ຄະນະກຳມະການຕຸລາການສະພາສູງ ສະຫະລັດ ຈະຈັດການຟັງຄຳໃຫ້ການຢືນຢັນວັນສຸດທ້າຍຂອງເຂົາເຈົ້າ ສຳລັບການສະເໜີຊື່ຮັບຕຳແໜ່ງໃນສານສູງສຸດຂອງຜູ້ພິພາກສາ ເຄທານຈີ ບຣາວ ແຈັກສັນ ໃນວັນພະຫັດມື້ນີ້.
ບັນດາສະມາຊິກສະພາຈະຟັງຄຳຖະແຫຼງຈາກບັນດາຜູ້ເຫັນເຫດການ ຢູ່ຂ້າງນອກ, ລວມທັງບັນ ດາເຈົ້າໜ້າທີ່ສະມາຄົມນັກກົດໝາຍ ອາເມຣິກັນ, ອາຈານສອນກົດໝາຍ ແລະບັນດາຜູ້ແທນຈາກກຸ່ມປົກປ້ອງສິດທິພົນລະເມືອງ, ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ ແລະ ກຸ່ມປົກປ້ອງສິດທິດ້ານສາສະໜາຕ່າງໆ.
ລຸນຫຼັງການໃຫ້ການຂອງວັນພະຫັດມື້ນີ້, ພວກສະມາຊິກຂອງຄະນະກຳມະການດັ່ງກ່າວຈະພິຈາ ລະນາການສະເໜີຊື່ຂອງທ່ານນາງ ແຈັກສັນ ກ່ອນຈັດການລົງຄະແນນສຽງ ກ່ອນເຂົາເຈົ້າຈະສົ່ງມັນໄປໃຫ້ສະພາສູງຄົບຄະນະ ສຳລັບການພິ ຈາລະນາຫຼືບໍ່.
ໃນວັນທີສາມຂອງການໃຫ້ການເມື່ອວັນພຸດວານນີ້, ທ່ານນາງ ແຈັກສັນ ອີກຄັ້ງນຶ່ງໄດ້ປ້ອງກັນປະ ຫວັດຂອງທ່ານນາງຕໍ່ບັນດາສະມາຊິກສັງກັດພັກຣີພັບບລີກັນ, ດ້ວຍສະມາຊິກສະພາສູງພັກຣີພັບບລີກັນ ທ່ານ ທອມ ທິລລິສ (Tom Tillis) ສະເໜີວ່າ ທ່ານນາງ ແຈັກສັນ ລັກສະນະແນວໃດແນວໃດນຶ່ງທີ່ເຮັດໃຫ້ລາວອ່ອນໂຍນໂພດໃນການຕັດສິນລົງໂທດໃນຖານະຜູ້ພິພາກສາລັດຖະບານກາງ.
ທ່ານນາງ ແຈັກສັນ ໄດ້ໃຫ້ຄຳຕອບທີ່ຍາວ, ໂດຍກ່າວວ່າທ່ານນາງມັກພະຍາ ຍາມທີ່ຈະອະທິບາຍຕໍ່ຈຳເລີຍ ກ່ຽວກັບ ຜົນກະທົບຂອງການກະທຳຂອງເຂົາ ເຈົ້າ ດ້ວຍເປົ້າໝາຍຂອງການຫຼຸດຜ່ອນຄວາມເປັນໄປໄດ້ທີ່ເຂົາເຈົ້າຈະກໍ່ອາຊະຍາກຳເພີ່ມເຕີມໃນເວລາທີ່ເຂົາເຈົ້າຖືກປ່ອຍຕົວ.
ສະມາຊິກສະພາສູງສັງກັດພັກຣີພັບບລີກັນ ທ່ານ ລິນຊີ ແກຣມ ແມ່ນອາລົມຮ້ອນກວ່າໝູ່ ໃນຂະນະທີ່ທ່ານໄດ້ສືບຕໍ່ຖາມທ່ານນາງ ແຈັກສັນ ກ່ຽວກັບ ການຕັດສິນໃຈລົງໂທດຂອງທ່ານນາງໃນຖານະເປັນຜູ້ພິພາກສາຄົນນຶ່ງ, ໂດຍໄດ້ເວົ້່າສອດຂຶ້ນມາຢ່າງຊໍ້າແລ້ວຊໍ້າອີກເວລາທີ່ທ່ານນາງພະຍາຍາມທີ່ຈະຕອບຄຳຖາມ. ທ່ານຍັງໄດ້ຍົກການໃຫ້ການຢືນຢັນຕຳແໜ່ງ ທີ່ມີການໂຕ້ແຍ້ງກັນຢ່າງດຸເດືອດສຳລັບຜູ້ພິພາກສາສານສູງສຸດ ທ່ານ ເບຣັດ ຄາວານໍ ໃນປີ 2018 ຂຶ້ນມາເວົ້າ.
ຄຳຖາມທີ່ເປັນມິດກວ່າຂອງ ສະມາຊິກສະພາສູງສັງກັດພັກເດໂມແຄຣັດຈາກລັດ ເວີມັອນ ທ່ານ ແພັດທຣິກ ເລຮີ ໄດ້ຖາມທ່ານນາງ ແຈັກສັນ ວ່າເປັນຫຍັງລາວຈຶ່ງຄິດວ່າມັນສຳຄັນສຳລັບສະຖາ ບັນປະຊາທິປະໄຕ ສະຫະລັດ ເຊັ່ນສານດັ່ງກ່າວ ທີ່ຈະສະທ້ອນໃຫ້ເຫັນຄວາມຫຼາກຫຼາຍຂອງປະ ເທດນັ້ນ.