ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາສູງ ສຫລ ປະຕິເສດ ຕໍ່ການປະກາດ ພາວະສຸກເສີນ ຂອງ ປະທານາທິບໍດີ ດໍໂນລ ທຣຳ


ລັດຖະສະພາ ສະຫະລັດ ໃນວັນພະຫັດວານນີ້ ໄດ້ປະຕິເສດຢ່າງເປັນທາງການ ຕໍ່ການ
ປະກາດພາວະສຸກເສີນ ຂອງປະທານາທິບໍດີ ດໍໂນລ ທຣຳ ທີ່ຈະໄດ້ທຶນ ເພື່ອກໍ່ສ້າງກຳ
ແພງຢູ່ຊາຍແດນນັ້ນ ໃນຂະນະດຽວກັນ ສະພາສູງໄດ້ລົງຄະແນນ ສຽງ 59 ຕໍ່ 41 ສຽງ
ເພື່ອຄັດຄ້ານ ມາດຕະການຂອງຝ່າຍບໍລິຫານ ຫຼັງຈາກທີ່ ສະພາຕ່ຳ ກໍໄດ້ເຮັດເຊັ່ນ
ດຽວກັນ ເມື່ອສອງສາມສັບປະດາຜ່ານມານີ້.

ສະມາຊິກສະພາສູງສັງກັດພັກຣີພັບບລີກັນ 12 ທ່ານ ໄດ້ເຂົ້າຮ່ວມກັບພັກເດໂມແຄຣັດ
ເປັນນ້ຳນຶ່ງໃຈດຽວ ເພື່ອຄັດ​ຄ້ານ ​ຕໍ່ມາດຕະການປະກາດພາວະສຸກເສີນດັ່ງກ່າວ ໃນ
ສະພາທີ່ນຳພາໂດຍ ພັກຣີພັບບລີກັນ ອັນ​ເປັນການທ້າທາຍຕໍ່ ທຳນຽບຂາວ ແລະບໍ່
ເອົາຫົວຊາ ນຳການຂົ່ມຂູ່ທີ່ຈະໃຊ້ສິດຢັບຢັ້ງ ຫຼື ວີໂຕ້ ໂດຍ ປະທານາທິບໍດີ.

ອັນນີ້ບໍ່ແມ່ນການໃຊ້ສິດຢັບຢັ້ງທີ່ບໍ່ທຳມະດາ ຜູ້ນຳສຽງສ່ວນນ້ອຍ ທ່ານ ຊັກ ຊູເມີຣ໌
ສັງກັດພັກເດໂມແຄຣັດຈາກລັດນິວຢອກ ໄດ້ກ່າວໄປ ໂດຍໃຫ້ຂໍ້ສັງເກດ ວ່າ ເປັນການ
ປະຕິເສດຄັ້ງທຳອິດຢ່າງເປັນທາງການຂອງລັດຖະສະພາ ທີ່ບໍ່ເຄີຍມີມາກ່ອນ ຕໍ່ການ
ປະກາດພາວະສຸກເສີນ.

ທ່ານນາງ ຊູແຊນ ຄໍລິນສ໌ ສະມາຊິກສະພາສູງສັງກັດພັກຣີພັບບລີກັນ ຈາກລັດເມນ
ໄດ້ກ່າວວ່າ ທ່ານນາງ ສະໜັບສະໜຸນເປົ້າໝາຍຂອງທ່ານທຣຳ ທີ່ຈະເສີມຂະຫຍາຍ
ດ້ານຄວາມປອດໄພຢູ່ຕາມຊາຍແດນ ລະຫວ່າງ ສະຫະລັດ ກັບ ເມັກຊິໂກ ແຕ່ບໍ່ແມ່ນ
ການໃຊ້ອຳນາດໂດຍບໍ່ຜ່ານລັດຖະສະພາ.

ທ່ານນາງ ຄໍລິນສ໌ ໄດ້ເວົ້າວ່າ ມາດຕະການຂອງທ່ານປະທານາທິບໍດີ ໄດ້ຂັດແຍ້ງ
ໂດຍກົງ ກັບອຳນາດໃນການຈັດສັນງົບປະມານຂອງລັດຖະສະພາ ອັນເປັນອຳນາດ
ທີ່ໄດ້ບັນຍັດໄວ້ ໃນລັດຖະສະພາ ໂດຍບັນດາຜູ້ຂຽນລັດຖະທຳມະນູນ. ອັນນີ້ເປັນ
ເລື້ອງທີ່ບໍ່ກ່ຽວຂ້ອງກັບການເສີມຂະຫຍາຍຄວາມປອດໄພຢູ່ຊາຍແດນ ຊຶ່ງເປັນເປົ້າ
ໝາຍ ທີ່ຂ້າພະເຈົ້າສະໜັບສະໜຸນ.”

ຢູ່ທີ່ທຳນຽບຂາວ ທ່ານ ທຣຳ ໄດ້ສັນຍາວ່າ ຈະຕອບໂຕ້ຄືນ.

ທ່ານປະທານາທິບໍດີ ໄດ້ຂຽນລົງທວີດເຕີ້ ວ່າ ຂ້າພະເຈົ້າ ຍິນດີ ທີ່ຈະວີໂຕ້ມະຕິ
ຕົກລົງ ທີ່ຫາກໍຮັບຜ່ານ ທີ່ໄດ້ຮັບແຮງຈູງໃຈຈາກພັກເດໂມແຄຣັດ ຊຶ່ງຈະເປັນການ
ເປີດຊາຍແດນ ໃນຂະນະດຽວກັນ ກໍຈະເຮັດໃຫ້ມີ ອາຊະຍາກຳ ຢາເສບຕິດ ແລະ
ການລັກລອບຄ້າມະນຸດ ເພີ້ມຂຶ້ນຢູ່ໃນປະເທດຂອງພວກເຮົາ.”

ຂໍ້ຄວາມອັນນັ້ນ ໄດ້ສະທ້ອນເປັນສຽງດຽວກັນກັບ ບັນດາສະມາຊິກພັກຣີພັບບລີກັນ
ທັງຫຼາຍ ຜູ້ທີ່ໄດ້ລົງຄະແນນສຽງ ຕໍ່ຕ້ານມາດຕະການຄັດຄ້ານດັ່ງກ່າວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG