ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະພາສູງ ສຫລ ຈະພະຍາຍາມຮັບຜ່ານຮ່າງກົດໝາຍພື້ນຖານໂຄງລ່າງ ມູນຄ່າ 1 ພັນຕື້ໂດລາ ໃຫ້ແລ້ວ ໃນວັນເສົານີ້


ແສງໄຟສາດໃສ່ຈອມຫໍລັດຖະສະພາບ່ອນທີ່ເປັນຫ້ອງການຂອງສະພາສູງ ສຫລ ທີ່ຕັ້ງຢູ່ໃນນະຄອນຫລວງວໍຊິງຕັນ (ພາບຖ່າຍໃນວັນທີ 16 ມີນາ, 2020)
ແສງໄຟສາດໃສ່ຈອມຫໍລັດຖະສະພາບ່ອນທີ່ເປັນຫ້ອງການຂອງສະພາສູງ ສຫລ ທີ່ຕັ້ງຢູ່ໃນນະຄອນຫລວງວໍຊິງຕັນ (ພາບຖ່າຍໃນວັນທີ 16 ມີນາ, 2020)

ສະພາສູງສະຫະລັດ ໂດຍທີ່ບໍ່ສາມາດສະຫຼຸບຮ່າງກົດໝາຍພື້ນຖານໂຄງລ່າງມູນຄ່າ 1 ພັນຕື້ໂດລາໄດ້ ໃນວັນພະຫັດວານນີ້, ຈະພະຍາຍາມອີກຄັ້ງນຶ່ງໃນວັນເສົາມື້ອື່ນນີ້ ເວລາພວກເພິ່ນມີກຳນົດຈະຈັດການລົງຄະແນນສຽງກ່ຽວກັບການຈຳກັດການອະພິປາຍ ແລະກ້າວໄປສູ່ການຮັບຮອງເອົາຮ່າງກົດໝາຍນັ້ນດ້ວຍການຕໍ່ສູ້ທີ່ຫຍຸ້ງຍາກ, ອີງຕາມອົງການຂ່າວຣອຍເຕີສ (Reuters).

ຜູ້ນຳສຽງສ່ວນຫຼາຍໃນສະພາສູງ, ທ່ານຈຊັກ ຊູມເມີ (Chuck Schumer) ໄດ້ດີ້ນຮົນໝົດມື້ ເພື່ອບັນລຸການປິດຮ່າງກົດໝາຍທີ່ໄດ້ຮັບການເຫັນດີຈາກສອງ ພັກທີ່ຈະພາໃຫ້ເກີດໂຄງການກໍ່ສ້າງຕ່າງໆ ຢູ່ທົ່ວສະຫະລັດເພື່ອຂະຫຍາຍ ຫຼືປັບປຸງຖະໜົນ ຫົນທາງ, ທາງດ່ວນ, ຂົວ, ສະໜາມບິນແລະວຽກງານທາງໂຍທາອື່ນໆ ຊຶ່ງສິ່ງທັງຫຼາຍເຫຼົ່ານັ້ນ ແມ່ນຢູ່ໃນສະພາບທີ່ຕໍ່າກວ່າມາດຕະຖານ.

ຫຼັງຈາກໄດ້ປະຕິບັດຕາມການເຈລະຈາແບບປິດລັບເປັນເວລາຫຼາຍຊົ່ວໂມງ, ບັນດາສະມາຊິກສະພາບໍ່ສາມາດບັນລຸຂໍ້ຕົກລົງກ່ຽວກັບຂໍ້ແກ້ໄຂຮ່າງກົດໝາຍທີ່ຍັງຄ້າງຄາຢູ່ນັ້ນໄດ້, ນອກເໜືອໄປຈາກຫຼາຍສິບຂໍ້ທີ່ໄດ້ໂຕ້ແຍ້ງກັນມາແລ້ວໃນອາທິດນີ້.

ທ່ານ ຊຸມເມີ ກ່າວວ່າ, "ພວກເຮົາໄດ້ພະຍາຍາມລົງຄະແນນສຽງກ່ຽວກັບຂໍ້ທີ່ດັດແກ້ຕ່າງໆໝົດມື້ ແຕ່ກໍປະເຊີນກັບການຄັດຄ້ານຈາກອີກຝ່າຍນຶ່ງ" ໝາຍເຖິງພັກຣີພັບບລີກັນ.

ການປະຕິບັດຕໍ່ນິຕິກໍາທີ່ວ່ານີ້, ເຊິ່ງຢູ່ໃນອັນດັບສູງສຸດຂອງນະໂຍບາຍພາຍໃນປະເທດຂອງປະທານາທິບໍດີໂຈ ໄບເດັນ, ແມ່ນໄດ້ຖືກຈັດຂຶ້ນໂດຍຄວາມຮຽກຮ້ອງຕ້ອງການທີ່ເຮັ່ງຮ້ອນຈາກສະມາຊິກສະພາສູງຫລາຍທ່ານ, ລວມທັງການເຄື່ອນໄຫວທີ່ເປັນເລື້ອງຖົກຖຽງກັນຂອງພັກຣີພັບບລີກັນບາງຄົນທີ່ຮຽກຮ້ອງເອົາເງິນຫຼາຍຕື້ໂດລາໃນການປັບປຸງກະຊວງປ້ອງກັນປະເທດໃໝ່, ອີງຕາມບັນດາສະມາຊິກສະພາ.

ຄວາມຂັດແຍ້ງທີ່ແຍກກັນຕ່າງຫາກກ່ຽວກັບການສະໜອງເງິນຕາທາງອິນເຕີແນັດ ຫລື cryptocurrency ຢູ່ໃນຮ່າງກົດໝາຍພື້ນຖານໂຄງລ່າງນັ້ນ ກໍຍັງເປັນເລື້ອງທີ່ກໍາລັງໂຕແຍ້ງກັນຫລາຍຢູ່.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG