ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາສູງສະຫະລັດ ປະຕິເສດມາດຕະການຄວາມປອດໄພຊາຍແດນ ທີ່ເຊື່ອມໂຍງ​ກັບການຊ່ວຍເຫຼືອແກ່ ຢູເຄຣນ ແລະ ອິສຣາແອລ


ບັນດາຜູ້ຂໍລີ້ໄພເຂົ້າເມືອງ ພາກັນຢືນລຽນແຖວຢູ່ບໍລິເວນບ່ອນພັກຊົ່ວຄາວ, ສູນພູດອຍ, ສໍາລັບດໍາເນີນຂັ້ນຕອນ ລຸນຫຼັງຂ້າມຊາຍແດນເມັກຊິໂກ, ວັນທີ 2 ກຸມພາ 2024. ໃກ້ກັບບໍລິເວນນໍ້າພຸຮ້ອນ Jacumba, ລັດຄາລິຟໍເນຍ.
ບັນດາຜູ້ຂໍລີ້ໄພເຂົ້າເມືອງ ພາກັນຢືນລຽນແຖວຢູ່ບໍລິເວນບ່ອນພັກຊົ່ວຄາວ, ສູນພູດອຍ, ສໍາລັບດໍາເນີນຂັ້ນຕອນ ລຸນຫຼັງຂ້າມຊາຍແດນເມັກຊິໂກ, ວັນທີ 2 ກຸມພາ 2024. ໃກ້ກັບບໍລິເວນນໍ້າພຸຮ້ອນ Jacumba, ລັດຄາລິຟໍເນຍ.

ສະພາ​ສູງ​ສະຫະລັດ ປະສົບ​ຄວາມ​ລົ້ມ​ແຫຼວໃນ​ການ​ຊຸກຍູ້​ຂໍ້​ສະ​ເໜີ​ຂອງ​ສອງ​ພັກ​ໃນວັນພຸດວານນີ້ ​ເພື່ອ​ເພີ້ມ​ຄວາມ​ເຂັ້ມງວດ ໃນການ​ຄວບ​ຄຸມຄົນເຂົ້າເມືອງ ​ຢູ່​ຕາມ​ເຂດຊາຍ​ແດນ​ລະຫວ່າງ ສະຫະລັດ ແລະເມັກ​ຊິ​ໂກ ທີ່​ຍັງຈະ​ໃຫ້ການ​ຊ່ວຍ​ເຫລືອ​ທາງ​ທະຫານຄັ້ງ​ໃໝ່​ຫລາຍ​ພັນ​ລ້ານ​ໂດ​ລາ​ແກ່ ​ຢູ​ເຄຣນ ​ແລະ​ອິສຣາ​ແອ​ລ ອີກດ້ວຍ.

ບັນດາສະມາຊິກລັດຖະສະພາຂອງພັກຣີພັບບລີກັນ ໄດ້ຮຽກຮ້ອງໃຫ້ມີລະບຽບການທີ່ເຄັ່ງຄັດຂຶ້ນມາດົນນານແລ້ວ ເພື່ອຍຸຕິການຫຼັ່ງໄຫຼເຂົ້າປະເທດໃນແຕ່ລະວັນຂອງພວກຄົນເຂົ້າເມືອງຫຼາຍພັນຄົນທີ່ໜີຈາກອາຊະຍາກຳ ແລະຄວາມທຸກຍາກຢູ່ໃນບ້ານເກີດຂອງພວກເຂົາ ແລະຊອກຫາຊີວິດທີ່ດີຂຶ້ນຢູ່ໃນສະຫະລັດ. ​ແຕ່​ໃນ​ທີ່​ສຸດ, ສະມາຊິກ​ສະພາ​ສູງ​ພັກຣີພັບ​ບລີ​ກັນທີ່ມີສຽງ​ພຽງ​ພໍ​ກໍ​ໄດ້​ຂັດຂວາງ​ມາດ​ຕະການ​ດັ່ງກ່າວ ​ໂດຍ​ຄັດຄ້ານ​ການ​ເຄື່ອນໄຫວ ເພື່ອເປີດການອະພິປາຍກ່ຽວ​ກັບ​ເລື້ອງນັ້ນ.

ບັນຫາ​ຄົນ​ເຂົ້າ​ເມືອງ, ເຊິ່ງ​ບໍ່​ໄດ້​ຮັບ​ການ​ແກ້​ໄຂໂດຍ​ລັດຖະສະພາມາເປັນເວລາດົນນານ ​ແລະ ​ປະທານາທິບໍດີ​ພັກຣີພັບ​ບລີ​ກັນ ​ແລະ​ພັກ​ເດ​ໂມ​ແຄຣັດ ຄົນກ່ອນໆ, ​ໄດ້​ຖືກ​ລົບ​ກວນ​ຢ່າງ​ໄວວາ​ໃນ​ປີ​ນີ້ ​ໃນ​ການ​ໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງປະທານາທິບໍດີ​ປີ 2024.

ຜູ້ແຂ່ງຂັນທີ່ມີຄະແນນນໍາໜ້າຂອງພັກຣີພັບບລີກັນ, ອະດີດປະທານາທິບໍດີ ດໍໂນລ ທຣໍາ ຊຸກຍູ້ໃຫ້ເພື່ອນຮ່ວມງານພັກຣີພັບບລີກັນຂອງທ່ານ ຢູ່ໃນລັດຖະສະພາ ໃຫ້ຄັດຄ້ານກົດໝາຍດັ່ງກ່າວ ເວັ້ນ​ເສຍແຕ່ວ່າເຂົາເຈົ້າໄດ້ຮັບທຸກຢ່າງທີ່ເຂົາເຈົ້າຮ້ອງຂໍ ກ່ຽວກັບການເຂົ້າເມືອງ. ພັກ​ເດ​ໂມ​ແຄຣັດ ກ່າວ​ຫາ​ວ່າ ທ່ານ​ຢາກ​ໃຫ້ເກີດຄວາມສັບສົນ​ວຸ້ນວາຍ​ຢູ່ຕາມ​ຊາຍ​ແດນຕໍ່​ໄປ ​ເພື່ອ​ໃຫ້​ທ່ານ​ສາມາດ​ນຳ​ໃຊ້ເລື້ອງ​ດັ່ງກ່າວມາ​ເປັນ​ບັນ​ຫາ​ໃນ​ການໂຄສະນາ​ຫາ​ສຽງ​ຕໍ່ຕ້ານ​ປະທານາທິ ບໍດີ ໂຈ ໄບເດັນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG