ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະ​ພາ​ສູງ ຮັບ​ຜ່ານ ຮ່າງ​ກົດ​ໝາຍ​ ປະ​ຕິ​ຮູບ ລະ​ບົບ​ຍຸ​ຕິ​ທຳ ​ທາງ​ອາ​ຍາ


ຕຶກ​ຫໍ​ລັດ​ຖະ​ສ​ະ​ພາ ສະ​ຫະ​ລັດ ໃນ​ຍາມ​ກາງ​ຄືນ.
ຕຶກ​ຫໍ​ລັດ​ຖະ​ສ​ະ​ພາ ສະ​ຫະ​ລັດ ໃນ​ຍາມ​ກາງ​ຄືນ.

ສະ​ພາ​ສູງ ສະ​ຫະ​ລັດ ໄດ້​ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ ​ເພື່ອ​ຫຼຸດ​ຈຳ​ນວນ​ນັກ​ໂທດ​ໃນ​ຄຸກ
ຂອງ ອາເມຣິກາ ລົງຢ່າງຫຼວງຫຼາຍໃນວັນອັງຄານວານນີ້ ດ້ວຍການຫຼຸດຜ່ອນການຕັດ
ສິນທີ່ຈຳເປັນບາງຢ່າງຂອງລັດຖະບານກາງລົງ, ເຮັດໃຫ້ພວກນັກໂທດມີໂອກາດຫຼາຍ
ຂຶ້ນ ທີ່ຈະໄດ້ຮັບການຫຼຸດຜ່ອນເວລາການຖືກຂັງຄຸກ, ແລະ ສະໜັບສະໜູນໃຫ້ພວກ
ນັກໂທດ ປະພຶດຕົນໃຫ້ດີຂຶ້ນ ສະນັ້ນ ເຂົາເຈົ້າຈຶ່ງຈະມີແນວໂນ້ມຕ່ຳລົງ ທີ່ຈະກັບຄືນ
ໄປສ້າງຄະດີອີກ ຫຼັງຈາກຖືກປ່ອຍຕົວໄປ.

ການ​ຮັບ​ຜ່ານ ຮ່າງກົດ​ໝາຍ​ປະ​ຕິ​ຮູບ​ຄຸກ​ລັດ​ຖະ​ບານ​ກາງ ຫຼື First Step Act, ດ້ວຍ​
ຄະແນນສຽງ 87 ຕໍ່ 12 ນັ້ນ, ແມ່ນໄດ້ຮັບການຍົກຍ້ອງຈາກຜູ້ສະໜັບສະໜູນ ໃນຖາ
ນະເປັນການປັບປຸງລະບົບຍຸຕິທຳທາງອາຍາ ຂອງລັດຖະບານກາງ ທີ່ສົມຄວນມີມາ
ດົນນານແລ້ວ, ມັນເປັນຄວາມພະຍາຍາມ ທີ່ໄດ້ດຶງດູດການສະໜັບສະໜູນຢ່າງຫຼວງ
ຫຼາຍ ຈາກທັງສະມາຊິກສະພາສັງກັດພັກຣີພັບບີກັນແລະ ເດໂມແຄຣັດ ເຊັ່ນດຽວກັບ
ປະທານາທິບໍດີ ດໍໂນລ ທຣຳ.

ທ່ານ ທ​ຣຳ ໄດ້​ຂຽນ​ຂໍ້​ຄວາມ​ໃນ​ທວິ​ດ​ເຕີ ບໍ່​ດົນຫຼັງ​ຈາກ​ການ​ລົງ​ຄະ​ແນ​ນ​ສຽງ​ວ່າ “ຂໍ​ສະ​
ແດງຄວາມຍິນດີກັບສະພາສູງ ໃນການຮັບຜ່ານຮ່າງກົດໝາຍ ປະຕິຮູບລະບົບຍຸຕິທຳ
ທາງອາຍາຄັ້ງປະຫວັດສາດນີ້ ຈາກທັງສອງພັກການເມືອງ. ຂ້າພະເຈົ້າຫວັງວ່າຈະໄດ້
ເຊັນມັນໃຫ້ເປັນກົດໝາຍ.”

ຜູ້​ນຳ​ສະ​ພາ​ສູງພັກ​ເດ​ໂມ​ແຄ​ຣັດ ທ່ານ ຈັກ ຊູ​ເມີ ຈາກ​ນະ​ຄອນ ນິວຢອກ ໄດ້​ກ່າວ​ວ່າ
“ກົດໝາຍດັ່ງກ່າວ ຈະທຳການປ່ຽນແປງທີ່ສະຫຼາດ ຕໍ່ລະບົບຍຸຕິທຳທາງອາຍາຂອງ
ພວກເຮົາ ໃນແງ່ທີ່ວ່າມັນຈະເຮັດໃຫ້ມີຄວາມຍຸຕິທຳຫຼາຍຂຶ້ນ, ມີຄວາມເປັນມະນຸດ
ຫຼາຍຂຶ້ນ, ແລະ ເປັນທຳຂຶ້ນຕື່ມ.”

ສະ​ມາ​ຊິກ​ຣີ​ພັບ​ບ​ລີ​ກັນ​ຈາກ​ລັດ ມິ​ສ​ຊີ​ສ​ຊິບ​ປີ ທ່ານ ໂຣ​ເຈີ ວິກ​ເກີ ໄດ້​ກ່າວ​ໃນ​ຖະ​ແຫຼງ
ການສະບັບນຶ່ງວ່າ “ຮ່າງກົດໝາຍສະບັບນີ້ໄດ້ພິສູດໃຫ້ເຫັນວ່າ ພວກເຮົາສາມາດເອົາ
ຈິງເອົາຈັງກັບການກໍ່ອາຊະຍາກຳ ແລະ ມີຄວາມເຫັນອົກເຫັນໃຈຫຼາຍຂຶ້ນ ຕໍ່ຜູ້ທີ່ສົມ
ຄວນໄດ້ຮັບໂອກາດທີສອງ.”

​ຮ່າງກົດ​ໝາຍ​ດັ່ງ​ກ່າວ​ໄດ້​ສິ້ນ​ສຸດ​ຂໍ້​ຂັດ​ແຍ້ງ​ໃນ​ການ​ຕັດ​ສິນ​ຄະ​ດີ​ຂອງ​ລັດ​ຖະ​ບານ​ກາງ
ທີ່ມີຜົນຢ້ອນຫຼັງສຳລັບການກະທຳຜິດດ້ານຢາເສບຕິດ ຊຶ່ງລວມມີ ໂຄເຄນ​ກ້ອນ ​ແລະ​
ໂຄເຄນຜົງ, ເຊິ່ງຈະຫຼຸດເວລາການຂັງຄຸກລົງ ສຳລັບພວກນັກໂທດທີ່ຖືກຕັດສິນມີ
ຄວາມຜິດ ກ່ຽວກັບໂຄເຄນກ້ອນ.

​ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ​ຍັງ​ຈ​ະຫຼຸດ​ຜ່ອນ​ການ​ຕັດ​ສິນ​ທີ່​ຈຳ​ເປັນ​ບາງ​ຢ່າງ​ລົງ, ເຮັດ​ໃຫ້​ຜູ້​ພິ​
ພາກສາລັດຖະບານກາງ ມີຄວາມຄ່ອງຕົວ ໃນການຍົກເວັ້ນຕໍ່ຂໍ້ບັງຄັບ ໃນເວລາການ
ຂັງຄຸກນັ້ນ, ແລະ ເຮັດໃຫ້ພວກນັກໂທດ ໄດ້ຮັບການຜ່ອນໂທດ ຫຼາຍຂຶ້ນ ຈາກການ
ປະພຶດທີ່ດີ ແລະ ການຮຽນບຳລຸງ ກ່ຽວກັບ ວິຊາຊີບ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG