ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ພາ​ສູງ ສະ​ຫະ​ລັດ ອະ​ນຸ​ມັດ​ໂຄງ​ການ​ຊ່ວຍ​ເຫຼືອ​ສຳ​ລັບ ຢູ​ເຄ​ຣນ, ອິ​ສ​ຣາ​ແອ​ລ ແລະ ໄຕ້​ຫວັນ


ຜູ້​ນຳ​ສຽງ​ສ່ວນຫຼາຍ​ສະ​ພາ​ສູງ ທ່ານ ຈັກ ຊູ​ເມີ, ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ​ຈາກ​ລັດ ນິວຢອກ, ຍົກ​ໂປ້​ຕໍ່​ນັກ​ຂ່າວ ຫຼັງ​ຈາກ​ສະ​ພາ​ສູງ​ໄດ້​ຮັບ​ຜ່ານ​ໂຄງ​ການ​ຊ່ວຍ​ເຫຼືອ​ຕ່າງ​ປະ​ເທດ​ຢູ່​ຫໍ​ລັດ​ຖະ​ສະ​ພາ​ ໃນ​ນະ​ຄອນຫຼວງ ວໍ​ຊິ​ງ​ຕັນ, 13 ກຸມ​ພາ 2024.
ຜູ້​ນຳ​ສຽງ​ສ່ວນຫຼາຍ​ສະ​ພາ​ສູງ ທ່ານ ຈັກ ຊູ​ເມີ, ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ​ຈາກ​ລັດ ນິວຢອກ, ຍົກ​ໂປ້​ຕໍ່​ນັກ​ຂ່າວ ຫຼັງ​ຈາກ​ສະ​ພາ​ສູງ​ໄດ້​ຮັບ​ຜ່ານ​ໂຄງ​ການ​ຊ່ວຍ​ເຫຼືອ​ຕ່າງ​ປະ​ເທດ​ຢູ່​ຫໍ​ລັດ​ຖະ​ສະ​ພາ​ ໃນ​ນະ​ຄອນຫຼວງ ວໍ​ຊິ​ງ​ຕັນ, 13 ກຸມ​ພາ 2024.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ໄດ້​ຮຽກ​ຮ້ອງ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ ສະ​ຫະ​ລັດ ໃນ​ວັນ​ອັງ​ຄານ​ວານນີ້ ​ໃຫ້​ຮັບ​ຜ່ານໂຄງ​ການ​ຊ່ວຍ​ເຫຼືອ​ຕ່າງ​ປະ​ເທດ​ມູນ​ຄ່າ 95 ຕື້​ໂດ​ລາ​ສຳ​ລັບ ຢູ​ເຄ​ຣນ, ອິ​ສ​ຣາ​ແອ​ລ ແລະ ໄຕ້​ຫວັນ ຢ່າງວ່ອງໄວ, ເຖິງ​ແມ່ນ​ຈະ​ມີ​ການ​ຄັດ​ຄ້ານ​ໃນ​ສ​ະ​ພາ​ຕ່ຳ​ທີ່​ນຳ​ພາ​ໂດຍ​ພັກ​ຣີ​ພັບ-ບ​ລີ​ກັນ​ກໍ່​ຕາມ.

ທ່ານ ໄບ​ເດັນ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ “ຂ້າ​ພະ​ເຈົ້າ​ຂໍ​ຮຽ​ກ​ຮ້ອງ​ປະ​ທານ​ສະ​ພາ​ຕ່ຳ ​ໃຫ້​ນຳ​ພາ​ສະ​ພາ​ຕ່ຳ​ຄົບ​ຄະ​ນະ​ສະ​ແດງ​ຄວາມ​ຄິດ​ເຫັນ​ຂອງ​ເຂົາ​ເຈົ້າ ແລະ ບໍ່​ອະ​ນຸ​ຍາດ​ໃຫ້​ສະ​ມາ​ຊິກ​ກຸ່ມ​ນ້ອຍ​ທີ່​ມີ​ສຽງ​ຮຸນ​ແຮງ​ທີ່​ສຸດ​ໃນ​ສະ​ພາ​ຕ່ຳ​ກີດ​ກັ້ນ​ຮ່າງ​ກົດ​ໝາຍນີ້ບໍ່​ໃຫ້​ຖືກ​ລົງ​ຄະ​ແນນ​ສຽງ​ເອົາ.”

ໃນ​ຕອນ​ເຊົ້າ​ວັນ​ອັງ​ຄານ​ວານນີ້, ສະ​ພາ​ສູງ ສະ​ຫະ​ລັດ ໄດ້​ຮັບ​ຜ່ານ​ໂຄງ​ການ​ຊ່ວຍ​ເຫຼືອ​ດັ່ງ​ກ່າວ​ດ້ວຍ​ຄະ​ແນນ​ສຽງ 70 ຕໍ່ 29, ດ້ວຍ​ພັກ​ຣີ​ພັບ​ບ​ລີ​ກັນ​ເຂົ້າ​ຮ່ວມຫຼາຍກວ່າ​ສິບ​ຄົນ​ເພື່ອ​ສະ​ໜັບ​ສະ​ໜູນ​ພັກ​ເດ​ໂມ​ແຄ​ຣັດ​ທີ່​ມີ​ສຽງ​ສ່ວນ​ຫຼາຍ.

