ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສະມາຊິກ ສະພາສູງ ພັກຣີພັບບລິກັນ ຮັບຜ່ານ ຮ່າງກົດໝາຍ ງົບປະມານ


ຮູບພາບຂອງ ລັດຖະສະພາ ທີ່ເຫັນໃນຕອນເຊົ້າມືດ.
ຮູບພາບຂອງ ລັດຖະສະພາ ທີ່ເຫັນໃນຕອນເຊົ້າມືດ.

ດ້ວຍການ​ລົງ​ຄະ​ແນນ​ສຽງ 51 ຕໍ່ 49 ສະມາຊິກ​ພັກຣີພັບ​ບລິ​ກັນ ຢູ່ໃນສະພາ​ສູງສະຫະ
ລັດ ​ໄດ້​ຮັບ​ຮອງ​ເອົາ​ງົບປະມານ​ໃນ​ຕອນ​ແລງ​ວັນ​ພະຫັດ​ວານ​ນີ້ ທີ່​ຈະແຜ້ວ​ທາງ​ໃຫ້​ແກ່
​ແຜນ​ການຂອງປະທານາທິບໍດີ​ ​ດໍ​ໂນ​ລ ທຣໍາ ຕໍ່​ອັນ​ທີ່ທ່ານຮ້ອງ​ວ່າ “ການ​ຕັດ​ພາສີ​ຄັ້ງ
​ໃຫຍ່​ແລະ​ການປະຕິ​ຮູ​ບ.”

ທຳນຽບຂາວ​ໄດ້​ກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ຫລັງ​ຈາ​ກການ​ລົງ​ຄະ​ແນ​ນສຽງແລ້ວວ່າ “ມະ
ຕິ​ນີ້ໄດ້​ແຜ້ວ​ທາງ​ໄປ​ສູ່​ການ​ເປີດໂອກ​າດ ​ໃຫ້​ແກ່​ຄວາມບົ່ມຊ້ອນຂອງເສດຖະ ກິດ​ອາ​ເມ
ຣິກາ ຜ່ານ​ການ​ປະຕິ​ຮູບ​ພາສີ ​ແລະການ​ຕັດ​ພາສີ ​ເຮັດ​ໃຫ້​ງ່າຍ​ລົງລະບຽບການເສຍພາ
ສີທີ່ມີຄວາມ​ສັບສົນ​ ຊ່ວຍ​ບັນ​ເທົາ​ການ​ເງິນ​ແກ່​ບັນດາຄອບຄົວ​ຢູ່​ທົ່ວ​ປະ​ເທດ ​ແລະ​ເຮັດ​
ໃຫ້​ທຸລະ​ກິດ​ອາ​ເມຣິກາ​ ສາມາດແຂ່ງຂັນ​ໄດ້ ຢູ່ໃນ​ທົ່ວ​ໂລກ.”

ບັນດາ​ສະມາຊິກ​ສະພາ​ສູງ​ພັກຣີພັບ​ບລິ​ກັນໄດ້​ຮັບ​ຄວາມ​ກົດ​ດັນເພື່ອໃຫ້ຮັບຮອງເອົາ
ການພາສີ ກ່ອນ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝໃນປີໜ້າ ຫລັງ​ຈາກ​ທີ່ບໍ່ສາມາດ​ຮັບຜ່ານ
ຄວາມ​ພະຍາຍາມ​ ​ເພື່ອ​ທັບ​ມ້າງ​ກົດໝາຍ​ສຸຂະພາບ​ແຫ່ງ​ຊາດ ທີ່​ຮູ້​ກັນ​ໃນຊື່
Obamacare ທີ່ທ່ານ​ທຣໍາສະໜັບສະໜູນ​.

ທ່ານ Rand Paul ຈາກ​ລັດ Kentucky ແມ່ນ​ສະມາຊິກ​ພັກຣີພັບ​ບລິ​ກັນພຽງ​ຄົນ​ດຽວທີ່
​ລົງ​ຄະແນນ​ສຽງ​ຄັດຄ້ານ​ຮ່າງ​ກົດໝາຍນີ້. ທ່ານ​ກ່າວ​ວ່າ ມາດ​ຕະການ​ດັ່ງກ່າວມີລາຄາ​
ແພງ​ເກີນ​ໄປແລະ​ປະລະ​ເປົ້າ​ໝາຍ​ຂອງ​ພັກຣີພັບ​ບລິ​ກັນໃນການ​ ລົບ​ລ້າງ Obamacare.

ຜູ້ນຳ​ສຽງ​ສ່ວນ​ຫລາຍໃນສະພາສູງທ່ານ Mitch McConnel ກ່າວ​ວ່າ “ມື້​ແລງ​ນີ້ ພວກ
​ເຮົາ​ໄດ້ເສັດ​ສິ້ນ​ບາດກ້າວ​ທຳ​ອິດໃນການ​ທົດ​ແທນ​ກົດ​ລະບຽບ​ພາສີທີ່​ເພ ພັງ​ຂອງ​ພວກ
​ເຮົາ​ ໂດຍຮັບ​ຜ່ານງົບປະມານທີ່ມີຄວາມຮັບຜິດຊອບໃນຂອບເຂດ ທີ່ກວ້າງ​ຂວາງທີ່​ຈະ
​ຊ່ວຍເຮັດ​ໃຫ້​ລັດຖະບານ​ກາງ ​ໄປ​ສູ່​ເສັ້ນທາງ​ທີ່ກໍ້າ​ເກິ່ງ.”

ຮ່າງ​ກົດໝາຍ​ນີ້ອາດ​ເພີ້​ມໜີ້ສິນຂຶ້ນ​ເຖິງ 1 ພັນ 500 ​ຕື້​ໂດ​ລາ ໃສ່ການ​ຂາດດຸນ​ຂອງລັດ
ຖະບານ​ກາງ ​ໃນ​ທົດ​ສະ​ວັດຕໍ່​ໄປ ​ເພື່ອ​ຈ່າຍ​ຄ່າຕັດ​ພາສີ.

ສະມາຊິກ​ພັກ​ເດ​ໂມ​ແຄຣັດ​ໄດ້​ປະນາມ​ຮ່າງ​ກົດໝາຍນີ້ ​ໂດຍ​ກ່າວ​ວ່າ ​ໃຫ້​ຜົນ​ປະ​ໂຫຍ​ດ​
ພຽງ​ແຕ່​ບັນດາບຸກຄົນທີ່​ຮັ່ງມີ ​ແລະ​ບັນດາບໍລິ​ສັດ ​ແລະ​ທຸລະ​ກິດທີ່​ຮັ່ງມີ ເທົ່ານັ້ນ.

ສະມາຊິກສະພາສູງ ພັກຣີພັບບລິກັນ ທ່ານ Rand Paul ຈາກລັດ Kentucky ກ່າວຕໍ່ບັນດານັກຂ່າວ.
ສະມາຊິກສະພາສູງ ພັກຣີພັບບລິກັນ ທ່ານ Rand Paul ຈາກລັດ Kentucky ກ່າວຕໍ່ບັນດານັກຂ່າວ.

​ອະດີດ​ຜູ້​ສະມັກ​ເປັນ​ປະທານາທິບໍດີ ສະມາຊິກ​ສະພາ​ສູງ Bernie Sanders ກ່າວ​ວ່າ
“ທ່ານ​ປະທານາທິບໍດີ ນີ້​ບໍ່​ແມ່ນ​ຮ່າງ​ງົບ​ປະມານ​ທີ່ຂີ້ຮ້າຍ ​ມັນ​ເປັນ​ຮ່າງ​ງົບປະມານ​ທີ່​ໜ້າ​
ຢ້ານ​ກົວ ​ແລະ​ເປັນ​ຮ່າງ​ກົດໝາຍ​ໂຫດຮ້າຍ​ທີ່​ສຸດ​ແລະເປັນ​ງົບ ປະມານບໍ່​ທ່ຽງ​ທຳ​ທີ່​ສຸດ
ທີ່​ໄດ້​ສະ​ເໜີ​ ໃນ​ປະຫວັດສາດ​ໃໝ່ ​ຂອງ​ປະ​ເທດ​ເຮົາ.” ທ່ານ Sanders ກ່າວ​ວ່າງົບປະ
ມານນີ້ ຈະຕັດ Medicaid ທີ່​ເປັນ​ໂຄງການ​ປິ່ນປົວ​ຂອງ​ລັດຖະບານ​ກາງ ຈ່າຍ​ຄ່າ​ປິ່ນ
ປົວ​ໃຫ້ແກ່​ຄົນ​ທຸກ​ຈົນ​ແລະຕຄົນ​ພິການ ຫລາຍ​ພັນ​ຕື້​ໂດ​ລາ ​ແລະ​ຊາວ​ອາ​ເມຣິກັນ 15
ລ້ານ​ຄົນ​ອາດ​ສູນ​ເສຍ​ປະກັນ​ໄພ​ສຸ​ຂະ​ພາບຂອງ​ເຂົາ​ເຈົ້າ.

ສະມາຊິກສະພາສູງ ພັກເດໂມແຄຣັດ ຄະນະກຳມະການໆເງິນ ທ່ານ Ron Wyden ຈາກລັດ Oregon ມາເຖິງລັດຖະສະພາເພື່ອລົງຄະແນນສຽງ.
ສະມາຊິກສະພາສູງ ພັກເດໂມແຄຣັດ ຄະນະກຳມະການໆເງິນ ທ່ານ Ron Wyden ຈາກລັດ Oregon ມາເຖິງລັດຖະສະພາເພື່ອລົງຄະແນນສຽງ.

ສະມາຊິກ​ສະພາ​ສູງ Ron Wyden ຈາກ​ລັດ Oregon ກ່າວ​ວ່າ “​ບໍ່ເປັນຈັ່ງໂຊກ ມີ​ຊ່ອງ
​ຫວ່າງ​ອັນ​ໃຫຍ່ ​ລະຫວ່າງສຳນວນໂວຫານຂອງ​ລັດຖະບານ​ກ່ຽວ​ກັບ​ບັນຫາ​ເຫລົ່າ​ນີ້ ​ແລະ​ຄວາມເປັນ​ຈິງ​ອັນ​ຢູ່​ໃນເອກ​ກະສາ​ນ.” ທ່ານ Weyden ຜູ້​ທີ່ຢູ່​ໃນ​ຕຳ​ແໜ່​ງສູງສຸດ​ຂອງ​ພັກ
​ເດ​ໂມ​ແຄຣັດ ທີ່ຂຽນ​ກ່ຽວກັບລະບຽບ​ພາສີ ຢູ່​ໃນ​ຄະນະ​ກຳມະການໆ​ເງິນ​ກ່າວ​ວ່າ ຮ່າງ​ກົດໝາຍນີ້ “ແມ່ນບິດເບືອນຢ່າງ​ຖ້ວມ​ລົ້ນ​ໄປ​ສູ່​ພວກຄົນຮັ່ງມີ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Trump Senate Budget
please wait
Embed

No media source currently available

0:00 0:00:55 0:00

XS
SM
MD
LG