ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ສະພາສູງສະຫະລັດ ຮັບຜ່ານຮ່າງກົດໝາຍ ວ່າດ້ວຍການຫ້າມ TikTok ທີ່ອາດຈະເປັນໄປໄດ້


ແຟ້ມພາບ -​ ບັນດາຜູ້ທີ່ສັດທາ TikTok, ນາງ ໂມນາ ສເວນ (Mona Swain), ກາງ, aແລະ ເອື້ອຍຂອງນາງ, ນາງ ເຣໂຊລ ສເວນ (Rachel Swain), ຂວາ, ທັງສອງແມ່ນມາຈາກ ລັດ ແອັດແລນຕາ, ຕັ້ງທ່າຖ່າຍຮູບ ຢູ່ໜ້າຫໍລັດຖະສະພາ ໃນວໍຊິງຕັນ, ວັນທີ 13 ມີນາ 2024.
ແຟ້ມພາບ -​ ບັນດາຜູ້ທີ່ສັດທາ TikTok, ນາງ ໂມນາ ສເວນ (Mona Swain), ກາງ, aແລະ ເອື້ອຍຂອງນາງ, ນາງ ເຣໂຊລ ສເວນ (Rachel Swain), ຂວາ, ທັງສອງແມ່ນມາຈາກ ລັດ ແອັດແລນຕາ, ຕັ້ງທ່າຖ່າຍຮູບ ຢູ່ໜ້າຫໍລັດຖະສະພາ ໃນວໍຊິງຕັນ, ວັນທີ 13 ມີນາ 2024.

ໃນ​ບັນ​ດາ​ຊຸດຮ່າງກົດໝາຍ​ການ​ຊ່ວຍ​ເຫຼືອ​ດ້ານ​ການ​ທະ​ຫານ​ທີ່ຮັບ​ຜ່ານ ​ໃນ​ວັນ​ອັງ​ຄານ​ແລ້ວ​ນີ້, ສະ​ພາ​ສູງ​ສະ​ຫະ​ລັດ​ ໄດ້​ອະ​ນຸ​ມັດ​ຮ່າງ​ກົດ​ໝາຍ​ທີ່​ຮຽກ​ຮ້ອງ​ໃຫ້ ByteDance ​ທີ່ເປັນບໍ​ລິ​ສັດ​ແມ່ຂອງ TikTok ຂາຍ​ພື້ນທີ່ທາງອິນເຕີເນັດສຳລັບເນື້ອໃນທີ່ເປັນ​ວິ​ດີ​ໂອ, ຖ້າບໍ່ດັ່ງນັ້ນ ​ລັດ​ຖະ​ບານ​ອາດ​ຫ້າມ​ແອັບຯ​ນີ້ ສຳ​ລັບ​ຜູ້​ໃຊ້​ທັງ​ໝົດຢູ່​ໃນ​ສະ​ຫະ​ລັດ.

ປະທານາທິບໍດີ ໂຈ ໄບເດັນ ໄດ້ລົງນາມໃນຮ່າງກົດໝາຍດັ່ງກ່າວ ໃນວັນພຸດວານນີ້. ຖ້າ ByteDance ປະຕິເສດທີ່ຈະຂາຍ TikTok ພາຍໃນນຶ່ງປີ, ມັນຈະຖືກຫ້າມ.

ຜູ້ສະຫນັບສະຫນູນການຫ້າມໂຕ້ແຍ້ງວ່າ ByteDance ມີບັນທຶກການຮ່ວມມືກັບພັກຄອມມູນິສຈີນທີ່ປົກຄອງປະເທດ ແລະຢ້ານວ່າແອັບຯດັ່ງກ່າວຈະສະຫນອງຂໍ້ມູນຂອງຜູ້ຊົມໃຊ້ຊາວອາເມຣິກັນໃຫ້ກັບລັດຖະບານຈີນ.

ແນວໃດກໍຕາມ, TikTok ໄດ້ປະຕິເສດຕໍ່ຄຳກ່າວຫາເຫຼົ່ານີ້, ໂດຍໂຕ້ແຍ້ງວ່າຕົນສະຫນອງ firewall ລະຫວ່າງຂໍ້ມູນຜູ້ໃຊ້ ແລະການຄວບຄຸມຈາກພາຍນອກ.

ບັນຊີຊື່ TikTok Policy ຂຽນຂໍ້ຄວາມໃນ X ໃນວັນພຸດວານນີ້ວ່າ “ການຫ້າມນີ້ ຈະທຳລາຍລ້າງທຸລະກິດ 7 ລ້ານຫົວໜ່ວຍ ແລະ ປິດປາກຊາວອາເມຣິກັນ 170 ລ້ານຄົນ,” “ຄວາມຈິງແມ່ນ ພວກເຮົາໄດ້ລົງທຶນຫຼາຍຕື້ໂດລາ ເພື່ອຮັກສາຂໍ້ມູນຂອງສະຫະລັດໃຫ້ປອດໄພ ແລະເວທີຂອງພວກເຮົາ ປາດສະຈາກອິດທິພົນ ແລະການດຳເນີນການຄວບຄຸມຈາກພາຍນອກ.”

"ໃນຂະນະທີ່ພວກເຮົາຍັງສືບຕໍ່ຂັດຄ້ານການຫ້າມທີ່ຂັດຕໍ່ລັດຖະທໍາມະນູນນີ້, ພວກເຮົາຈະສືບຕໍ່ລົງທຶນ ແລະປະດິດສ້າງເພື່ອຮັບປະກັນວ່າ TikTok ຍັງຄົງເປັນພື້ນທີ່ທີ່ຊາວອາເມຣິກັນທຸກຊັ້ນຄົນ ສາມາດເຂົ້າມາແບ່ງປັນປະສົບການຂອງພວກເຂົາເຈົ້າ, ຊອກຫາຄວາມສຸກ, ແລະໄດ້ຮັບແຮງບັນດານໃຈໄດ້," ຂໍ້ຄວາມໄດ້ຂຽນຕືີ່ມ.

TikTok ໄດ້ເລີ້ມການຂັດຂວາງທາງດ້ານການເມືອງ, ໂດຍຊຸກຍູ້ໃຫ້ຜູ້ໃຊ້ 170 ລ້ານຄົນ ໂທຫາຝ່າຍນິຕິບັນຍັດ ແລະໃຊ້ຈ່າຍເງິນ 5 ລ້ານໂດລາ ໃນການໂຄສະນາທາງໂທລະພາບທີ່ຕໍ່ຕ້ານກົດຫມາຍ, ອີງຕາມຂໍ້ມູນຈາກບໍລິສັດຕິດຕາມການໂຄສະນາ AdImpact.

TikTok ໄດ້ແນເປົ້າໃສ່ຜູ້ມີສິດເລືອກຕັ້ງທີ່ຫນຸ່ມນ້ອຍ ເຊິ່ງເປັນຖານຜູ້ໃຊ້ຫຼັກຂອງຕົນ ໂດຍການໂຄສະນາ ເຮັດໃຫ້ເກີດຄວາມຢ້ານກົວໃນພັກເດໂມແຄຣັດວ່າ ການຫ້າມ ຈະເຮັດໃຫ້ຜູ້ມີສິດເລືອກຕັ້ງຝ່າຍຊ້າຍມີຄວາມແຕກແຍກ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG