ດ້ານຄົນເຂົ້າເມືອງ ທີ່ຈະເປີດຫົນທາງໃຫ້ພວກຄົນເຂົ້າເມືອງທີ່
ບໍ່ມີເອກກະສານ ຈຳນວນ 11 ລ້ານຄົນ ມີໂອກາດໄດ້ຮັບສັນ
ຊາດອາເມຣິກັນ.
ການລົງຄະແນນສຽງໃນວັນພະຫັດມື້ວານນີ້ ແມ່ນ 68 ຕໍ່ 32.
ຮ່າງກົດໝາຍສະບັບນີ້ ຈະອະນຸຍາດໃຫ້ພວກຄົນຕ່າງດ້າວ 11
ລ້ານຄົນ ທີ່ເຂົ້າມາຢູ່ສະຫະລັດແບບຜິດກົດໝາຍ ໄດ້ຢູ່ໃນປະ
ເທດນີ້ຕໍ່ໄປ ໂດຍຈະໃຫ້ພວກເຂົາ ເຈົ້າ ມີໂອກາດໄດ້ຮັບສັນຊາດ.
ໃນຂະນະດຽວກັນ ການປະຕິຮູບແມ່ນຮຽກຮ້ອງໃຫ້ມີການຮັກສາຄວາມປອດໄພຢ່າງເຄັ່ງຄັດຂຶ້ນກວ່າເກົ່າຢູ່ຕາມຊາຍແດນພາກໃຕ້ທີ່ກັບປະເທດເມັກຊິໂກ ໂດຍ ການເພີ້ມເຈົ້າໜ້າທີ່ຮັກສາຊາຍແດນຫລາຍກວ່າ 20.000 ຄົນ ແລະສ້າງຮົ້ວໃໝ່ຍາວເຖິງ 1,100 ກິໂລແມັດ.
ປະທານາທິບໍດີ Barack Obama ໄດ້ສະໜັບສະໜຸນຮ່ຕໍ່າງກົດໝາຍຄົນເຂົ້າ ເມືອງສະບັບນີ້ ໂດຍຮ້ອງການລົງຄະແນນສຽງຂອງສະພາສູງ ໃນວັນພະຫັດ ວານນີ້ວ່າ ເປັນບາດກ້າວທີ່ສໍາຄັນທີ່ສຸດ ທີ່ໃກ້ຈະປົວແປງ ໃນອັນທີ່ທ່ານເວົ້າວ່າ ເປັນລະບົບທີ່ຫັກພັງນັ້ນ. ແຕ່ຮ່າງກົດໝາຍນີ້ ກ່ອນອື່ນໝົດ ຕ້ອງໄດ້ຖືກສົ່ງໄປ ຍັງສະພາຕໍ່າ ຊຶ່ງການຮັບຜ່ານແມ່ນຍັງບໍ່ແນ່ນອນເທື່ອ.
ບັນດາສະມາຊິກສະພາພັກຣີພັບບລິກັນ ນິຍົມແນວທາງເດີມ ໄດ້ຄັດຄ້ານຕໍ່ອັນ ທີ່ເຂົາເຈົ້າເອີ້ນວ່າ ເປັນການໃຫ້ອະໄພໂທດໃຫ້ແກ່ພວກທີ່ລະເມີດກົດໝາຍ.