ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາສູງ ສະຫະລັດ ຈະລົງຄະແນນສຽງ ເພື່ອອະນຸມັດ ຮ່າງກົດໝາຍ ວ່າດ້ວຍພື້ນຖານໂຄງລ່າງ ມູນຄ່າ 1 ພັນຕື້ໂດລາ


ສະມາຊິກສະພາສູງພັກຣີພັບບລີກັນ ຈາກລັດໂອໄຮໂອ ທ່ານຣອບ ພອດແມນ ຜູ້ເຈລະຈາຂັ້ນສູງຂອງພັກ ກ່ຽວກັບຮ່າງກົດໝາຍພືນຖານໂຄງລ່າງ ມູນຄ່າ 1 ພັນຕື້ໂດລາ ກຳລັງເຮັດວຽກຢູ່ລັດຖະສະພາ ຫຼື Capitol Hill, ໃນນະຄອນຫຼວງວໍຊິງຕັນ, ວັນຈັນ ທີ 9 ສິງຫາ 2021. (AP)
ສະມາຊິກສະພາສູງພັກຣີພັບບລີກັນ ຈາກລັດໂອໄຮໂອ ທ່ານຣອບ ພອດແມນ ຜູ້ເຈລະຈາຂັ້ນສູງຂອງພັກ ກ່ຽວກັບຮ່າງກົດໝາຍພືນຖານໂຄງລ່າງ ມູນຄ່າ 1 ພັນຕື້ໂດລາ ກຳລັງເຮັດວຽກຢູ່ລັດຖະສະພາ ຫຼື Capitol Hill, ໃນນະຄອນຫຼວງວໍຊິງຕັນ, ວັນຈັນ ທີ 9 ສິງຫາ 2021. (AP)

ສະພາສູງສະຫະລັດ ຄາດວ່າ ຈະໃຫ້ການອະນຸມັດ ຕໍ່ຮ່າງກົດໝາຍວ່າດ້ວຍພື້ນ ຖານໂຄງລ່າງ ມູນຄ່າ 1 ພັນຕື້ໂດລາ ທີ່ທັງສອງພັກການເມືອງສະໜັບສະໜຸນ ໃນວັນອັງຄານມື້ນີ້.

ຊຸດງົບປະມານດັ່ງກ່າວ ລວມມີທຶນໃຊ້ຈ່າຍໃໝ່ປະມານ 550 ຕື້ໂດລາ ແລະເພື່ອໃຊ້ຈ່າຍສຳລັບຖະໜົນຫົນທາງ ລະບົບນ້ຳປະປາ ແລະປັບປຸງລະບົບການເຂົ້າເຖິງອິນເຕີເນັດຄວາມໄວສູງ ບຣອດແບນ.

ການລົງຄະນະສຽງໃນວັນອັງຄານມື້ນີ້ ພາຍຫຼັງຈາກມີການເຈລະຈາຢ່າງກວ້າງ ຂວາງລະຫວ່າງກຸ່ມສະມາຊິກຈາກພັກເດໂມແຄຣັດ ແລະພັກຣີພັບບລີກັນ.

ຍັງມີຈຳພວກຜູ້ທີ່ໄດ້ຄັດຄ້ານຕໍ່ມາດຕະການດັ່ງກ່າວຈາກທັງສອງຝ່າຍ ລວມທັງພັກເດໂມແຄຣັດ ຜູ້ທີ່ກ່າວວ່າ ມັນບໍ່ພຽງພໍເລີຍທີ່ຈະແກ້ໄຂຄວາມຕ້ອງການຂອງປະເທດ ແລະສ່ວນພັກຣີພັບບລີກັນຜູ້ທີ່ຄັດຄ້ານ ຕໍ່ຂອບເຂດແລະຈຳນວນເງິນຂອງມັນ.

ແຕ່ຢູ່ໃນສະພາສູງທີ່ມີສະມາຊິກແບ່ງເຄິ່ງເທົ່າທຽມກັນ ຊຶ່ງພັກເດໂມແຄຣັດຖືວ່າກຳສຽງສ່ວນຫຼາຍຢູ່ນັ້ນ ຄາດກັນວ່າ ຊຸດງົບປະມານນີ້ ຈະໄດ້ຮັບການສະໜັບສະໜຸນຫຼາຍກວ່າສອງສ່ວນສາມ ຈາກບັນດາສະມາຊິກທັງຫຼາຍ.

ຫຼັງຈາກການຮັບຮອງໃນສະພາສູງແລ້ວ ມາດຕະການນີ້ ກໍຈະຖືກສົ່ງໄປໃຫ້ສະພາຕ່ຳ ບ່ອນທີ່ບັນດາສະມາຊິກ ຄາດວ່າ ຈະພິຈາລະນາມັນຕື່ມ ໃນເດືອນກັນຍາ.

ຜູ້ນຳສຽງສ່ວນຫຼາຍຂອງສະພາສູງ ທ່ານຈຊັກ ຊູມເມີ ໄດ້ກ່າວໃນວັນຈັນວານນີ້ ວ່າ “ໃຫ້ຂ້າພະເຈົ້າບອກດັ່ງນີ້ ມັນໄດ້ໃຊ້ເວລາດົນພໍສົມຄວນແລະກໍໄດ້ອ້ອມໄປ ຫຼາຍທາງແລ້ວ ແລະທັງທຸກສິ່ງທຸກຢ່າງອື່ນໆ ແຕ່ອັນນີ້ຈະເຮັດໃຫ້ເກີດຜົນດີຫຼາຍຢ່າງສຳລັບອາເມຣິກາ ແລະສະພາສູງ ສາມາດພູມໃຈໄດ້ ທີ່ຕົນໄດ້ຮັບຜ່ານສິ່ງນີ້.”

ສະມາຊິກສະພາສູງຈາກພັກຣີພັບບລີກັນ ທ່ານຣອບ ພອດແມນ (Rob Portman) ຜູ້ທີ່ໄດ້ມີສ່ວນກ່ຽວຂ້ອງໃນການເຈລະຈາ ລະຫວ່າງສອງພັກການເມືອງນັ້ນ ໄດ້ເອີ້ນຊຸດງົບປະມານນີ້ວ່າ “ໃຫຍ່ທີ່ສຸດໃນປະຫວັດສາດຂອງປະເທດພວກເຮົາ.”

ທ່ານພອດແມນ ໄດ້ຂຽນລົງໃນທວີດເຕີ ເມື່ອຕອນແລງວັນຈັນວານນີ້ ວ່າ “ຫຼັງຈາກຫຼາຍທົດສະວັດ ຂອງການບໍ່ເຮັດຫຍັງເລີຍ ໃນທີ່ສຸດພວກເຮົາກໍຈະນຳສົ່ງພື້ນຖານໂຄງລ່າງ ທີ່ທັນສະໄໝ ປອດໄພ ເຊື່ອຖືໄດ້ ໃຫ້ແກ່ເສດຖະກິດຂອງພວກເຮົາ ແລະປະເທດຂອງພວກເຮົາ ທີ່ຮຽກຮ້ອງຕ້ອງການ ຫຼາຍທີ່ສຸດ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG