ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະພາສູງ ສຫລ ຮັບຜ່ານ ຮ່າງງົບປະມານ ໂດຍພ້ອມແລ້ວ ທີ່ຈະຕໍ່ສູ້ ກັບ ປ.ໂອບາມາ


ຮູບ ລັດຖະສະພາ ສະຫະລັດ ໃນຕອນກາງຄືນ.
ຮູບ ລັດຖະສະພາ ສະຫະລັດ ໃນຕອນກາງຄືນ.

ສະພາ​ສູງ​ສະຫະລັດ ​ໄດ້ຮັບ​ຜ່ານຮ່າງ​ງົບປະມານ ທີ່ສະ​ເໜີໃຫ້​
ຕັດການໃຊ້ຈ່າຍ ຂອງລັດຖະບານ​ກາງ ລົງ​ຢ່າງ​ຫລວງຫລາຍ
ຊຶ່ງເປັນ​ການຈັດ​ຕັ້ງ​ການ​ຕໍ່ສູ້​ແບບ ຍືດເຍື້ອລະ​ຫວ່າງສະມາຊິກ
ລັດສະພາສັງກັດ​ພັກຣີພັບ​ບລິ​ກັນແລະ​ປະທານ​າທິບໍດີ Barack
Obama ທີ່ສັງກັດພັກ​ເດ​ໂມແຄຣັດ​.

ຢູ່​ໃນ​ການ​ປະຊຸມກັນເກືອບ​ໝົດ​ຄືນ ທີ່ສີ້​ນສຸດ​ລົງ​ໃນ​ຕອນ​ເຊົ້າ
ວັນ​ສຸກມື້​ນີ້ ບັນດາ​ສະມາຊິກສະພາ​ສູງ ​ໄດ້ຮັບ​ຜ່ານ​ແຜນການ
ສ້າງຄວາມກໍ້າ​ເກິ່ງ​ໃຫ້ແກ່ງົບປະມານ ຂອງຕົນ ທີ່ສະເໜີໃຫ້ຕັດ
ການໃຊ້ຈ່າຍ 5 ພັນ 1 ຮ້ອຍ​ຕື້ໂດລາ ​ໃນ​ໄລຍະສິບ​ປີ​ຂ້າງ​ໜ້າ.
ສ່ວນ​ໃຫຍ່ຂອງການ​ປະຢັດແມ່ນຈະ​ມາ​ຈາ​ກການ​ຕັດ​ການໃຊ້
ຈ່າຍໃນ ການຮັກສາ​ສຸຂະພາບ. ສ່ວນທຶນການໃຊ້ຈ່າຍສຳຫລັບກອງທັບ​ຈະ​ເພີ້​ມຂື້ນ.

​ຮ່າງ​ງົບປະມານປີ 2016 ຂອງ​ສະພາ​ສູງ ແມ່ນຄ້າຍຄື​ກັນ​ກັບ​ຮ່າງງົບປະມານທີ່ ໄດ້ມີການ
​ຮັບຮອງເອົາໃນ​ຕົ້ນ​ອາທິດ​ນີ້​ໂດ​ຍສະພາ​ຕຳ່ທີ່​ຈະສ້າງຄວາມ​ກຳ້ເກິ່ງໃຫ້ ​ງົບປະມານ​ພາຍ
ໃນ​ເວລາເກົ້າ​ປີ. ທັງສອງສະພາທີ່ຄວບຄຸມໂດຍພັກ​ຣີພັບ​ບລິກັນ ຂອງສະຫະລັດ ຈະເຮັດ​
ວຽກ​ແກ້​ໄຂ​ຄວາມ​ແຕກ​ຕ່າງ​ກັນກ່ຽວກັບຂໍ້​ສະ​ເໜີ​ຕ່າງໆ ພາຍໃນ​ສອງ​ອາທິດ ໃນເວລາ
​ການຢຸດພັກຂອງສະພາ​ສີ້​ນສຸດ​ລົງ.

​ແຜນ​ຂອງ​ພັກຣີພັບ​ບລິ​ກັນ ມີທ່າທາງວ່າ​ຈະໄດ້ຮັບການຄັດຄ້ານ ໂດຍປະທານາທິບໍດີ Obama ຊຶ່ງ​ໃນ​ເດືອນ​ກຸມພາຜ່ານມາ​ ທ່ານໄດ້​ສະ​ເໜີ​ງົບ​ປະມານເກືອບ 4 ພັນ​ຕື້​ໂດ​ລາ
ທີ່​ຈະ​ຂື້ນ​ພາສີ​ແລະເພີ້ມ​ການ​ໃຊ້ຈ່າຍ​ເປັນຈຳນວນ​ຫຼວງຫຼາຍເພື່ອ ​ປັບປຸງ​ໂຄງລ່າງພື້ນ
ຖານ ​ຂອງສະຫະລັດ.

​ເຖິງ​ຢ່າງ​ໃດ​ກໍ​ດີ ຮ່າງງົບປະມານຂອງທ່ານ Obama ​ແລະ​ຂອງພັກຣີພັບ​ບລິ​ກັນ ​ແມ່ນ​
ຄ້າຍຄື​ກັນ ເມື່ອເວົ້າເຖິງການ​ໃຊ້​ຈ່າຍໃນດ້ານ​ປ້ອງ​

XS
SM
MD
LG