ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ແຜນປະກັນໄພ ສຸຂະພາບ ຂອງ ສະພາສູງ ພັກຣີພັບບລິກັນ ໄດ້ຮັບການຕິຕຽນ


ຜູ້ນຳສະພາສູງສຽງສ່ວນຫລາຍ ພັກຣີພັບລິກັນ ທ່ານ Mitch McConnel ອອກຈາກຫ້ອງປະຊຸມ ເພື່ອປະກາດຮ່າງປະກັນໄພ ສຸຂະພາບ.
ຜູ້ນຳສະພາສູງສຽງສ່ວນຫລາຍ ພັກຣີພັບລິກັນ ທ່ານ Mitch McConnel ອອກຈາກຫ້ອງປະຊຸມ ເພື່ອປະກາດຮ່າງປະກັນໄພ ສຸຂະພາບ.

ຫຼັງ​ຈາກ​ຫລາຍ​ອາທິດ​ຂອງ​ການເຈລະຈາ​ແບບ​ປິດ​ລັບ ບັນດາ​ສະມາຊິກພັກຣີພັບ​ລິກັນ
​ໃນ​ສະພາ​ສູງ​ໄດ້​ເປີດ​ເຜີຍ​ຮ່າງ​ກົດໝາຍ​ດັດ​ແປງ​ລະບົບ​ປະກັນ​ໄພ​ສຸຂະພາບ ​ອາ​ເມຣິ
ກາ​ ​ແລະ​ນຳ​ມາ​ໃຊ້ແທນ “Obamacare” ນັ້ນ ​ໄດ້​ຮັບການ​ຕິຕຽນ​ຈາກ​ບັນດາ​ສະມາ
ຊິກ​ພັກ​ເດ​ໂມ​ແຄຣັດ ​ແລະການ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຈາກພວກ ນິຍົມ​ແນວທາງ
ປານ​ກາງ​ຈຳນວນ​ນຶ່ງ ພ້ອມ​ດ້ວຍພວກ​ນິຍົມ​ແນວທາງເດີ​ມ ຢູ່ໃນ​ພັກຂອງເຂົາ​ເຈົ້າ​ເອງ.

​ໃນອັນ​ທີ່​ເບິ່ງ​ກັນວ່າ ​ເປັນ​ຄວາມພ​ະຍາ​ຍາມ​ທີ່​ຈະເຮັດ​ໃຫ້​ເກີດ​ຂຶ້ນ​ແທ້ ​ຂອງ​ພັກ ຣີພັບ​
ບລິ​ກັນ ໃນ​ການ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ແກ່​ບັນດາ​ຜູ້​ປ່ອນ​ບັດ ທີ່​ມີ​ມາຍາ​ວນານ ​ແລ້ວນັ້ນ
ຮ່າງ​ກົດໝາຍນີ້ ​ຈະເຮັດ​ໃຫ້​ກົດໝາຍ​ການ​ປິ່ນປົວສຸຂະພາບ ທີ່​ຕ້ອງ ການ​ໃຫ້​ຊາວ
​ອາ​ເມຣິກັນທັງ​ໝົດ ​ຊື້​ປະກັນ​ໄພ​ສຸຂະພາບນັ້ນ ສິ້ນສຸດ​ລົງ ຄ່ອຍໆ ຫລຸດ​ການ​ໃຫ້​
ຄວາມ​ຊ່ວຍ​ເຫລືອຂອງ​ລັດຖະບານ​ກາງ ​ເພື່ອ​ຊື້ປະກັນ​ໄພ ​ແລະ​ຫລຸດ​ກອງທຶນ​
Medicaid ທີ່ໃຫ້​ເງິນ​ສະໜັບສະໜຸນ​ການປິ່ນປົວ​ສຸຂະພາບ​ແກ່​ຄົນ​ທຸກ​ຈົນ​ ແລະ​
ພິການນັ້ນ.

“ປະກັນ​ໄພ​ສຸຂະ​ພາບ Obamacare ບໍ່​ໄດ້ຜົນ” ນັ້ນຄື​ຄຳ​ເວົ້າຜູ້ນຳ​ສຽງ​ສ່ວນ​ຫລາຍ
ໃນ​ສະພາສູງ ທ່ານ Mitch McConnell ຈາກ​ລັດ Kentucky ​ໄດ້ກ່າວ​ເຖິງກົດໝາຍ

ປະກັນ​ໄພ​ສຸຂະພາບ​ທີ່​ເປັນ​ລາຍ​ເຊັນ​ຂອງອະ​ດີດປະທານາ ທິບໍດີທ່ານ Barack
Obama ​ໃນປີ ​ວ່າ “ເຖິງ​ເວລາທີ່​ຈະ​ລົງມື​ແລ້ວ.”

​ແຜນ​ການຂອງ​ພັກຣີພັບ​ບລິ​ກັນຈະ​ໃຫ້​ການ​ຫລຸດ​ພາສີ ​ເພື່ອ​ຊ່ວຍ​ເຫ​ລືຊາ​ວອາ​ເມຣິ
ກັນ​ຈ່າຍ​ຄາ​ຄ່າ​ປິ່ນປົວ ​ແລະ​ລົບ​ລ້າງ Obamacare ທັງ​ໝົດ​ທີ່​ເກັບ​ພາສີ​ຈາກ​ຊາວ
ອາ​ເມຣິກັນ​ທີ່​ມີ​ລາຍ​ໄດ້​ສູງ. ບັນດາ​ສະມາຊິກ​ພັກ​ເດໂມ​ແຄຣັດ​ໄດ້​ປະນາມ​ຮ່າງ​ກົດ
ໝາຍນີ້​ວ່າ ​ເປັນການ​ຕັດ​ພາສີ​ສຳລັບ​ຄົນ​ຮັງ​ມີ ເພື່ອ​ຫລອກ​ລວງ​ວ່າ​ເປັນແຜ​ນການປິ່ນ
ປົວ​ສຸຂະພາບ.

ຜູ້ນຳສະພາສູງສຽງສ່ວນນ້ອຍ ພັກເດໂມແຄຣັດ ທ່ານ Chuck Schumer ຈາກລັດ New York ຕອບຮ່າງກົດໝາຍສຸຂະພາບ ປະທານາທິບໍດີທຣໍາ.
ຜູ້ນຳສະພາສູງສຽງສ່ວນນ້ອຍ ພັກເດໂມແຄຣັດ ທ່ານ Chuck Schumer ຈາກລັດ New York ຕອບຮ່າງກົດໝາຍສຸຂະພາບ ປະທານາທິບໍດີທຣໍາ.

ຜູ້​ນໍ​າສຽງ​ສ່ວນ​ນ້ອຍ​ ທ່ານ Chuck Schumer ທີ່ສັງກັດ​ພັກ​ເດ​ໂມ​ແຄຣັດຈາກ​ລັດ
New York ກ່າວ​ວ່າ “​ແຜນການ​ນີ້ ຕັດ​ການ​ປິ່ນປົວ​ແກ່​ພວກ​ທີ່​ຕ້ອງການ​ຫລາຍ​ທີ່​ສຸດ
​ເພື່ອ​ຫລຸດ​ພາສີ​ ແກ່​ຜູ້​ທີ່​ຕ້ອງການ​ໜ້ອຍທີ່​ສຸດ​ນັ້ນ.”

Trump Touts Republican Health Care Plan
please wait

No media source currently available

0:00 0:00:33 0:00

ທ່ານ McConnell ກຳລັງ​ກົດ​ດັນໃຫ້​ມີການ​ລົງ​ຄະ​ແນນ​ສຽງ​ຂອງສະພາ​ສູງກ່ຽວ ​ກັບ​ຮ່າງກົດໝາຍ​ນີ້ ​ໃນອາທິດ​ໜ້າ​ ​ກ່ອນ​ສະພາ​ຢຸດ​ພັກສະຫຼອງວັນ​ເອກ​ກະລາດ ທີ 4 ​
ກໍລະກົດ. ສະມາຊິກ​ພັກ​ເດ​ໂ​ມ​ແຄຣັດ​ໄດ້​ປະຕິ​ເສດ ​ທີ່​ຈະ​ຮີບ​ຮ້ອນໃນ​ການ ລົງ​ຄະ​
ແນນ​ສຽງ ຂອງ​ຮ່າງ​ກົດໝາຍທີ່​ຂຽນຂຶ້ນ​ຢ່າງ​ລັບໆ​ໂດຍ​ປາດສະ​ຈາກ​ການ ​ຮັບ​ຟັງ​
ຈາກ​ຄະນະ​ກຳມະການ ໃນ​ຄວາມດີ​ເດັ່ນ.

ສະມາຊິກສະພາສູງ ພັກຣິພັບບລິກັນ ທ່ານ Dean Heller ຈາກລັດ Nevada.
ສະມາຊິກສະພາສູງ ພັກຣິພັບບລິກັນ ທ່ານ Dean Heller ຈາກລັດ Nevada.

ສະມາຊິກ​ພັກ​ເດ​ໂມ​ແຄຣັດທ່ານ​ນາງ Patty Murray ຈາກ​ລັດ Washington ກ່າວ​
ວ່າ “ຂ້າພະ​ເຈົ້າ​ເຂົ້າໃຈ​ຢ່າງ​ແນ່ນອນ​ວ່າ​ເປັນ​ຫຍັງ ບັນດາ​ຜູ້​ນຳ​ພັກຣີພັບ​ບລິ​ກັນ ບໍ່​
ຕ້ອງການ​ໃຫ້​ເວລາ ແກ່​ຄົນ​ເຫັນ​ວ່າ​ມີ​ຫຍັງ​ຢູ່​ໃນຮ່າງ​ກົດໝາຍນີ້. ​ເຂົາ​ເຈົ້າ​ບໍ່​ຄວນຮັບ
ຮອງ​ເອົາ​ໂດຍປາດ​ສະ​ຈາກ​ການ​ຮູ້​ເຫັນ​ຂອງ​ປະຊາຊົນ ​ແລະເຂົາ​ເຈົ້າມີ​ຫຍັງ​ຢູ່​ໃນ​ນັ້ນ."​

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

Senate Health Care
please wait
Embed

No media source currently available

0:00 0:01:44 0:00

XS
SM
MD
LG