ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້​ນຳ​ພັກ​ຣິ​ພັບ​ບ​ລິ​ກັນ ໃນ​ສະ​ພາ​ສູງ “ອາດ​ຈະ” ຂັດ​ຂວາງ​ ​ຮ່າງ​ກົດ​ໝາຍ ​ປ້ອງ​ກັນ​ ​ໄອ​ຍະ​ການ​ພິ​ເສດ


ຜູ້​ນຳ​ພັກ​ຣິ​ພັບ​ບ​ລິ​ກັນ ທ່ານ​ມິຕຈ໌ ແມັກ​ຄອລ​ແນ​ລ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ​ທີ່​ລັດ​ຖ​ສະ​ພາ ວັນ​ທີ 27 ພະ​ຈິກ 2018.
ຜູ້​ນຳ​ພັກ​ຣິ​ພັບ​ບ​ລິ​ກັນ ທ່ານ​ມິຕຈ໌ ແມັກ​ຄອລ​ແນ​ລ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ​ທີ່​ລັດ​ຖ​ສະ​ພາ ວັນ​ທີ 27 ພະ​ຈິກ 2018.

ຜູ້​ນຳ​ພັກ​ຣິ​ພັບ​ບ​ລິ​ກັນ ທ່ານ​ມິຕຈ໌ ແມັກ​ຄອລ​ແນ​ລ ກ່າວ​ວ່າ ທ່ານ “ອາດ​ຈະ” ທຳ​ການ​
ຂັດ​ຂວາງ​ຕໍ່​ຮ່າງ​ກົດ​ໝາຍ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລທ​ຣຳ ປົດ​ໄອ​ຍະ​
ການ​ພິ​ເສດ ທ່ານ​ໂຣ​ເບີດ ມັ​ລ​ເລີ ອອກ​ຈາກໜ້າ​ທີ່.

ທ່ານ​ແມັກ​ຄອ​ລ​ແນ​ລ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວໃນ​ວັນ​ອັງ​ຄານ​ວານ​ນີ້​ວ່າ ຄວາມ​ພະ​ຍາ​
ຍາມ​ຂອງ​ພັກ​ເດ​ໂມ​ແຄ​ຣັດ ແລະ​ຣີ​ພັບ​ບ​ລິ​ກັນ ທີ່​ຈະ​ນຳ​ເອົາ​ຮ່າງ​ກົດ​ໝາຍ​ດັ່ງກ່າວ​ມາ
​ລົງຄະ​ແນນ​ສຽງ​ນັ້ນ ​ເປັນ “ການ​ແກ້​ໄຂ​ໃນ​ການ​ຊອກ​ຫາ​ບັນ​ຫາ.”

ທ່ານ​ກ່າ​ວ​ວ່າ “ປະ​ທາ​ນາ​ທິ​ບໍ​ດີ​ຈະ​ບໍ່​ປົດ​ທ່ານ​ໂຣ​ເ​ບີດ ມັ​ລ​ເລີ ອອກ​ຈາກ​ໜ້າ​ທີ່. ພວກ​
ເຮົາ​ມີ​ຫຼາຍສິ່ງ​ຫຼາຍ​ຢ່າງ​ ທີ່​ຈະ​ຕ້ອງ​ເຮັດ​ເພື່ອ​ໃຫ້​ເສັດ​ສິ້ນ​ໃນ​ປີ​ນີ້ ໂດຍປາດ​ສະ​ຈາກ
​ການ​ລົງ​ຄະ​ແນນ​ສຽງ​ກ່ຽວ​ກັບ​ສິ່ງ​ຕ່າງໆ ທີ່​ບໍ່​ກ່ຽວ​ຂ້ອງ​ທັງ​ໝົດ​ຕໍ່​ຜົນ​ອອກ​ມາ.”

ສະ​ມາ​ຊິກ​ສູງ​ພັກ​ຣີ​ພັບ​ບ​ລິ​ກັນ ​ຈາກ​ລັດ​ອາ​ຣີ​ໂຊ​ນາ ທ່ານ​ແຈັ​ຟ ເຟ​ລກ ທີ່​ຈະ​ພົ້ນຈາກຕຳ
​ແໜ່ງ ​ຊຶ່ງ​ສັງ​ກັດ​ໃນ​ຄະ​ນະ​ກຳ​ມະ​ການ​ຍຸ​ຕິ​ທຳ ໄດ້ຂົ່ມ​ຂູ່​ທີ່​ຈະ​ຂັດ​ຂວາງ​ຕໍ່ ການ​ສະ​ເໜີ
ແຕ່ງ​ຕັ້ງ​ໃນ​ດ້ານ​ຍຸ​ຕິ​ທຳ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ຖ້າ​ຫາກ​ທ່ານ​ຄອ​ລ​ແນ​ລ ບໍ່​ອະ​ນຸ
​ຍາດ​ໃຫ້​ມີ​ການ​ລົງ​ຄະ​ແນນ​ສຽງ​ ​ໂດຍ​ສະ​ພາ​ສູງຄົບ​ຄະ​ນະ ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ປົກ​
ປ້ອງທ່ານ​ມັ​ລ​ເລີ.

ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ​ ໄດ້ຖືກ​ຮັບຜ່ານ ໂດຍຄະ​ນະ​ກຳ​ມະ​ການ​ ໃນ​ເດືອນ​ເມ​ສາ ດ້ວຍ
​ຄະ​ແນນ​ສຽງ 14 ຕໍ່ 7.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ຍັງ​ສືບ​ຕໍ່​ໂຈມ​ຕີ​ການ​ສືບ​ສວນ​ຂອງ​ທ່ານ ​ມັ​ລ​ເລີ ໃນ​ວັນ​ອັງ​ຄານ​
ວານ​ນີ້. ທ່ານ​ໄດ້​ສົ່ງຂໍ້​ຄວາມ​ທາງ​ທວິດ​ເຕີວ່າ ສື່ມວນ​ຊົນ “ສ້າງ​ໃຫ້​ທ່າ​ນ​ບັອບ ມັ​ລ​ເລີ​
ເປັນ​ຜູ້​ວິ​ເສດ ຊຶ່ງ​ໃນ​ຄວາມ​ຈິງ​ແລ້ວ ທ່ານຢູ່ທາງກົງ​ກັນ​ຂ້າມ. ​ທ່ານ​ໄດ້​ທຳ​ລາຍ​ຢ່າງ​ໃຫຍ່
​ຫຼວງ​ແກ່​ລ​ະ​ບົບ​ຍຸ​ຕິ​ທຳຂອງ​ພວກ​ເຮົາ ບ່ອນ​ທີ່​ທ່ານ​ເບິ່ງ​ແຕ່​ຂ້າງ​ດຽວ ແລະ​ບໍ່​ເບິ່ງ​ທາງ​ອື່ນ.
ພວກວິ​ລະ​ຊົນ ​ຈະມີ​ຂຶ້ນ​ຈາກ​ເລື້ອງ​ນີ້ ແລະ​ຈະ​ບໍ່​ແມ່ນ​ທ່ານ​ມັລ​ເລີ ແລະ​ພວກ​ແກັ່ງຄົນ​ບໍ່
​ດີ​ຂອງ​ພັກ​ເດ​ໂມ​ແຄ​ຣັດ​ທີ່​ໂກດ​ແຄ້ນ.”

ເວ​ລາ​ນັ້ນ​ເປັນ​ຫົວ​ໜ້າ​ຫ້ອງ​ການ​ສັນ​ຕິ​ບານ​ກາງ ຫຼື FBI ທ່ານ​ໂຣ​ເບີດ ມັ​ລ​ເລີ ໃນ​ທີ 13 ກຸ​າ​ພາ 2013.
ເວ​ລາ​ນັ້ນ​ເປັນ​ຫົວ​ໜ້າ​ຫ້ອງ​ການ​ສັນ​ຕິ​ບານ​ກາງ ຫຼື FBI ທ່ານ​ໂຣ​ເບີດ ມັ​ລ​ເລີ ໃນ​ທີ 13 ກຸ​າ​ພາ 2013.

ປະ​ທາ​ນາ​ທິບໍດີທ​ຣຳ ຍັງ​ຮ້ອງ​ທ່ານ​ມັ​ລ​ເລີ ວ່າ ​ເປັນ​ໄອ​ຍະ​ການ “ທີ່​ບໍ່​ຟັງ​ຄຳ​ສັ່ງ ຫຍັງ​ໝົດ”
ແລະ​ກ່າວ​ຫາ​ວ່າ​ ​ທຳ​ຮ້າຍຊີ​ວິດ.

ແຕ່​ວ່າ​ໂຄ​ສົກ​ທຳ​ນຽວ​ຂາວ ທ່ານ​ນາງ​ຊາ​ຣາ ຮັກ​ກາ​ບີ ແຊ​ນ​ເດີ​ຣ​ສ໌ ກ່າວໃນ​ເວ​ລາ​ຕໍ່​ມາ​
ວ່າ ປະ​ທາ​ນາ​ທິ​ບໍ​ດີບໍ່​ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ປົດ​ທ່ານ​ມັ​ລ​ເລີ​ອອກ​ຈາກ​ໜ້າ​ ທີ່ ໂດຍເນັ້ນ
​ໜັກ​ວ່າ “ບໍ່​ມີ​ການ​ຮ່ວ​ມ​ມື” ລ​ະ​ຫວ່າງ​ການ​ໂຄ​ສະ​ນາ​ຫາ​ສຽງ ​ຂອງ​ທ່ານ​ ແລະຣັດ​ເຊຍ.
ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໄດ້​ຮ້ອງການ​ສືບ​ສວນຂອງ​ທ່ານ​ມັ​ລ​ເລີ​ຢູ່​ສະ​ເໝີ​ວ່າ “ການ​ຊອກ
​ຫາ​ຈັບ​ຜິດ.”

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG