ສະພາສູງສະຫະລັດ ໃນວັນພຸດວານນີ້ ໄດ້ຮັບຮອງເອົາດ້ວຍຄະແນນສຽງອັນຖ້ວມລົ້ນ
ຕໍ່ການດັດແກ້ກົດໝາຍທີ່ຈະເພີ່ມຄວາມເຂັ້ມແຂງໃຫ້ແກ່ມາດຕະການ ການລົງໂທດ
ຕ່າງໆຕໍ່ຣັດເຊຍ ຍ້ອນໃຊ້ອິດທິພົນ ແຊກແຊງເຂົ້າໃນການເລືອກຕັ້ງ ປະທານາທິບໍດີ
ສະຫະລັດ ໃນປີ 2016 ນັ້ນ.
ຂໍ້ດັດແກ້ດັ່ງກ່າວ ຍັງຈະບັງຄັບໃຫ້ລັດຖະສະພາທົບທວນຄືນ ຖ້າທຳນຽບຂາວ ຫາກ
ຕັດສິນໃຈ ທີ່ຈະຜ່ອນພັນ ລະງັບ ຫຼື ຍົກເລີກ ມາດຕະການລົງໂທດທີ່ມີຢູ່ແລ້ວ.
ການຕົກລົງຂອງທັງສອງພັກການເມືອງ ໄດ້ມີຂຶ້ນ ໃນຮູບແບບຂອງການດັດແກ້
ກົດໝາຍ ທີ່ສະພາສູງກຳລັງພິຈາລະນາຢູ່ກ່ຽວກັບມາດຕະການລົງໂທດຕໍ່ອີຣ່ານ.
ກົດໝາຍນັ້ນ ແມ່ນຄາດກັນວ່າ ຈະໄດ້ຮັບການສະໜັບສະໜູນ ຢ່າງແຂງຂັນ ໃນ
ເວລາຖືກສົ່ງໄປໃຫ້ສະພາສູງຄົບຄະນະ ພິຈາລະນາ ແລະ ຕໍ່ຈາກນັ້ນ ກໍຈະຕ້ອງ
ຖືກຮັບຜ່ານໂດຍ ສະພາຕ່ຳ ແລະລົງນາມໂດຍປະທານາທິບໍດີ ດໍໂນລ ທຣຳ.
ກົດໝາຍດັ່ງກ່າວ ຈະເພີ່ມຄວາມເຂັ້ມແຂງ ຕໍ່ມາດຕະການລົງໂທດ ທີ່ມີຢູ່ແລ້ວ
ໂດຍແນເປົ້າໝາຍໃສ່ໂຄງການພະລັງງານຕ່າງໆ ຂອງຣັດເຊຍ ໃນຂະນະດຽວກັນ
ຈະວາງມາດຕະການລົງໂທດໃໝ່ຕໍ່ພວກທີ່ມີສ່ວນກ່ຽວຂ້ອງໃນການລະເມີດສິດທິ
ມະນຸດຢ່າງຮ້າຍແຮງ ທີ່ສະໜອງອາວຸດໃຫ້ແກ່ລັດຖະບານຊີເຣຍ ທີ່ດຳເນີນການ
ກິດຈະກຳປອງຮ້າຍທາງດ້ານອິນເຕີແນັດຕ່າງໆ ແລະພວກທີ່ເຮັດທຸລະກິດ ກັບ
ໜ່ວຍສືບລັບ ແລະ ກະຊວງປ້ອງກັນປະເທດ ຂອງຣັດເຊຍ.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ໄດ້ຕຳນິມາດ
ຕະການລົງໂທດໃໝ່ ໃນຂະນະທີ່ກຳລັງໃຫ້ການ ຕໍ່ຄະນະກຳມະການກິດຈະການ
ຕ່າງປະເທດ ຂອງສະພາຕ່ຳ ໃນວັນພຸດວານນີ້ ດ້ວຍການຕັ້ງຄຳຖາມວ່າ ມາດຕະ
ການລົງໂທດແຕ່ຝ່າຍດຽວ ຈະມີປະສິດທິພາບແນວໃດ ໃນການຍັບຍັ້ງຣັດເຊຍ.
ທ່ານໄດ້ກ່າວວ່າ “ມາດຕະການນັ້ນ ຈະມີຊ່ອງຫວ່າງແນວໃດແນວນຶ່ງ ແລະ ທ່ານ
ປູຕິນ ຈະຮູ້ວ່າ ພວກມັນມີຊ່ອງຫວ່າງ.”
ທ່ານໄດ້ເອີ້ນມາດຕະການລົງໂທດນັ້ນ ວ່າ “ບໍ່ຖືກເວລາ” ແລະ ໄດ້ກ່າວວ່າ ຄະນະ
ລັດຖະບານ ຕ້ອງມີຄວາມສາມາດທີ່ຈະ “ເພີ່ມຄວາມກົດດັນຫຼາຍຂຶ້ນ” ຕໍ່ຣັດເຊຍ
ຖ້າສະຖານະການໃນອະນາຄົດ ຫາກຮຽກຮ້ອງຕ້ອງການ.
ໃນເດືອນທັນວາ ຫຼັງຈາກການເລືອກຕັ້ງແລ້ວ ຄະນະລັດຖະບານທ່ານໂອບາມາ
ໄດ້ວາງມາດຕະການລົງໂທດໃໝ່ ຕໍ່ຣັດເຊຍ ແລະ ໄດ້ຂັບໄລ່ ນັກການທູດຣັດເຊຍ
ຈຳນວນນຶ່ງ ອັນເປັນການລົງໂທດ ຕໍ່ການແຊກແຊງເຂົ້າໃນການເລືອກຕັ້ງ
ປະທານາທິບໍດີສະຫະລັດ.