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງວ່ອງ​ໄວ, ໂດຍ​ກ່າວ​ວ່າການ​ຊ່ວຍ​ເຫຼືອ​ຂອງ ສະ​ຫະ​ລັດ “ຈະ​ຊ່ວຍ​ປົກ​ປ້ອງ​ຊີ​ວິດ​ຂອງ​ມະ​ນຸດ​ຈາກ​ການ​ກໍ່​ການ​ຮ້າຍ​ຂອງ ຣັດ​ເຊຍ.”

ທ່ານ ເຊ​ເລັນ​ສ​ກີ ກ່າວ​ໃນ​ສື່​ສັງ​ຄົມ X ວ່າ “ການ​ຊ່ວຍ​ເຫຼືອ​ຂອງ​ຊາວ ອາ​ເມ​ຣິ​ກັນ ຈະ​ນຳ​ເອົາ​ສັນ​ຕິ​ພາບ​ມາ​ສູ່ ຢູ​ເຄ​ຣນ ໄວ​ຂຶ້ນ ແລະ ນຳ​ເອົາ​ຄວາມ​ໝັ້ນ​ຄົງ​ມາ​ສູ່​ໂລກ, ທີ່​ມີ​ຜົນ​ມາ​ຈາກ​ການ​ຮັກ​ສາ​ຄວາມ​ປອດ​ໄພຫຼາຍ​ຂຶ້ນ ແລະ ສ້​າງ​ຄວາມ​ຈະ​ເລີນ​ຮັ່ງ​ມີ​ໃຫ້​ຊາວ​ອາ​ເມ​ຣິ​ກັນ​ທຸກ​ຄົນ ແລະ ທຸກ​ຄົນ​ໃນ​ໂລກ​ທີ່​ເສ​ລີ.”

ຜູ້​ນຳ​ສຽງ​ສ່ວນຫຼາຍ​ສະ​ພາ​ສູງ​ທ່ານ ຈັກ ຊູ​ເມີ ໄດ້​ກ່າວ​ວ່າ​ມາດ​ຕະ​ການ​ທີ່​ວ່າ​ນັ້ນ​ແມ່ນ “ນຶ່ງ​ໃນ​ຮ່າງ​ກົດ​ໝາຍ​ຄັ້​ງ​ປະ​ຫວັດ​ສາດ​ທີ່​ສຸດ ແລະ ສຳ​ຄັນ​ທີ່​ຖືກ​ຮັບ​ຜ່ານ​ໃນ​ສະ​ພາ​ສູງ. ເປັນ​ຮ່າງ​ກົດ​ໝາຍ​ທີ່​ມີ​ຜົນ​ກະ​ທົບ​ຢ່າງຫຼວງຫຼາຍ​ທີ່ບໍ່​ແມ່ນ​ພຽງ​ສຳ​ລັບ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ, ຄວາມ​ໝັ້ນ​ຄົງ​ຂອງ​ພັນ​ທະ​ມິດ​ເທົ່າ​ນັ້ນ, ແຕ່​ຍັງ​ເປັນ​ຄວາມ​ໝັ້ນ​ຄົງ​ຂອງ​ປະ​ຊາ​ທິ​ປະ​ໄຕ​ດັ່ງ​ທີ່​ພວກ​ເຮົາ​ຮູ້.”

ທ່ານ​ໄດ້​ຊີ້​ເຖິງ​ການ​ສະ​ໜັບ​ສະ​ໜູນ​ຈາກ​ສອງ​ພັກ​ການ​ເມືອງ ແລະ ໄດ້​ສະ​ແດງ​ຄວາມ​ໝັ້ນ​ໃຈ​ວ່າ​ ການ​ລົງ​ຄະ​ແນນ​ສຽງ​ໃນ​ສະ​ພາ​ຕ່ຳ​ຈະ​ມີ​ຜົນ​ອອກ​ມາ​ທີ່​ຄ້າຍ​ຄື​ກັນ.

ສະ​ພາ​ຕ່ຳ​ພັກ​ຣິ​ພັບ​ບ​ລີ​ກັນ​ໄດ້​ຜູກ​ມັດ​ການ​ຄັດ​ຄ້ານ​ຕ່າງໆ​ທີ່​ຈະ​ໃຫ້​ການ​ຊ່ວຍ​ເຫຼືອ ຢູ​ເຄ​ຣນ ຕໍ່​ໄປ​ກັບ​ການ​ຜັກ​ດັນ​ ສຳ​ລັບ​ການ​ດຳ​ເນີນ​ການ ກ່ຽວ​ກັບ ການ​ຮັກ​ສາ​ຄວາມ​ປອດ​ໄພ​ຢູ່​ຕາມ​ເຂດ​ຊາຍ​ແດນ ສະ​ຫະ​ລັດ ເມັກ​ຊິ​ໂກ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG