ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາສູງ ສະຫະລັດ ຈະລົງຄະແນນສຽງ ຂັ້ນສຸດທ້າຍ ກ່ຽວກັບ ຮ່າງ ກ.ມ. ປະຕິຮູບ NSA


ຜູ້ນຳສຽງສ່ວນຫຼາຍໃນສະພາສູງ ທ່ານ Mitch McConnell ຍ່າງແຕ່ຫ້ອງການທ່ານ ໄປຍັງຫ້ອງປະຊຸມສະພາສູງ ທີ່ຕຶກລັດຖະສະພາ (23 ເມສາ 2015)
ຜູ້ນຳສຽງສ່ວນຫຼາຍໃນສະພາສູງ ທ່ານ Mitch McConnell ຍ່າງແຕ່ຫ້ອງການທ່ານ ໄປຍັງຫ້ອງປະຊຸມສະພາສູງ ທີ່ຕຶກລັດຖະສະພາ (23 ເມສາ 2015)

ຫລັງຈາກໄດ້ມີການອະພິປາຍແລະການຜິດຖຽງກັນພາຍໃນມາ
ເປັນເວລາສອງມື້ແລ້ວ ສະພາສູງສະຫະລັດ ຈະລົງຄະແນນສຽງ
ໃນວັນອັງຄານມື້ນີ້ກ່ຽວກັບມາດຕະການທີ່ຈະປະຕິຮູບໂຄງການ
ຕິດຕາມກວດກາ ພາຍໃນປະເທດ ຂອງອົງການ ຮັກສາຄວາມ
ປອດ ໄພແຫ່ງຊາດ ຫຼື NSA ຂອງສະຫະລັດ.

ຜູ້ນຳສຽງສ່ວນຫຼາຍ ໃນສະພາສູງ ທ່ານ Mitch McConnell ມີ
ກຳນົດທີ່ຈະລົງຄະແນນສຽງ ກ່ຽວກັບບົດເພີ້ມຕື່ມຕໍ່ກົດໝາຍອິດ
ສະຫຼະພາບຫຼື USA Freedom Act ຊຶ່ງຈະຍຸດຕິການເກັບກຳຂໍ້
ມູນເປັນຈຳນວນຫຼວງຫຼາຍຂອງອົງການ NSA ກ່ຽວກັບການໃຊ້
ໂທລະສັບ ຂອງຊາວອາເມຣິກັນນັ້ນ. ບົດເພີ້ມຕື່ມ ຊຶ່ງໄດ້ສະເໜີ
ໂດຍທ່ານ Richard Burr ປະທານກຳມະການສືບລັບ ຂອງສະພາສູງ ແມ່ນຈະຮວມທັງ ການຕໍ່ອາຍຸ ໃນການເກັບກຳຂໍ້ມູນຈຳນວນຫຼວງຫລາຍດັ່ງກ່າວ ຈາກ 6 ເດືອນເປັນນຶ່ງປີ
ສອງຕໍ່ຂອງເວລາທີ່ຮຽກຮ້ອງໃນຮ່າງກົດໝາຍຂອງສະພາຕ່ຳ ທີ່ມີການຮັບຮອງເອົາດ້ວຍ ຄະແນນສຽງຖ້ວມລົ້ນໃນເດືອນແລ້ວນີ້.

ແຕ່ສະມາຊິກຂັ້ນສູງສອງທ່ານ ໃນຄະນະກຳມະການຍຸຕິທຳຂອງສະພາຕ່ຳສະຫະລັດ ຄື
ທ່ານ Bob Goodlatte ປະທານກຳມະການທີ່ສັງກັດພັກຣີພັບບລີກັນ ແລະທ່ານ John Conyers ຊຶ່ງເປັນສະມາຊິກຄົນສຳຄັນ ຂອງພັກເດໂມແຄຣັດ ຢູ່ໃນກຳມະການດັ່ງກ່າວ ໄດ້ອອກຖະແຫຼງການສະບັບນຶ່ງໃນວັນຈັນວານນີ້ ປະຕິເສດບໍ່ຮັບເອົາບົດເພີ້ມຕື່ມນັ້ນ.

ທ່ານ Goodlatte ແລະທ່ານ Conyers ກ່າວຢູ່ໃນຖະແຫຼງການວ່າ “ບົດເພີ້ມຕື່ມເຫຼົ່ານີ້ ມີແຕ່ຈະເຮັດໃຫ້ຮ່າງກົດໝາຍ ທີ່ສະພາໄດ້ຮັບຮອງເອົານັ້ນອ່ອນແອລົງຕື່ມ ແລະເລື່ອນ ເວລາໃນການຮັບຮອງເອົາຮ່າງກົດໝາຍດັ່ງກ່າວທີ່ໃຫ້ການຄຸ້ມຄອງແບບມີຄວາມຮັບຜິດ ຊອບຕໍ່ຄວາມປອດໄພແຫ່ງຊາດ ໃນຂະນະທີ່ເສີມຂະຫຍາຍ ການປົກປ້ອງສິດເສລີພາບ ຂອງພົນລະເມືອງ. ພວກທ່ານເຕືອນວ່າ ທາງສະພາຕ່ຳຄົບຄະນະຈະບໍ່ຮັບເອົາການປ່ຽນ ແປງນີ້ ຖ້າຫາກໄດ້ຮັບການອະນຸມັດໂດຍສະພາສູງຊຶ່ງຈະເຮັດໃຫ້ຂໍ້ກຳນົດຫຼາຍໆຂໍ້ຂອງ ກົດໝາຍວ່າດ້ວຍຄວາມຮັກຊາດຂອງສະຫະລັດ ຫຼື US Patriot Act ທີ່ໄດ້ຮັບຮອງເອົາ ໂດຍລັດຖະສະພາສະຫະລັດ ຫລັງຈາກພວກກໍ່ການຮ້າຍໂຈມຕີເມື່ອວັນທີ 11 ກັນຍາປີ
2001 ຊຶ່ງໄດ້ອະນຸຍາດ ໃຫ້ມີການໂຄງການຕິດຕາມກວດກາພາຍໃນປະເທດ ຂອງລັດ
ຖະບານນັ້ນ.

White House Slams Senate for Letting Surveillance Programs Lapse
please wait

No media source currently available

0:00 0:02:15 0:00

XS
SM
MD
LG