົ່ງນ້ຳມັນທີ່ມີການສະເໜີຊຶ່ງຍາວ 1,900 ກິໂລແມັດນັ້ນ ຈະລຳລຽງນ້ຳມັນ ແຕ່ການາດາ ໄປຫາບັນດາໂຮງກັ່ນນ້ຳມັນຕ່າງໆ ຢູ່ໃນເຂດອ່າວເມັກຊິໂກ ຂອງ ສະຫະລັດ.

US KEYSTONE PIPELINE SOTVO
please wait

No media source currently available

0:00 0:01:19 0:00

XS
SM
MD
LG