ລັດຖະສະພາສະຫະລັດ ແມ່ນໄດ້ປະຕິເສດຢ່າງເປັນທາງການຕໍ່ການປະກາດພາວະສຸກເສີນແຫ່ງຊາດ ຂອງທ່ານທຣຳ ທີ່ຈະຫາງົບປະມານໃນການສ້າງກຳແພງຕາມຊາຍແດນສະຫະລັດຕິດກັບເມັກຊິໂກ ຊຶ່ງຈະກໍ່ໃຫ້ເກີດມີການ ໃຊ້ສິດຢັບຢັ້ງ ຫຼືວີໂຕ້ຂອງປະທານາທິບໍດີ ເກືອບວ່າເປັນທີ່ແນ່ນອນແລ້ວ, ນັກຂ່າວວີໂອເອ Michael Bowman ມີລາຍງານຈາກລັດຖະສະພາ ບ່ອນທີ່ສະພາສູງແລະສະພາຕ່ຳ ໄດ້ຄັດຄ້ານຕໍ່ການອອກດຳລັດຂອງຝ່າຍບໍລິຫານໂດຍປະທານາທິບໍດີ ຊຶ່ງວັນນະສອນ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.
ມີສຽງຮັບຜ່ານ 59 ສຽງ ແລະປະຕິເສດ 41 ສຽງ ໃນການລົງຄະແນນສຽງຮັບຮອງຮ່ວມ
ສຳລັບການປະກາດພາສະສຸກເສີນນີ້.
ນີ້ແມ່ນຄັ້ງທຳອິດຂອງ ລັດຖະສະພາສະຫະລັດທີ່ໄດ້ປະຕິເສດ ຕໍ່ການປະກາດ
ພາວະສຸກເສີນແຫ່ງຊາດຂອງທ່ານທຣຳ ຕອນທີ່ທ່ານບໍ່ສາມາດໄດ້ຮັບງົບປະມານ
ທີ່ທ່ານຕ້ອງການຈາກລັດຖະສະພາ ເພື່ອສ້າງກຳແພງຕາມຊາຍແດນທາງພາກໃຕ້
ທີ່ຕິດກັບເມັກຊິໂກ ນັ້ນ.
ຜູ້ນຳສຽງສ່ວນນ້ອຍຈາກສະພາສູງ ສັງກັດພັກເດໂມແຄຣັດ ທ່ານຊັກ ຊູມເມີຣ໌ ກ່າວວ່າ
“ນີ້ບໍ່ແມ່ນການລົງຄະແນນສຽງແບບປົກກະຕິ, ທັງບໍ່ແມ່ນມື້ປົກກະຕິ.”
ໃນບັນຫານີ້: ທີ່ວ່າປະທານາທິບໍດີ ຈະສາມາດປ່ຽນທິດທາງງົບປະມານຂອງລັດຖະບານກາງ ເພື່ອສ້າງກຳແພງຊາຍແດນທີ່ທາງລັດຖະສະພາປະຕິເສດນັ້ນ.
ທ່ານນາງ Susan Collins ສະມາຊິກສະພາສູງ ສັງກັດພັກຣີພັບບລີກັນ ກ່າວວ່າ
"ການເອົາບາດກ້າວຂອງປະທານາທິບໍດີນີ້ ແມ່ນມີຂຶ້ນ ຂັດແຍ້ງກັບອຳນາດຂອງ
ລັດຖະສະພາທີ່ຕັດສີນໃຈເລື້ອງງົບປະມານທີ່ເຫັນສົມຄວນ, ຊຶ່ງແມ່ນອຳນາດທີ່ຜູ້ວາງຂອບເຂດໄວ້ໃນລັດຖະທຳມະນູນຂອງພວກເຮົາ."
ຄຳໝັ້ນສັນຍາທີ່ຈະເອົາບາດກ້າວຂອງປະທານາທິບໍດີທຣຳ ວ່າຈະບໍ່ປ່ຽນແປງນັ້ນ
ແມ່ນການຕໍ່ສູ້ ດ້ວຍການປະກາດພາວະສຸກເສີນແຫ່ງຊາດຂຶ້ນ.
ປະທານາທິບໍດີດໍໂນລ ທຣຳ ກ່າວວ່າ “ຂ້າພະເຈົ້າຄືຈະວີໂຕ້ ແລະມັນກໍຈະບໍ່ເປັນການ
ປີ້ນກັບ. ພວກບັນດິດທັງຫຼາຍທັງປວງຝ່າຍຕຸລາການກ່າວວ່າ ການປະກາດພາວະສຸກເສີນແຫ່ງຊາດນີ້ແມ່ນເປັນໄປຕາມກົດລັດຖະທຳມະນູນ. ມັນສຳຄັນຍິ່ງ, ມັນແມ່ນການລົງຄະແນນສຽງເພື່ອການຮັກສາຊາຍແດນ.”
ບັນດາສະມາຊິກສະພາສູງ ຈາກພັກຣີພັບບລີກັນ 12 ທ່ານ ໄດ້ລົງຄະແນນສຽງ ສຳລັບ
ການແກ້ໄຂບັນຫາ, ແຕ່ວ່າ ສະມາຊິກສ່ວນໃຫຍ່ແມ່ນຢືນຢູ່ຄຽງຂ້າງກັບປະທານາທິບໍດີ.
ຜູ້ນຳສຽງສ່ວນຫຼາຍຂອງສະພາສູງ ທ່ານ Mitch McConnell ສັງກັດພັກຣີພັບບລີກັນ
ກ່າວວ່າ “ປະທານາທິບໍດີແມ່ນປະຕິບັດໜ້າທີ່ ພາຍໃຕ້ຕົວບົດກົດໝາຍ, ແລະວິກິດ
ການຕາມຊາຍແດນ ແມ່ນເລື້ອງຈິງແທ້ໆ.”
ສະມາຊິກສະພາສູງ Tom Cotton ສັງກັດພັກຣີພັບບລີກັນ ກ່າວວ່າ “ຕອນທີ່ມີຊາວຕ່າງຊາດເປັນຮ້ອຍເປັນພັນຄົນ ໄປຮອດໄປເຖິງຊາຍແດນທາງພາກໃຕ້ແລະຮຽກຮ້ອງຂໍເຂົ້າປະເທດ, ນັ້ນບໍ່ແມ່ນພວກຂໍເຂົ້າເມືອງ ນັ້ນແມ່ນວິກິດການສຸກເສີນ ແລະເປັນໄພຂົ່ມຂູ່ຕໍ່ອະທິປະໄຕຂອງພວກເຮົາ.”
ພັກເດໂມແຄຣັດ ຮູ້ດີ ເຖິງການຂາດຕົກບົກພ່ອງໃນຊາຍແດນຂອງສະຫະລັດທີ່ໄດ້
ຖົກຖຽງກັນມາເປັນຫຼາຍໆປີ, ໂຕ້ຖຽງວ່າ ສະຖານະການແມ່ນໄກຄວາມຈິງຫຼາຍ
ຈາກພາວະສຸກເສີນແຫ່ງຊາດ ແລະວ່າ ທ່ານທຣຳ ແມ່ນໃຊ້ອຳນາດ ໂດຍປະຕິເສດ
ຄວາມປະສົງຂອງລັດຖະສະພາ.
ທ່ານຊູມເມີຣ໌ ກ່າວວ່າ “ທ່ານທຣຳ ໄດ້ປະກາດພາວະສຸກເສີນແຫ່ງຊາດຂຶ້ນ ຍ້ອນວ່າ ທ່ານໄດ້ເສຍໄຊ ໃນການຕໍ່ສູ້ເອົາງົບປະມານ ໃນລັດຖະສະພາ ແລະຕ້ອງການຫາທຸກທາງອອກໃຫ້ໄດ້. ທ່ານແມ່ນບ້າຄັ່ງ ດ້ວຍການສະແດງອອກຊຶ່ງອຳນາດ, ແລະບໍ່ສາມາດປ່ອຍປະລະເລີຍ ຄວາມຕັ້ງໜ້າຕັ້ງຕາໃນການສ້າງກຳແພງນີ້ ສະນັ້ນທ່ານຈຶ່ງຢຽບຢໍ່າລັດຖະທຳມະນູນ.”
ເຖິງແມ່ນວ່າລັດຖະສະພາ ຍັງຈະບໍ່ທັນໄດ້ອະນຸມັດງົບປະມານຕໍ່ການຮຽກຮ້ອງຕ້ອງການໃນການສ້າງກຳແພງຂອງທ່ານທຣຳກໍຕາມ, ແຕ່ໃນຕົ້ນປີນີ້ ບັນດາສະມາຊິກສະພາ ກໍແມ່ນໄດ້ໃຫ້ງົບປະມານແບບຈຳກັດໃນການສ້າງຮົ້ວກັ້ນ ອັນໃໝ່ ພາກສ່ວນນ້ອຍໆ ຕາມຊາຍແດນສະຫະລັດຕິດກັບເມັກຊິໂກ ໂດຍທີ່ປະທານາທິບໍດີເຫັນວ່າ ມັນບໍ່ພຽງພໍ.
ລັດຖະສະພາ ເບິ່ງຄືວ່າ ຈະບໍ່ຕ່າວປີ້ນການວີໂຕ້ຂອງປະທານາທິບໍດີ, ຊຸກຍູ້ໃຫ້ສານລັດຖະບານກາງ ຕັດສິນໃຈ ຊະຕາກຳຂອງການປະກາດພາສະສຸກເສີນດັ່ງກ່າວ.