ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາ ລົງຄະແນນສຽງ ເຮັດໃຫ້ການປິດ ລັດຖະບານ ເປັນບາງສ່ວນ ສິ້ນສຸດລົງ

ຜູ້ນຳ​ສຽງ​ສ່ວນ​ຫຼາຍ​ຂອງພັກຣີພັບ​ບລີ​ກັນ ໃນສະພາສູງ ສະຫະລັດ ທ່ານ​ມິ​ຈ ແມັກ​ຄອລ​ແນ​ລ (Mitch McConnell) ຈາກ​ລັດເຄນ​ທັກ​ກີ ຍົກໂປ້ໃຫ້ພວກນັກຂ່າວ ຫຼັງຈາກ ລັດຖະສະພາ ໄດ້ຕົກລົງເປີດລັດຖະບານຄືນ ທີ່ວໍຊີງຕັນ, 22 ມັງກອນ 2018.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ໌ ທຣຳ ​ໄດ້​ລົງ​ນາມ​ໃນ​ຮ່າງ​ກົດໝາຍ
​ເພື່ອ​ອະນຸຍາດ ​ໃຫ້​ລັດຖະບານ​ເປີດ​ເຮັດ​ວຽກ​ຄືນ​ໃໝ່ ເຮັດໃຫ້ການປິດ
ລັດຖະບານບາງສ່ວນເປັນເວລາ 3 ມື້ ສິ້ນສຸດ​ລົງ ອັນ​ເປັນເນື່ອງ​ມາ​ຈາກ​ການ
​ບໍ່​ລົ​ງຮອຍ​ກັນລະຫວ່າງ​ສອງ​ພັກ​ການ​ເມືອງ ກ່ຽວ​ກັບ​ບັນຫາ​ຄົນ​ເຂົ້າເມື​ອງ.

​ໃນ​ແລງ​ວັນ​ຈັນ​ວານ​ນີ້ ບັນດາ​ສະມາຊິກ​ສະພາ​ຕ່ຳ ​ໄດ້​ລົງ​ຄະ​ແນນ​ສຽງ ​ເພື່ອ​ຮັບ
​ຜ່ານ ຮ່າງ​ກົດໝາຍ ​ທີ່​ທາງ​ສະພາ​ສູງ​ໄດ້​ຮັບ​ຮອງເອົາກ່ອນ​ໜ້າ​ນັ້ນ.

ອັນ​ທີ່​ເອີ້ນ​ວ່າ ການອະນຸມັດການໃຊ້ຈ່າຍຊົ່ວຄາວ ຫຼື continue resolution
ແມ່ນຈະໃຫ້ທຶນລັດຖະບານ​ ເຮັດວຽກ ​ໄປ​ຈົນ​ເຖິງວັນ​ທີ 8 ກຸມພາ​ ເພື່ອໃຫ້ເວລາ​ແກ່ລັດຖະສະພາບັນລຸການຕົກລົງໄລະຍະຍາວກ່ຽວກັບ​ງົບປະມານ​.

ສະມາຊິກ​ສະພາ​ສູງສັງກັດ​ພັກເດ​ໂມ​ແຄຣັດ ທ່ານ ​ເຊີຣ໌ຣັອດ ບຣາວນ໌ (Sherrod
Brown) ຈາກລັດ​ໂອ​ຮາ​ຍ​ໂອ ກ່າວຕໍ່​ພວກ​ນັກ​ຂ່າວວ່າ “ມັນ​ເປັນ​ຂ່າວ​ດີ​ສຳ​ຫຼັບ
​ປະ​ເທດ.”

ສະມາຊິກ​ສະພາ​ສູງສັງກັດ​ພັກຣີພັບ​ບລີ​ກັນ ທ່ານ​ນາງ​ຊູແຊນ ​ໂຄລລີ​ນ ຈາກ​
ລັດເມນ ​ໄດ້​ກ່າວວ່າ “ມື້​ນີ້ ​ແມ່ນ​ມື້​ແຫ່ງການສະເຫຼີມສະຫຼອງ. ​ເວລາໃດ​ລັດຖະ
ບານ​ປິດ​ລົງ​ນັ້ນ ມັນສະ ​ແດງ​ເຖິງ​ຄວາມ​ລົ້ມແຫຼວໃນການ​ປົກຄອງ.”

ປະທານາທິບໍດີ ດໍ​ໂນ​ລ໌ ​ທຣຳ ໄດ້​ກ່າວຢູ່​ໃນ​ຖະ​ແຫຼ​ງການສະບັບ​ນຶ່ງ ທີ່​ອ່ານ​ໂດຍ
ທ່ານ​ນາງຊາຣາ ຮັກ​ກາ​ບີ ​ແຊນເດີສ໌ ໂຄສົກຂອງ​ທຳນຽບຂາວວ່າ “ຂ້າພະ​ເຈົ້າ
​ດີ​ໃຈທີ່ພັກ​ເດ​ໂມ​ແຄຣັດ​ໃນ​ລັດຖະສະພາ ​ໄດ້​ຮູ້ສຶກຕົວແລະເວລາ​ນີ້​ ເຕັມໃຈ
ທີ່​ຈະ​ໃຫ້ທຶນສະໜັບສະໜຸນ ຕໍ່​ພວກ​ທະ​ຫານທີ່ຍິ່ງໃຫຍ່​, ​ເຈົ້າ​ໜ້າ​ທີ່​ລາດຕະເວນ​
ຊາຍແດນ, ພວກ​ພະນັກງານຮັບມືກັບເຫດການ​ສຸກ​ເສີນ.”

ສະມາຊິກສະພາສູງ ສັງກັດພັກຣີພັບບລີກັນ ທ່ານນາງຊູແຊນ ໂຄລລີນ ຈາກລັດເມນ ກ່າວຕໍ່ພວກນັກຂ່າວ ຮ່ວມກັບສະມາຊິກສະພາສູງ ສັງກັດພັກເດໂມແຄຣັດ ຈີນ ຊາຮີນ (Jeanne Shaheen) ຈາກລັດ ນິວ ແຮມເຊຍ, ສະມາຊິກສະພາສູງສັງກັດພັກ ເດໂມແຄຣັດ ທ່ານທິມ ເຄນ (Tim Kaine) ຈາກລັດ ເວີຈີເນຍ, ສະມາຊິກສະພາສູງ ສັງກັດພັກເດໂມແຄຣັດ ໄຮດີ ໄຮຄຣັບ (Heidi Heitkamp) ຈາກລັດ ເນວາດາ, ສະມາຊິກສະພາສູງ ສັງກັດພັກເດໂມແຄຣັດ ທ່ານໂຈ ແມນຈິນ (Joe Manchin) ຈາກລັດແວັຕ ເວີຈີເນຍ, ສະມາຊິກສະພາສູງ ສັງກັດພັກເດໂມແຄຣັດ ທ່ານນາງ ວິນຊີ ກຣາແຮມ (Lindsey Graham) ຈາກລັດຄາໂລຣາຍນາ, ສະມາຊິກສະພາສູງ ສັງກັດພັກເດໂມແຄຣັດ ທ່ານນາງ ເອມີ ກໂລບູຈາ (Amy Klobuchar) ຈາກລັດມີນີໂຊຕາ ແລະສະມາຊິກສະພາສູງສັງກັດພັກຣີພັບບລີກັນ ທ່ານເຈັຟ ເຟລກ (Jeff Flake) ຈາກລັດອາຣີໂຊນາ, ພາກັນດີໃຈສະຫຼອງ ຫຼັງຈາກທີ່ ລັດຖະບານເປີດເຮັດວຽກ ຄືນໃໝ່ ທີ່ໄດ້ຖືກປິດລັດຖະບານບາງສ່ວນ ເປັນເວລາ 3 ມື້ ສິ້ນສຸດລົງ ທີ່ລັດຖະສະພາ, 22 ມັງກອນ2018.

​ທ່ານ​ທຣຳ ​ໄດ້​ຂຽນລົງໃນທວິດ​ເຕີ ​ໃນ​ເວລາ​ຕໍ່​ມາ​ວ່າ “​ຫຼັງຈາກໄຊຊະນະ​ຢ່າງ​ໃຫຍ່
​ຫຼວງ​ສຳຫຼັບ​ພັກຣີພັບ​ບລີ​ກັນແລ້ວ”
ທ່ານ​ຕ້ອງການ ຢາກໃຫ້ “ທຸກໆຄົນໄດ້ຮັບ
ໄດ້ຮັບໄຊຊະນະ​ຢ່າງ​ໃຫຍ່ຫຼວງ”
ກ່ຽວ​ກັບ​ເລື່ອງ​ນີ້.

ທ່ານ​ໄດ້​ກ່າວ​ຕື່ມ​ອີກວ່າ “ຄວນ​ຈະ​ສາມາດໄປ​ຮອດ​ທີ່​ນັ້ນ ພົບ​ທ່ານ​ຢູ່​ໃນ​ໂຕະ​
ເຈລະຈາ!”

ທຳນຽບຂາວ ​ໄດ້​ໂຕ້​ຖຽງ​ວ່າ ພັກ​ເດ​ໂມ​ແຄຣັດໄດ້ “ຍອມ” ຫຼັງ​ຈາກ​ທີ່​ທ່ານ​ທຣຳ ​
ໄດ້​ປະຕິ​ເສດ ທີ່​ຈະ​ເຈລະຈາກັບ​ພວກ​ເຂົາ​ເຈົ້າ ​ໃນ​ເລື່ອງ​ນະ​ໂຍບາຍ​ຄົນ​ເຂົ້າ​ເມືອງ
ຈົນ​ກວ່າ​ວ່າ ລັດຖະບານຈະ​ເປີດ​ຄືນອີກ. ​ພັກ​ເດ​ໂມ​ແຄຣັດ ​ແມ່ນ​ຍຶດໝັ້ນ​ໃນ​ຄຳ​ໜັ້ນ
ສັນຍາ​ທີ່ວ່າ​ຕົນຈະ​ໃຫ້ການ​ປົກ​ປ້ອງ​ຄຸ້ມ​ຄອງແກ່ພວກ​ໜຸ່ມ​ນ້ອມປະມານ 7 ​ແສນ​ຄົນ
ທີ່​ຖືກ​ນຳ​ເຂົ້າ​ມາ​ຍັງ​ສະ ຫະລັດ ​ແບບ​ຜິດ​ກົດໝາຍ ຕອນ​ທີ່​ຍັງ​ເປັນເດັກນ້ອຍຢູ່​ນັ້ນ.

ກ່ອນ​ໜ້າ​ນີ້ ຜູ້ນຳ​ສຽງ​ສ່ວນ​ຫຼາຍ​ຂອງພັກຣີພັບ​ບລີ​ກັນໃນສະພາສູງ ທ່ານ​ມິ​ຈ໌ ແມັກ​ຄໍ​ແນ​ລ
(Mitch McConnell) ຈາກ​ລັດເຄນ​ທັກ​ກີ ​ໄດ້​ໃຫ້ການຄ້ຳປະກັນ ແກ່ພັກເດ​ໂມ​ແຄຣັດ
ວ່າ ສະພາ​ສູງ​ຈະ​ນຳ​ເອົາ​ເລື່ອງຄົນ​ເຂົ້າ​ເມືອງ​ຂຶ້ນ​ມາ​ສົນທະນາ ຊຶ່ງ​ຮວມທັງພວກ​ໜຸ່ມ​ນ້ອຍ
ທີ່​ຖືກ​ນຳ​ເຂົ້າ​ມາ​ຍັງ​ສະຫະ ລັດ​ແບບ​ຜິດ​ກົດໝາຍ ຕອນ​ທີ່ເປັນ​ເດັກນ້ອຍຢູ່ນັ້ນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ຜູ້ນຳສຽງສ່ວນນ້ອຍ ສະມາຊິກສະພາສູງ ສັງກັດພັເດໂມແຄຣັດ ທ່ານ ຊັກ ຊູມເມີຣ໌ (Chuck Schumer) ຈາກລັດ ນິວຢອກ ເດີນອອກຈາກກອງປະຊຸມສະເພາະພັກເດໂມແຄຣັດ ວັນທີ 3 ຂອງການປິດລົງຂອງລັດຖະບານ, 22 ມັງກອນ 2018.
ຜູ້ນຳສຽງສ່ວນນ້ອຍ ສະມາຊິກສະພາສູງ ສັງກັດພັເດໂມແຄຣັດ ທ່ານ ຊັກ ຊູມເມີຣ໌ (Chuck Schumer) ຈາກລັດ ນິວຢອກ ເດີນອອກຈາກກອງປະຊຸມສະເພາະພັກເດໂມແຄຣັດ ວັນທີ 3 ຂອງການປິດລົງຂອງລັດຖະບານ, 22 ມັງກອນ 2018.

XS
SM
MD
LG