ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາສູງ ສຫລ ອະນຸມັດເງິນ ຕໍ່ຕ້ານໄວຣັສ Zika ແລ້ວ


ທ່ານ Roy Blunt ສະມາຊິກສະພາສູງ ສັງກັດພັກຣີພັບບລີກັນ ຈາກລັດ Missouri ແລະຜູ້ນຳສຽງສ່ວນຫລາຍ ໃນສະພາສູງ ທ່ານ Mitch McConnell ກ່າວກ່ຽວກັບ ການໃຫ້ເງິນ ສະໜັບສະໜຸນ ເພື່ອຕໍ່ຕ້ານເຊື້ອໄວຣັສ Zika. (ວັນທີ 17 ພຶດສະພາ 2016)
ທ່ານ Roy Blunt ສະມາຊິກສະພາສູງ ສັງກັດພັກຣີພັບບລີກັນ ຈາກລັດ Missouri ແລະຜູ້ນຳສຽງສ່ວນຫລາຍ ໃນສະພາສູງ ທ່ານ Mitch McConnell ກ່າວກ່ຽວກັບ ການໃຫ້ເງິນ ສະໜັບສະໜຸນ ເພື່ອຕໍ່ຕ້ານເຊື້ອໄວຣັສ Zika. (ວັນທີ 17 ພຶດສະພາ 2016)

ສະພາ​ສູງ​ສະຫະລັດ​ໄດ້​ໃຫ້ການ​ອະນຸມັດ​ເງິນ​ໃນ​ມູນ​ຄ່າ 1 ພັນ 100 ລ້ານ​ໂດ​ລາເພື່ອ​ຮັບ ​ມື​ກັບ​ເຊື້ອ​ໄວ​ຣັສ Zika ຄື​ຫລຸດ​ຈາກ ທີ່​ລັດຖະບານ​ທ່ານ​ໂອບາ​ມາ ​ຮ້ອງ​ຂໍ ເປັນ​ຈຳນວນ​ຫຼວງຫຼາຍ ໃນ​ມູນ​ຄ່າ 1 ພັນ 900 ລ້ານ​ໂດ​ລາ ​ແຕ່​ກໍ​ສູງ​ເກືອບ​ວ່າ​ສອງ​ເທົ່າ ຂອງ​ຈຳນວນ ​ທີ່ທາງ​ສະພາ​ຕ່ຳ​ສະຫະລັດ​ໄດ້​ພິຈາລະນາ.

ການ​ລົງ​ຄະ​ແນນ​ສຽງ 68​ ຕໍ່ 29​ ​ໄດ້​ມີ​ຂຶ້ນຫລັງ​ຈາກ​ສະພາ​ສູງ​ທີ່ຢູ່​ພາຍ​ໃຕ້​ການຄວບຄຸມ
​ຂອງ​ພັກຣີພັບ​ບລີ​ກັນ ​ປະຕິ​ເສດ​ຕໍ່​ການ​ຮ້ອງ​ຂໍ​ໂດຍ​ເຕັມ​ຂອງ​ທຳນຽບຂາວ ທີ່​ໄດ້​ຍື່ນ​ໄປ ​ໃນເດືອນ​ກຸມພາ ​ໃນ​ຂະນະ​ທີ່​ພວກ​ເຈົ້າໜ້າ​ທີ່​ສາທາ​ລະ​ນະ​ສຸກ​ຂອງສະຫະລັດ​ເຕືອນ​ວ່າ ເຊື້ອ​ໄວຣັສ Zika ອາດ​ຈະ​ແຜ່​ລາມ ໄປ​ຍັງ​ບໍລິ​ເວນ​ສ່ວນ​ໃຫຍ່​ຂອງ​ປະ​ເທດ.

​ເຊື້ອ​ໄວຣັສ ທີ່​ແຜ່ຜາຍ​ໂດຍ​ຍຸງດັ່ງກ່າວ ​ສາມາດ​ສ້າງ​ຄວາມ​ເສຍ​ຫາຍຮ້າຍ​ແຮງ​ໃຫ້​ແກ່ ພວກ​ທາລົກ​ທີ່​ເກີດ​ມາ​ແບບ​ບໍ່​ສົມປະກອບ​ແລະພົວພັນ​ກັບ​ໂຣກ​ເສັ້ນປະສາດ.

ສະມາຊິກ​ສະພາ​ສູງ Patty Murray ຈາກ​ລັດ​ວໍ​ຊິງ​ຕັນ ຊຶ່ງ​ເປັນ​ຜູ້​ຮ່ວມ​ສະ​ເໜີ​ ຮ່າງ​ກົດ ໝາຍແບບປະນີປະນອມຂອງ​ທັງ​ສອງ​ພັກ ກ່າວ​ວ່າ ພວກ​ເຮົາ​ຈຳ​ເປັນຕ້ອງ​ໄດ້​ຄວບ​ຄຸມ ຍຸງທີ່​ເປັນ​ໂຕ​ການ​ແຜ່​ເຊື້ອ​ໄວຣັສ Zika ​ໃຫ້​ດີກ​ວ່າ​ເກົ່າ ພວກເຮົາ​ຕ້ອງ​ໄດ້​ປຸກລະ​ດົມໃຫ້ ມີການ​ຕື່ນ​ຕົວ ​ເພື່ອ​ໃຫ້​ເປັນ​ທີ່​ແນ່​ໃຈ​ວ່າ​ ບັນດາ​ຄອບຄົວທັງຫລາຍ ​ໄດ້​ຮູ້ຈັກ​ພະຍາດ​ນີ້ ແລະ​ເລັ່ງລັດ​ໃນ​ການ​ພັດທະນາ​ຢາ​ວັກ​ຊີ​ນ.

ສະມາຊິກສະພາສູງ Patty Murray ກ່າວຕໍ່ພວກນັກຂ່າວ ກ່ຽວກັບ ການໃຫ້ເງິນ ສະໜັບສະໜຸນ ເພື່ອຕໍ່ຕ້ານ ເຊື້ອໄວຣັສ Zika
ສະມາຊິກສະພາສູງ Patty Murray ກ່າວຕໍ່ພວກນັກຂ່າວ ກ່ຽວກັບ ການໃຫ້ເງິນ ສະໜັບສະໜຸນ ເພື່ອຕໍ່ຕ້ານ ເຊື້ອໄວຣັສ Zika

ນັບ​ເປັນ​ເວລາ​ຫລາຍໆ​ອາທິດ​ມາ​ແລ້ວ ທີ່​ສະມາຊິກ​ພັກຣີພັບ​ບລີ​ກັນ​ຫຼາຍໆ​ທ່ານ ຢືນ​ຢັດ ວ່າ ພວກ​ທ່ານ​ຕ້ອງການ​ຂໍ້​ມູນ​ເພີ້ມຕື່ມ​ກ່ຽວ​ກັບ​ວ່າ​ເງິນ​ທີ່​ໄດ້​ຮັບ​ນັ້ນຈະ​ຖືກນຳ​ໄປ​ໃຊ້​ຈ່າຍ ແບບ​ໃດ. ນອກ​ນັ້ນ​ຈຳນວນ​ນຶ່ງ​ຍັງ​ຮຽກຮ້ອງ​ໃຫ້​ຕັດ​ໂຄງການອື່ນໆ ​ເພື່ອ​ກວມ​ເອົາ​ຄ່າ​ໃຊ້ ຈ່າຍ​ໃນ​ການ​ຮັບ​ມື​ກັບ​ເຊື້ອ​ໄວຣັສ Zika.

ສະມາຊິກ​ສະພາ​ສູງ John Cornyn ຈາກ​ລັດ​ເທັກ​ຊັສ ກ່າວ​ວ່າ ພວກ​ເຮົາ​ມາ​ຮັບ​ມື​ກັບ ​ໄພຂົ່ມຂູ່​ນີ້ ​ໃນ​ວິທີ​ທີ່​ມີ​ຄວາມ​ຮັບຜິດຊອບ​ໃນ​ດ້ານ​ງົບປະມານ. ບໍ່​ມີ​ເຫດຜົນ​ໃດໆ​ທີ່​ຈະ​ເພີ້ມການ​ຂາດ​ດຸນ​ງົບປະມານ​ແລະ​ໜີ້​ສິນຕື່ມ.

ທ່ານ Cornyn ​ໄດ້​ສະ​ເໜີ​ທາງ​ເລືອກ​ ​ໂດຍ​ໃຫ້​ນຳ​ເອົ​າ​ເງິນ​ຈາກ​ໂຄງການ​ປ້ອງ​ກັນພະຍາດ ອື່ນໆ​ທີ່​ໄດ້​ອະນຸມັດ​ໄປ​ແລ້ວ ມາ​ໃຊ້​ຈ່າຍ​ໃນ​ການ​ຕໍ່ສູ້​ກັບ​ເຊື້ອ​ໄວຣັສ​ Zika. ສະມາຊິກ​ພັກ ເດ​ໂມ​ແຄຣັດ​ໄດ້​ຮວມຕົວ​ກັນ​ເອົາ​ຊະນະ​ຂໍ້​ສະ​ເໜີ​ຂອງ​ທ່ານ Cornyn ດ້ວຍ​ການ​ເຂົ້າຮ່ວມ ຂອງ​ທ່ານ Marco Rubio ທີ່​ສັງ​ກັດ​ພັກ​ຣີພັບ​ບລີກັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

US Zika
please wait
Embed

No media source currently available

0:00 0:01:18 0:00

XS
SM
MD
LG