ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາ ສຫລ ຮັບຜ່ານ ກົດໝາຍ ຊ່ວຍເຫລືອ ຜູ້ເຄາະຮ້າຍ ໄພພາຍຸແຊນດີ


ປະທານສະພາຕໍ່າ ທ່ານ John Boehner ຈາກລັດ Ohio ຍ່າງໄປຫາຫ້ອງການທ່ານໃນຕຶກລັດຖະສະພາ (Capitol Hill) ໃນວັນທີ 15 ມັງກອນ 2013, ໃນຂະນະທີ່ພວກຜູ້ແທນ
ໂຕ້ຖຽກັນກ່ຽວກັບເງິນຊ່ວຍເຫລືອສໍາລັບ ລົມພາຍຸທີ່ຮ້າຍແຮງທີ່ ສຸດຫົວນຶ່ງ ພັດຖະຫຼົ່ມເຂດຕາເວັນອອກສຽງເໜືອຂອງສະຫະລັດ
ປະທານສະພາຕໍ່າ ທ່ານ John Boehner ຈາກລັດ Ohio ຍ່າງໄປຫາຫ້ອງການທ່ານໃນຕຶກລັດຖະສະພາ (Capitol Hill) ໃນວັນທີ 15 ມັງກອນ 2013, ໃນຂະນະທີ່ພວກຜູ້ແທນ ໂຕ້ຖຽກັນກ່ຽວກັບເງິນຊ່ວຍເຫລືອສໍາລັບ ລົມພາຍຸທີ່ຮ້າຍແຮງທີ່ ສຸດຫົວນຶ່ງ ພັດຖະຫຼົ່ມເຂດຕາເວັນອອກສຽງເໜືອຂອງສະຫະລັດ
ລັດຖະສະພາສະຫະລັດ ໄດ້ດໍາເນີນການໄປແລ້ວ ກ່ຽວກັບເງິນ
ຊ່ວຍເຫລືອບັນເທົາທຸກສຸກເສີນ ຈໍານວນ 50 ພັນ 500 ລ້ານ
ໂດລາ ໃຫ້ແກ່ພວກເຄາະຮ້າຍ ຈາກລົມພາຍຸຂະໜາດແຮງ
Sandy ສາມເດືອນຫລັງຈາກລົມພາຍຸດັ່ງກ່າວໄດ້ສ້າງຄວາມ
ເສຍຫາຍຢ່າງໜັກ ໃຫ້ແກ່ເຂດຊາຍຝັ່ງ ຂອງລັດນິວຢອກ ແລະ
ລັດ New Jersey.

ສະມາຊິກສະພາສູງ ໄດ້ຮັບຜ່ານຮ່າງກົດໝາຍສະບັບນຶ່ງໃນວັນ
ຈັນວານນີ້ດ້ວຍຄະແນນສຽງ 62 ຕໍ່ 36. ສະພາຕໍ່າໄດ້ຮັບຮອງ
ເອົາຮ່າງກົດໝາຍດັ່ງກ່າວ ໃນ ຕົ້ນເດືອນນີ້ແລະປະທານາທິບໍດີ
ບາຣັກໂອບາມາ ໃຫ້ຄໍາໝັ້ນສັນຍາວ່າຈະເຊັນຮັບຮອງເອົາໃນ
ທັນທີທີ່ຮ່າງກົດໝາຍໄປເຖິງໜ້າໂຕະຂອງທ່ານ.

ການພົບປະສົນທະນາກັນກ່ຽວກັບເງິນຊ່ວຍເຫລືອສໍາລັບລົມພາຍຸທີ່ຮ້າຍແຮງທີ່ສຸດຫົວ
ນຶ່ງ ທີ່ພັດຖະຫຼົ່ມເຂດຕາເວັນອອກສຽງເໜືອຂອງສະຫະລັດ ຢ່າງບໍ່ເຄີຍມີມາກ່ອນນັ້ນ ແມ່ນມີຄວາມສັບສົນ ຍ້ອນສະພາບເສດຖະກິດທີ່ຫຍຸ້ງຍາກຂອງ ປະເທດ. ຮ່າງກົດໝາຍ ສະບັບດັ່ງກ່າວໄດ້ໄປເຖິງສະພາຕໍ່າເພື່ອໃຫ້ລົງຄະແນນ ສຽງຮັບຮອງເອົາ ໃນຕົ້ນເດືອນ ມັງກອນ ແຕ່ວ່າສະມາຊິກສະພາດັ່ງກ່າວ ບໍ່ສາມາດລົງຄະແນນສຽງຮັບຜ່ານຮ່າງກົດ ໝາຍສະບັບນີ້ ຍ້ອນວ່າມີບັນຫາຂັດແຍ້ງ ກັນເລື້ອງການໃຊ້ຈ່າຍຂອງລັດຖະບານ. ເມື່ອ ສະມາຊິກລັດຖະສະພາຊຸດໃໝ່ສາບານຕົວເຂົ້າຮັບຕໍາແໜ່ງໃນເວລາບໍ່ພໍເທົ່າໃດມື້ ຫລັງ ຈາກນັ້ນ ການເຈລະຈາກ່ຽວກັບການຊ່ວຍເຫລືອເລື່ອງລົມພະຍຸ ກໍໄດ້ເລີ້ມຕົ້ນຄືນອີກ.

ການຊັກຊ້າຢູ່ສະພາຕໍ່າທີ່ຄວບຄຸມໂດຍພັກຣີພັບບລິກກັນນັ້ນ ໄດ້ພາໃຫ້ມີການຕໍາໜິ ຈາກຜູ້ປົກຄອງລັດນີວຢອກ ທີ່ສັງກັດພັກເດໂມແຄຣັທ ທ່ານ Andrew Cuomo ແລະ ຜູ້ປົກຄອງລັດ New Jersey ທີ່ສັງກັດພັກຣີພັບບລີກັນ ທ່ານ Chris Christie.
XS
SM
MD
LG