ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໒ ກັນຍາ ໒໐໒໓

ສະພາສູງ ສຫລ ຈະລົງຄະແນນ ກ່ຽວກັບ ການຮັບເອົາ ອົບພະຍົບຊີເຣຍ ແລະອີຣັກ


ລັດຖະສະພາ ສະຫະລັດ ທີ່ເຫັນມີແສງໄຟ ໃນຕອນເຊົ້າ ວັນທີ 12 ມັງກອນ ວັນທີ່ ປະທານາທິບໍດີ Barack Obama ກ່າວຄຳປາໄສ ຕໍ່ສະພາ ແລະ ປະເທດຊາດ.

ສະພາ​ສູງສະຫະ​ລັດ ຄາດ​ວ່າ​ ຈະ​ຈັດການ​ທົດ​ລອງ​ລົງ​ຄະ​ແນນ​
ສຽງ​ໃນ ​ຕອນ​ແລງ​ວັນ​ພຸດ​ມື້​ນີ້ ກ່ຽວ​ກັບ​ວ່າ ຈະ​ມີ​ການຈຳກັດ​ຢ່າງ
​ເຄັ່ງ​ຄັດ ບໍ່​ໃຫ້ອາ​ເມຣິກາ ຮັບ​ເອົາອົບ​ພະຍົບຈາກ​ຊີ​ເຣຍ ​ແລະ
​ອີຣັກ ​ເພາະວ່າ ຍັງມີ​ການ​ສືບ​ຕໍ່​ຢ້ານ​ກົວ​ວ່າ ກຸ່ມລັດ​ອິສລາມ ​
ແລະ​ກຸ່ມ​ກໍ່​ການ​ຮ້າຍ​ອື່ນໆ​ອາດ ​ແຊກ​ຊຶມ​ ​ປະ​ປົນ​ຢູ່​ກັບພວກ​ທີ່​
ໄດ້​ຫລົບໜີ​ ຫລາຍ​ລ້ານ​ຄົນ ຈາກ​ຄວາມ ຮຸນ​ແຮງ ​ແລະໂຫດ
ຮ້າຍ ​ຢູ່​ໃນປະ​ເທດ​ຂອງພວກ​ເຂົາ​ເຈົ້າ.

ບັນດາ​ສະມາຊິກ​ສະພາ​ຕໍ່າ ​ໄດ້​ຮັບຜ່ານ​ມາດ​ຕະການດັ່ງກ່າວ
ໃນ​ທ້າຍ​ປີ​ກາຍ​ນີ້ດ້ວຍ​ການ​ສະໜັບສະໜູນ​ຈາກທັງ​ສອງ​ພັກ
​ການ​ເມືອງ ​ໃນ​ຂະນະ ​ທີ່​ໂລກ​ໄດ້ຕື່ນ​ຕົກ​ໃຈໃນໂຈມຕີ​ທີ່​ໄດ້​ຮັບ
​ແຮງ​ດົນ​ໃຈຈາກກຸ່ມ​ລັດ​ອິສລາມ ຢູ່​ນະຄອນ​ປາຣີ ປະ​ເທດ​ຝຣັ່ງ.ທັງ​ໝົດ​ນີ້​ ຈະ​ຕ້ອງ​ໄດ້​ຮັບ
​ການ​ຢັ້ງຢືນ ຈາກ​ອົງການ​ສັນຕິ​ບານກາງ FBI ກະ​ຊວງ​ຮັກສາ​ຄວາມ​ປອດ​ໄພພາຍ​ໃນ
ຂອງສະຫະລັດ ​ແລະ​ຫົວໜ້າສືບ​ລັບ​ແຫ່ງ​ຊາດວ່າ ພວກ​ອົບ​ພະ​ຍົບ​ເຫລົ່ານີ້ ​ບໍ່ມີ​ຄວາມ
ສ່ຽ​ງຕໍ່​ຄວາມ​ປອດ​ໄພກ່ອນທີ່​ເຂົາ​ເ​ຈົ້າ​ຈະໄດ້​ຮັບ​ການ ອະນຸມັດ​ໃຫ້​ເຂົ້າມາລີ້​ໄພ​ ​ຢູ່​ໃນ
ສະຫະລັດ.

ຜູ້ນຳ​ສຽງ​ສ່ວນ​ຫລາຍ ​ໃນສະພາ​ສູງ ທ່ານ Mitch McConnell ທີ່​ສັງ ກັດພັກ​ຣີພັບ​ບລິ​
ກັນ ກ່າວ​ວ່າ “​ເປັນ​ທີ່​ແຈ້ງ​ຂາ​ວວ່າ ຊາວອາ​ເມຣິກັນ​ຫລາຍ​ຄົນ​ມີ​ຄວາມ​ເປັນ​ຫ່ວງ ກ່ຽວ​
ກັບ​ຄວາມ​ສາ​ມາດ​ຂອງ​ລັດຖະບານ ທີ່​ຈະ​ກວດກາ​ສ່ວນ​ບຸກຄົນຫລາຍ​ພັນ​ຄົນຈາກຊີ​ເຣຍ
​ແລະ​ອີຣັກ. ຊາວ​ອາ​ເມຣິກັນ ສົ​ມຄວນໄດ້​ຮັບ​ຂັ້ນຕອນ​ການ​ກວດກາ ທີ່​ເຂົາ​ເຈົ້າ​ມີຄວາມ​
ເຊຶ່ອ​ໝັ້ນ.”

ທ່ານ KMcConnell ກ່າວ​ເພີ້​ມອີກ​ວ່າ “ການ​ຄຸ້ມຄອງ ​ເພື່ອ​ຄັດ​ເລືອກ ບໍ່​ໃຫ້ພວກເປັນ​ໃຈ
ກັບກຸ່ມ​ລັດ​ອິສລາມເລັດລອດ​ໄດ້ ສາມາດ​ຊ່ວຍ​ຄໍ້າປະ ກັນ​ອົບ​ພະ​ຍົບທີ່​ແທ້​ຈິງ ທີ່​ເຂົ້າມາ
ສູ່ປະ​ເທດ​ຂອງ​ພວກ​ເຮົາ ​ຈະ​ບໍ່​ໄດ້​ຮັບ ການ​ກີດ​ກັນ​ແບບ​ບໍ່​ທ່ຽງ​ທຳ. ປະຊາຊົນ​ອາ​ເມຣິກັນ
ພາກັນ​ມີ​ຄວາມ​ເປັນ​ຫ່ວງ ​ແລະ​ເຂົາ​ເຈົ້າ​ພາກັນ​ແນມ​ຫາ​ພວກ​ເຮົາ​ເປັນ​ຜູ້ນຳ​ພາ ດ້ວຍ
​ຄວາມ​ປອດ​ໄພ ​ແລະດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ.”

ທຳນຽບຂາວ ກ່າວ​ວ່າ ຮ່າງ​ກົດໝາຍນີ້ ​ບໍ່​ມີ​ຄວາມຈຳ​ເປັນ ​ໃນ​ເມື່ອ​ວ່າ​ພວກ​ອົບ​ພະຍົບ ​
ໄດ້ຢູ່​ພາຍ​ໃຕ້​ການກວດກາ​ຢ່າງ​ລະ​ອຽດຢູ່​ແລ້ວ ທີ່​ຈະ​ໃຊ້​ເວລາ​ຍາວ​ນານ​ເຖິງ​ສອງ​ປີ.
ນອກນັ້ນທຳນຽບຂາວ ຍັງ​ໂຕ້​ຖຽງ​ວ່າ ມາດ​ຕະການ​ນີ້ ຈະ​ມີ​ຜົນ​ໃນ​ທາງ​ກົງກັນຂ້າມ
​ທຳລາຍ​ພາບ​ພົດຂອງອາ ​ເມຣິກາ ຢູ່​ໃນ​ຕ່າງປະ​ເທດ ​ແລະ​ເປັນ​ເຄື່ອງມືໃນ​ໂຄສະນາ​
ຊວນ​ເຊື່ອໃຫ້​ແກ່​ກຸ່ມລັດອິສລາມ.

XS
SM
MD
LG