ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະພາ​ສູງ ສຫລ ສືບຕໍ່​ກົດ​ດັນ​ ຜູ້ທີ່ທ່ານທຣຳ ແຕ່ງຕັ້ງ ເປັນລັດຖະມົນຕີ​ ​ຕ່າງປະ​ເທດ


Trump Secretary Of State
please wait

No media source currently available

0:00 0:01:35 0:00

ສະພາ​ສູງ​ສະຫະລັດ ​ກົດ​ດັນ​ກ່ອນ​ໜ້າການ​ລົງ​ຄະ​ແນນ​ສຽງ​ໃນ​ດ້ານ​ລະບຽບການເພື່ອ ອຳນວຍ​ໃຫ້ ຜູ້​ທີ່ປະທານາທິບໍດີສະຫະລັດ ທ່ານ Donald Trump ເລືອກ​ໃຫ້​ເປັນ​ລັດ ຖະມົນຕີ​ການ​ຕ່າງປະ​ເທດນັ້ນ ​ຈະໄດ້​ຮັບ​ການຢືນຢັນ ​ໃນທ້າຍ​ສັບປະດາ​ນີ້.

​ໃນ​ການ​ລົງ​ຄະ​ແນນ​ສຽງ 56 ຕໍ່ 43 ທ່ານ Rex Tillerson ​ໄດ້​ຮັບ​ການສະໜັບສະໜູນ
​ຈາກ​ສະພາ​ສູງ ທີ່​ພັກ Republican ກຳ​ສຽງ​ສ່ວນ​ຫຼາຍ ​ໃນແລງ​ວັນ​ຈັນວານ​ນີ້ ​ໃນການ​
ລົງ​ຄະ​ແນນ ​ທີ່ກຳນົດ​ໃຫ້ມີ​ການ​ຮັບຮອງ​ເອົາ​ການ​ແຕ່ງຕັ້ງທ່ານ ​ໃນ​ອີກ​ບໍ່​ເທົ່າ​ໃດ​ມື້​ຂ້າງ​ ໜ້າ​ນີ້.

ພັກ Democrats ສ່ວນ​ໃຫຍ່​ແລ້ວບໍ່​ເຫັນ​ດ້ວຍ ກັບ​ການ​ແຕ່ງຕັ້ງ​ທ່ານ Tillerson ອະດີດ
ຫົວໜ້າ​ບໍລິຫານບໍລິສັດນ້ຳມັນ Exxon Mobil ​ແຕ່​ວ່າ ​ບໍ່​ສາມາດ​ທີ່​ຈະ​ຂັດຂວາງ​ຕໍ່ ການ​ແຕ່ງຕັ້ງດັ່ງກ່າວ ນອກ​ຈາກ​ວ່າ ​ສະມາ​ຊິກ​ພັກ Republican ​ເຂົ້າ​ຮ່ວມ​ນຳ​ແຕ່​ປາ ກົດ​ວ່າ
​ບໍ່​ໜ້າ​ຈະ​ເປັນຈັ່ງຊັ້ນ.

ຜູ້ນຳ​ສຽງ​ສ່ວນ​ນ້ອຍ​ຂອງ​ພັກ Democrats ທ່ານ Chuck Schumer ​ໄດ້​ຮຽກຮ້ອງ​ໃຫ້ ເລື່ອນ​ເວລາ ​ໃນ​ການ​ລົງ​ຄະ​ແນນ​ສຽງ ຮັບຮອງ​ເອົາ​ການ​ແຕ່ງ​ຕັ້ງ ຈົນ​ກວ່າ​ວ່າ ທ່ານ Tillerson ​ໄດ້​ຕອບທຸກຄຳ​ຖາມ ກ່ຽວ​ກັບ​ດຳລັດ​ທີ່​ທ່ານ Trump ​ໄດ້​ອອກ​ໄປ​ນັ້ນ ຊຶ່ງໄດ້
​ຫ້າມ​ບໍ່​ໃຫ້​ພວກ​ອົບ​ພະຍົບ​ແລະ​ຜູ້​ຄົນ​ຈາກ 7 ປະ​ເທດທີ່​ສ່ວນ​ໃຫຍ່​ທີ່ນັບຖື​ສາສະໜາ​
ອິສລາມ ​ເຂົ້າ​ມາ​ຍັງ​ສະຫະລັດ ​ເປັນ​ການ​ຊົ່ວຄາວ.

ສະມາ​ຊິກ​ສະພາ​ສູງທີ່​ສຳຄັນ ຂອງ​ງພັກ Republican 2 ທ່ານ ຄື ທ່ານ John McCain ​ແລະ ທ່ານ Linsey Graham ​ໄດ້​ຕຳ​ນິຕິ​ຕຽນ​ທ່ານ Trump ທີ່ ບໍ່​ໄດ້​ປຶກສາ​ກັບພະ​ແນ​ກ
ການ​ທີ່ສຳຄັນໆ​ຂອງ​ລັດຖະບານເສຍ​ກ່ອນ ກ່ອນ​ທີ່​ຈະ​ອອກດຳລັດ​ໃນ​ການ​ເກືອດ​ຫ້າມ​ດັ່ງກ່າວ. ພວກ​ທ່ານ​ຍັງ​ໄດ້​ສະ​ແດງ​ຄວາມເປັນ​ຫ່ວງ​ກ່ຽວ​ກັບຄວາມ​ ຕ້ອງການ​ຂອງ​ທ່ານ Trump ທີ່ຢາກ​ຈະ​ໃຫ້ມີ​ສາຍ​ພົວພັນ​ທີ່​ດີ​ກັບຣັດ​ເຊຍ. ​ເຖິງ​ຢ່າງໃດກໍ​ຕາມ ​ສະ​ມາຊິກ​ສະ ພາສູງ​ທັງ​ສອງ ຍັງ​ບໍ່​ທັນ​ໃຫ້ຮ່ອງ​ຮອຍ​ທີ່​ວ່າ ພວກ​ທ່ານ​ຈະ​ຄັດຄ້ານ​ຕໍ່​ການສະ​ເໜີແຕ່ງຕັ້ງ​ທ່ານ Tillerson ຫຼື​ບໍ່.

ທ່ານ Tillerson ​ໄວ 64 ປີ ຫາ​ກໍ​ລາ​ອອກ​ຈາກ​ຕຳ​ແໜ່​ງຫວ່າງ​ມໍ່ໆ​ມາ​ນີ້​ ຈາກບໍລິສັດນ້ຳມັນ Exxon Mobil. ການ​ຄ້າຂາຍ​ນ້ຳມັນຢ່າງ​ຫຼວງຫຼາຍຂອງ​ທ່ານ Tillerson ກັບຣັດ​ເຊຍ ​
ໄດ້​ພາໃຫ້​ມີ​ຄຳ​ຖາມ ກ່ຽວ​ກັບ ຄວາມ​ສະ​ນິດ​ສະໜົມກັບ​ປະທານາທິບໍດີVladimir Putin
ຜູ້​ຊຶ່ງ​ໃນ​ປີ 2013 ​ໄດ້​ມອບຫຼຽນ​ກາຄຳ​ຊອບ ​ເພື່ອ​ມິດຕະພາບ​ຂອງຣັດ​ເຊຍ ​ໃຫ້​ທ່ານ Tillerson ຊຶ່ງ​ເປັນ​ຫຼຽນ​ກຽດຕິຍົດ ສຳລັບ​ຊາວ​ຕ່າງ​ຊາດ​ເທົ່າ​ນັ້ນ.

ທ່ານ Tillerson ​ໄດ້​ບອກ​ກັບຄະນະ​ກຳມະການ​ສາຍ​ພົວພັນ​ກັບ​ຕ່າງປະ​ເທດ ​ຂອງ​ສະພາ​ສູງ ​ໃນ​ຕົ້ນ​ເດືອນ​ນີ້ວ່າ ​ຣັດ​ເຊຍ ​ແມ່ນເປັນ​ອັນຕະລາຍ​ຕໍ່​ສະຫະລັດ ​ແລະ “ກິດຈະກຳ​ຕ່າງໆ​ຂອງຣັດ​ເຊຍ​ໃນ​ຂະນະ​ນີ້​ ແມ່ນບໍ່ໃຫ້ການ​ເຄົາລົບ​ຕໍ່​ຜົນ​ປະ​ໂຫຍ​ດຂອງ​ອາ​ເມຣິ ກັນ.”

​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG