ສະພາສູງສະຫະລັດ ມີກຳນົດທີ່ຈະລົງຄະແນນສຽງ ໃນວັນອັງຄານມື້ນີ້ ກ່ຽວກັບວ່າຈະ
ເປີດການອະພິປາຍ ໃນຂໍ້ສະເໜີຫຼ້າສຸດຂອງພັກຣີພັບບລິກັນ ທີ່ຈະປັບປຸງ ລະບົບປະ
ກັນໄພສຸຂະພາບ ເພື່ອນຳມາທົດແທນ ປະກັນໄພສຸຂະພາບ ພາຍໃຕ້ອະດີດປະທານາ
ທິບໍດີ Barack Obama.
ຜູ້ນຳສຽງສ່ວນຫລາຍໃນສະພາສູງ ທ່ານ Mitch McConnell ກຳລັງນຳພາການຊຸກຍູ້
ເພື່ອຮັບຮ່າງກົດໝາຍໃໝ່ ມາແທນປະກັນໄພສຸຂະພາບລາຄາຖືກ ຫລື ACA ທີ່ຍັງຮູ້
ກັນໃນອີກຊື່ນຶ່ງວ່າ Obamacare ນັ້ນ ແຕ່ວ່າໃນໄລຍະເດືອນນຶ່ງຜ່່ານມານີ້ ທ່ານໄດ້
ຖືກບັງຄັບໃຫ້ເອົາບາດກ້າວຖອຍຫັລງ ເວລາໄດ້ກາຍມາປັນທີ່ແຈ່ມແຈ້ງວ່າ ບໍ່ໄດ່້ຮັບ
ຄະແນນສຽງພຽງພໍ ເພື່ອຮັບຜ່ານສອງຮ່າງກົດໝາຍທີ່ແຕກຕ່າງກັນ.
ສະມາຊິກພັກຣີພັບບລິກັນກັນກຳສຽງສ່ວນຫຼາຍ 52 ຕໍ່ 48 ໃນສະພາສູງສະ ຫະລັດ.
ດ້ວຍການເຕົ້າໂຮມຝ່າຍຄ້ານຂອງພັກເດໂມແຄຣັດ ເພື່ອລົບລ້າງກົດ ໝາຍ ACA ນັ້ນ
ສະມາຊິກພັກຣີພັບບລິກັນ ສາມາດສູນເສຍສຽງສະໜັບສະໜູນ ພຽງແຕ່ 2 ຄົນເທົ່າ
ນັ້ນ ໂດຍມີຮອງປະທານາທິບໍດີ Mike Pence ລົງຄະແນນສຽງນຳ ກໍຈະມີຄະແນນ
ສະເໝີກັນ 50 ຕໍ່ 50.
ສະມາຊິກສະພາສູງພັກຣີພັບບລິກັນ ທ່ານ John McCain ໄດ້ປະກາດວ່າ ທ່ານຈະ
ກັບຄືນມາເຮັດວຽກໃນວັນອັງຄານມື້ນີ້ ຫລັງຈາກໄດ້ຂາດການໄປພຽງໄລຍະສັ້ນໆ
ລະຫວ່າງທີ່ທ່ານໄດ້ປະກາດວ່າ ທ່ານໄດ້ຖືກກວດພົບເຫັນວ່າມີມະເຮັງຢຸູ່ໃນສະໝອງ.
ສິ່ງທີ່ຍັງບໍ່ແຈ້ງຂາວເທື່ອກໍຄືຈະມີການລົງຄະແນນສຽງກ່ຽວກັບຮ່າງກົດໝາຍສະບັບ
ໃດ. ທາງສະພາຕໍ່າໄດ້ຮັບຜ່ານຮ່າງກົດໝາຍ ເພື່ອລົບລ້າງ ແລະທົດແທນ ຂອງຕົນ
ໃນເດືອນພຶດສະພາຜ່ານມາ ຊຶ່ງເປັນຮ່າງກົດໝາຍທີ່ ປະທານາທິບໍດີທຣໍາ ຕົບມືໃຫ້
ກຽດ ໃນການເຕົ້າໂຮມກັນ ຢູ່ທຳນຽບຂາວ ຫລັງຈາກມີການຮັບ ຜ່ານ ແລະຕໍ່ມາໄດ້
ອະພິບາຍວ່າ “ບໍ່ດີ.” ຕໍ່ມາທ່ານໄດ້ຮຽກຮ້ອງໃຫ້ສະພາສູງຮັບຜ່ານເອົາຮ່າງກົດໝາຍ
ທີ່ມີ “ນ້ຳໃຈ” ຫລາຍກວ່ານີ້.
ສາມາຊິກສະພາສູງ John Cornyn ກ່າວໃນວັນຈັນວານນີ້ວ່າ ສະມາຊິກພັກຣີພັບ
ບລິກັນ ຈະຫາລືກ່ຽວກັບຮ່າງກົດໝາຍການປິ່ນປົວສຸຂະພາບຫຼາຍໆສະບັບຢູ່ທີ່ການ
”ຮັບປະທານາອາຫານທ່ຽງ ໃນວັນອັງຄານມື້ນີ້ ກ່ອນການລົງຄະແນນສຽງ.
ສະມາຊິກສະພາສູງພັກເດໂມແຄຣັດ ທ່ານ Al Franken ໄດ້ຮ້ອງການຂາດຄວາມ
ໂປ່ງໃສ ກ່ຽວກັບວ່າຮ່າງກົດໝາຍໃດ ທີ່ຈະໄດ້ຮັບການພິຈາລະນານັ້ນວ່າ “ມີຄວາມ
ເປັນຫ່ວງຢ່າງເລິກເຊິ່ງ."