ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄະນະກຳມະການ ສະພາສູງ ສຫລ ສະໜອງ ຄວາມຄືບໜ້າ ການສືບສວນ ກ່ຽວກັບ ຣັດເຊຍ


US Senate Panel Provides Update on Russia Probe
please wait

No media source currently available

0:00 0:02:00 0:00

ຄະນະກຳມະການສືບລັບ ຂອງສະພາສູງ ໄດ້ເປີດເຜີຍວ່າ ຕົນຈະສືບຕໍ່ທຳການສືບສວນ
ເບິ່ງວ່າ ພາກສ່ວນໂຄສະນາຫາສຽງຕ່າງໆຂອງປະທານາທິບໍດີ ດໍໂນລ ທຣຳ ສົມຮູ້ຮ່ວມ
ຄິດ ກັບ ຣັດເຊຍ ເພື່ອທີ່ຈະແຊກແຊງ ເຂົ້າໃນການເລືອກຕັ້ງ ຂອງສະຫະລັດ ໃນປີ 2016
ຫຼືບໍ່ ໃນຂະນະດຽວກັນ ກໍເຕືອນວ່າ ການແຊກແຊງຂອງຣັດເຊຍ ອາດຈະຂະຫຍາຍວົງ
ກວ້າງອອກ ແລະ ເປັນໄພຂົ່ມຂູ່ຕໍ່ການເລືອກຕັ້ງຕ່າງໆ ໃນອະນາຄົດ.

“ບັນຫາຂອງການສົມຮູ້ຮ່ວມຄິດຍັງຄົງເປີດໄວ້ຢູ່” ປະທານຄະນະດັ່ງກ່າວ ທ່ານ
Richard Burr ຈາກລັດ North Carolina ສັງກັດພັກຣີພັບບລີກັນ ໄດ້ກ່າວຢູ່ທີ່
ກອງປະຊຸມຖະແຫລງຂ່າວ ໃນວັນພຸດວານນີ້. ທ່ານກ່າວຕື່ມວ່າ “ພວກເຮົາມີວຽກ
ທີ່ຈະຕ້ອງເຮັດຫຼາຍກວ່ານີ້ ທີ່ພົວພັນກັບການສົມຮູ້ຮ່ວມຄິດ ແຕ່ພວກເຮົາ ກຳລັງ
ສ້າງຮູບພາບອັນຈະແຈ້ງຂຶ້ນ ຂອງສິ່ງທີ່ໄດ້ເກີດຂຶ້ນ.”

ເຖິງຢ່າງໃດກໍຕາມ ກໍບໍ່ໄດ້ເປີດເຜີຍເລືອງທີ່ເສຍຫາຍໃດໆກ່ຽວກັບກຸ່ມຢູ່ວົງໃນຂອງ
ປະທາທິບໍດີ ທຣຳ ແຕ່ຢາງໃດ ທ່ານ Burr ແລະ ສະມາຊິກຂອງຄະ ນະກຳມະການ
ສັງກັດພັກເດໂມແຄຣັດ ທ່ານ Mark Warner ຈາກລັດ Virginia ໄດ້ກ່າວວ່າ
ພວກຂ້າພະເຈົ້າ ຮູ້ສຶກເຖິງຄວາມຈຳເປັນ ທີ່ຈະຕ້ອງເປີດ ເຜີຍຕໍ່ມະຫາຊົນ ກ່ຽວກັບ
ຜົນສະຫລຸບ ທີ່ໄດ້ບັນລຸ ມາເຖິງຕອນນີ້.

ທ່ານ Warner ໄດ້ກ່າວຕື່ມອີກວ່າ “ມາດຕະການທີ່ຂະຍັນຂັນແຂງ ຂອງຣັດເຊຍ
ບໍ່ໄດ້ຢຸດລົງກັບການເລືອກຕັ້ງປີ 2016” ສະຫະລັດຄວນເອົາ “ແນວທາງ ທີ່ເຂັ້ມ
ງວດຫຼາຍຂຶ້ນ ກວ່າເກົ່າ ທີ່ລວມລັດຖະບານທັງໝົດ”
ເພື່ອຈະຕໍ່ສູ້ຕ້ານຢັນກັບ
ການແຊກແຊງຂອງຣັດເຊຍ.

ທ່ານ Burr ໄດ້ກ່າວວ່າ “ສິ່ງທີ່ຂ້າພະເຈົ້າຈະຢັ້ງຢືນ ກໍແມ່ນວ່າ ໜ່ວຍສືບລັບ ຂອງ
ຣັດເຊຍ ແມ່ນມີຄວາມມຸ້ງໝັ້ນ ສະຫຼຽວສະຫຼາດ ແລະ ຂ້າພະເຈົ້າແນະນຳວ່າ
ການໂຄສະນາຫາສຽງທຸກໆແນວ ແລະ ເຈົ້າໜ້າທີ່ເລືອກຕັ້ງທຸກໆຄົນ ໃຫ້ເອົາ
ແນວທາງນີ້ ຢ່າງເຂັ້ມງວດແທ້ໆ.”

ທີມງານດ້ານຄວາມໝັ້ນຄົງ ຂອງທ່ານທຣຳ ຫຼາຍໆຄົນ ເຫັນດີກັບຜົນສະຫລຸບຂອງ
ປະຊາຄົມສືບລັບ ທີ່ວ່າ ຣັດເຊຍ ໄດ້ແຊກແຊງເຂົ້າໃນການເລືອກຕັ້ງເມື່ອປີກາຍນີ້ ທີ່
ເຂົ້າຂ້າງ ທ່ານທຣຳ. ແຕ່ວ່າ ທ່ານປະທານາທິບໍດີ ບໍ່ໄດ້ເຫັນດີເຫັນພ້ອມນຳ.

ບັນດານັກສືບສວນ ສະຫະລັດ ເມື່ອບໍ່ດົນມານີ້ ໄດ້ເປີດເຜີຍວ່າ ພວກລັກເຈາະຂໍ້ມູນ
ຂອງຣັດເຊຍ ໄດ້ພະຍາຍາມ ເຈາະເຂົ້າໃນລະບົບການລົງຄະແນນ ຢູ່ລັດຕ່າງໆ ຂອງ
ສະຫະລັດ ເກືອບຊາວກວ່າລັດ. ໃນຂະນະທີ່ພວກເຂົາາເຈົ້າອາດຈະບໍ່ໄດ້ປະສົບຜົນ
ສຳເລັດ ໃນປີກາຍນີ້ ແຕ່ທ່ານ Burr ແລະ ທ່ານ Warner ກໍກ່າວວ່າ ໄພອັນຕະລາຍ
ຍັງຄົງມີຢູ່ ໃນຂະນະທີ່ ສອງລັດ ຈະຈັດການເລືອກຕັ້ງ ໃນສອງສາມສັບປະດາ ຈາກ
ດຽວນີ້ ແລະ ການເລືອກຕັ້ງກາງສະໄໝຂອງອາເມຣິກາ ແມ່ນຢູ່ໃກ້ໆ ໃນປີໜ້ານີ້.

ທ່ານ Warner ໄດ້ກ່າວວ່າ “ທ່ານສາມາດເລືອກເອົາ ສອງ ຫຼື ສາມລັດ ແລະ ສອງ
ຫຼື ສາມເຂດເລືອກຕັ້ງ ແລະ ປ່ຽນແປງ ຜົນຂອງການເລືອກຕັ້ງ.”

ການນຳໃຊ້ ລະບົບສື່ສັງຄົມຕ່າງໆ ຂອງຣັດເຊຍ ເພື່ອກະຈາຍຂໍ້ມູນທີ່ຜິດພາດ ແລະ
ກໍ່ຄວາມວຸ້ນວາຍ ແມ່ນໄດ້ຖືກເປີດເຜີຍໃຫ້ເຫັນແລ້ວເຊັ່ນກັນ.

Senate Russia Probe
please wait
Embed

No media source currently available

0:00 0:00:57 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG