ການແຂ່ງຂັນເລືອກຕັ້ງເອົາສະມາຊິກສະພາສູງສະຫະລັດ ຢູ່ທີ່ລັດຟລໍຣິດາໄດ້ກ້າວ
ໄປສູ່ການນັບບັດຄະແນນສຽງຄືນໃໝ່ດ້ວຍມືໂດຍອັດຕະໂນມັດໃນຂະນະທີ່ຜູ້ພິພາກ
ສາລັດຖະບານກາງທ່ານນຶ່ງ ໄດ້ກ່າວຕໍ່ພວກເຈົ້າໜ້າທີ່ເລືອກຕັ້ງວ່າ ພວກເຂົາເຈົ້າກຳ
ລັງເຮັດໃຫ້ລັດດັ່ງກ່າວກາຍເປັນ “ຕົວຕະລົກ” ຂອງໂລກ.
ກົດໝາຍຂອງລັດຟລໍຣິດາ ບັງຄັບໃຫ້ມີການນັບບັດຄືນດ້ວຍມື ຖ້າຫາກເຄື່ອງຈັກພົບ
ວ່າ ການໄດ້ຮັບໄຊຊະນະແມ່ນບໍ່ຮອດ 0.25 ເປີເຊັນ.
ມາຈົນຮອດແລງວັນພະຫັດວານນີ້ ສະມາຊິກສະພາສູງບິລ ແນລສັນ ທີ່ລົງສະໝັກ
ແຂ່ງຂັນເອົາຕຳແໜ່ງອີກ ຍັງມີຄະແນນນຳຫຼັງຜູ້ທ້າທາຍຈາກພັກຣີພັບບລີກັນ ຜູ້
ປົກຄອງລັດຣິກ ສກັອດ ດ້ວຍຄະແນນ 0.15 ເປີເຊັນ.
ພວກເຈົ້າໜ້າທີ່ເລືອກຕັ້ງ ໄດ້ພາດເປົ້າໝາຍ ທີ່ຈະນັບບັດຄະແນນຄືນໃໝ່ໃນການ
ເລືອກຕັ້ງສະມາຊິກສະພາສູງ ໃຫ້ທັນກັບກຳນົດເສັ້ນຕາຍ ໂດຍກ່າວວ່າເຄື່ອງຈັກ
ນັບບັດຄະແນນທີ່ເມືອງພາລມບິສ ຍັງເພຢູ່.
ພວກເຈົ້າໜ້າທີ່ ຢູ່ເມືອງແທມປາເບ ບໍ່ຍອມສົ່ງການນັບບັດແຄນນສຽງຄືນໃໝ່ ຂອງ
ພວກເຂົາເຈົ້າໃຫ້ທາງສູນກາງ ຍ້ອນບັດທີ່ນັບຄືນໃໝ່ນັ້ນ ແມ່ນຍັງຂາດຢູ່ 800 ສຽງ
ຈາກການນັບຄະແນນສຽງຕົ້ນຕໍ່ທີ່ມີຂຶ້ນໃນວັນເລືອກຕັ້ງ.
ຜູ້ພິພາກສາລັດຖະບານກາງ ທ່ານມາກ ວອກເກີ ໄດ້ປະຕິເສດທີ່ຈະກຳນົດເສັ້ນຕາຍ
ແລະຮ້າຍພວກເຈົ້າໜ້າທີ່ເລືອກຕັ້ງ ທີ່ບໍ່ໄດ້ຄາດການໄວ້ລ່ວງໜ້າ ກ່ຽວກັບບັນຫາທີ່
ອາດຈະເກີດຂຶ້ນ. ທັງພັກເດໂມແຄຣັດແລະຣີພັບບລີກັນ ຕ່າງກໍໄດ້ຍື່ນຟ້ອງຈຳນວນ
ນຶ່ງ ກ່ຽວກັບການນັບບັດຄະແນນສຽງດັ່ງກ່າວ.