ລັດຖະສະພາສະຫະລັດໄດ້ເສັດສິ້ນການດຳເນີນວຽກງານໃນວັນພະຫັດວານນີ້ກ່ຽວກັບການໃຫ້ເງິນຊ່ວຍເຫຼືອກ້ອນໃໝ່ ແກ່ຢູເຄຣນ 40 ພັນລ້ານໂດລາ ໂດຍໃຫ້ການອະນຸມັດດ້ວຍຄະແນນສຽງອັນຖ້ວມລົ້ນ ແລະສົ່ງມາດຕະການດັ່ງກ່າວໄປໃຫ້ປະທານາທິບໍດີໂຈ ໄບເດັນ ຊຶ່ງຄາດວ່າທ່ານຈະໃຫ້ການລົງນາມ.
ແຜນການຊ່ວຍເຫຼືອນີ້ແມ່ນແນໃສ່ ໃຫ້ການສະໜັບສະໜຸນຕໍ່ຢູເຄຣນໃນໄລຍະ 5 ເດືອນຕໍ່ໜ້າເພື່ອຕ້ານຢັນການຮຸກຮານຂອງຣັດເຊຍທີ່ກຳລັງດຳເນີນຢູ່ເວລານີ້ ໃນນັ້ນແມ່ນຮວມທັງເງິນສຳລັບຊື້ອຸບປະກອນທາງທະຫານ ການຝຶກແອບ ແລະອາວຸດຍຸດທະພັນ ພ້ອມກັບການຊ່ວຍເຫືອທາງດ້ານມະນຸດສະທຳ ຫຼາຍໆພັນລ້ານໂດລາ ຊຶ່ງຮວມທັງເງິນເພື່ອຊ່ວຍແກ້ໄຂບັນຫາການຂາດແຄນອາຫານໃນໂລກ ທີ່ເກີດຈາກບັນຫາຂັດແຍ້ງທີ່ແກ່ຍາວມາໄດ້ 3 ເດືອນແລ້ວ.
ເງິນຊ່ວຍເຫຼືອນີ້ ຈະຊື້ເຄື່ອງຕ່າງມາແທນອຸບປະກອນທີ່ສະຫະລັດໄດ້ສົ່ງໄປໃຫ້ຢູເຄຣນກ່ອນໜ້ານີ້ແລະສະໜອງການຊ່ວຍເຫຼືອທາງດ້ານການເງິນໃຫ້ແກ່ປະເທດຕ່າງໆທີ່ຊ່ວຍລັດຖະບານກີຢິບ.
ການລົງຄະແນນໃນສະພາສູງ 86 ຕໍ່ 11 ສຽງ ມີຂຶ້ນຫຼັງຈາກການລົງຄະແນນສຽງທີ່ມີທ່າອຽງແບບດຽວກັນໃນສະພາຕ່ຳເມື່ອອາທິດແລ້ວນີ້ ຊຶ່ງເປັນການສະແດງໃຫ້ເຫັນຢ່າງກວ້າງຂວາງເຖິງການສືບຕໍ່ໃຫ້ຄວາມສະໜັບສະໜຸນຂອງສະຫະລັດຕໍ່ຢູເຄຣນໃນເວລາທີ່ລັດຖະສະພາສະຫະລັດຊຶ່ງແບ່ງກັນເປັນກຸ່ມກ້ອນທາງການເມືອງ ທີ່ມັກຈະພາໃຫ້ບໍ່ລົງລອຍກ່ຽວກັບບັນຫາທີ່ສຳຄັນໆນັ້ນ. ສະມາຊິກພັກຣີພັບບລີກັນ ໄດ້ລົງຄະແນນສຽງທີ່ “ບໍ່ເຫັນພ້ອມນຳ” ທັງໝົດຢູ່ໃນສະພາສູງ.
ແຜນການຊ່ວຍເຫຼືອນີ້ແມ່ນ 7 ພັນລ້ານໂດລາ ຫຼາຍກວ່າທີ່ທ່ານໄບເດັນໄດ້ສະເໜີໃນຂັ້ນຕົ້ນ ແຕ່ທ່ານໄດ້ສະແດງການສະໜັບສະໜຸນ ບໍ່ໃນດ້ານໃດກໍໃນດ້ານນຶ່ງຕໍ່ຢູເຄຣນໃນແຕ່ລະວັນ ແລະກໍມີແຜນທີ່ຈະລົງນາມໃນຮ່າງກົດໝາຍສະບັບນີ້ໃນລະຫວ່າງການເດີນທາງໄປຢ້ຽມຢາມເອເຊຍຂອງທ່ານ.
ໃນອີກດ້ານນຶ່ງ ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ກ່າວວ່າ ລັດຖະບານສະຫະລັດໄດ້ໃຫ້ການອະນຸມັດຕໍ່ການຊ່ວຍເຫຼືອທາງດ້ານທະຫານແກ່ຢູເຄຣນຕື່ມອີກ 100 ລ້ານໂດລາ. ການຊ່ວຍເຫຼືອນີ້ແມ່ນຮວມທັງປືນໃຫຍ່ໂຮວິດເຊີ 18 ກະບອກ ພ້ອມກັບລົດແກ່ອີກ 18 ຄັນ ແລະເຣດ້າຕໍ່ຕ້ານປືນໃຫຍ່ອີກ 3 ອັນ ອີງຕາມຄຳເວົ້າຂອງໂຄສົກທຳນຽບຫ້າແຈ ທ່ານຈອນ ເຄີບີ.
ນີ້ແມ່ນຄັ້ງທີ 10 ທີ່ລັດຖະບານທ່ານໄບເດັນ ໄດ້ໃຊ້ອຳນາດພິເສດຂອງປະທານາທິບໍດີ ສົ່ງອາວຸດໄປຊ່ວຍຢູເຄຣນ. ອຳນາດດັ່ງກ່າວ ອະນຸຍາດໃຫ້ປະທານາທິບໍດີສົ່ງອາວຸດທີ່ສະຫະລັດມີເຫຼືອຢູ່ໄປຊ່ວຍ ໂດຍບໍ່ຕ້ອງໄດ້ຮັບການອະນຸມັດຈາກສະພາ.