ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ສະຫະລັດ ກໍາລັງຂຸ້ນຂ້ຽວ ຫາທາງແກ້ໄຂ ວິກິດການ ກ່ອນກໍານົດເສັ້ນຕາຍ (ວີດີໂອ)


US Debt Crisis Worries World Markets
please wait

No media source currently available

0:00 0:02:55 0:00
ລິງໂດຍກົງ

ສະພາວະໜີ້ສິນຂອງສະຫະລັດ ອາດກະທົບຕໍ່ຕະຫຼາດຮຸ້ນໂລກ

ບັນດາ​ຜູ້​ນໍາ​ສະພາສູງ​ສະຫະລັດ ກໍາ​ລັງ​ສືບ​ຕໍ່​ເຈລະຈາກັນ​
ກ່ຽວ​ກັບ​ຂໍ້​ຕົກລົງ ທີ່ແນ​ໃສ່ເພື່ອ ຍຸຕິການ​ປິດໂຮງການ​ຂອງ
​ລັດຖະບານ ແລະ​ຍົກເພດານໜີ້ສິນສູງຂຶ້ນ ກ່ອນ​ເສັ້ນ​ຕາຍ
ໃນ​ທ່ຽງ​ຄືນ​ມື້​ນີ້ ຫຼັງຈາກ​ທີ່ຝ່າຍຣີພັບ​ບລິ​ກັນ​ໃນ​ສະພາ​ຕໍ່າ ​
ບໍ່​ໄດ້ລົງ​ຄະ​ແນນ​ສຽງຮັບ​ຜ່ານ​ແຜນການດັດ​ແກ້​ແຜນ​ນຶ່ງ ​
ໃນ​ວັນ​ອັງຄານ​ວານ​ນີ້​.

ສະມາຊິກ​ສະພາສູງ Harry Reid ​ຈາກ​ພັກ​ເດ​ໂມ​ແຄຣັດ
ແລະ​ Mitch McConnell ຈາກພັກຣິພັບບລິ​ກັນ​ ​ກໍາລັງ​
ຂຸ້ນຂ້ຽວ​ເພື່ອ​ເຮັດ​ຂໍ້​ຕົກລົງ ທີ່ຈະ​ອະນຸມັດ​ງົບປະມານ​ໃຫ້​
ລັດຖະບານ​ກາງ​ດໍາ​ເນີນ​ງານ​ຕໍ່​ໄປ​ໄດ້ ຈົນ​ຮອດວັນ​ທີ 15
​ເດືອນ​ມັງກອນປີ​ໜ້າ ​ແລະ​ຍົກເພດານການ​ກູ້​ຢືມ​ເງິນ​ຂອງ​ປະ​ເທດ​ ຂຶ້ນ​ເປັນ​ການ​ຊົ່ວ
ຄາວ ໄປ​ຈົນ​ຮອດວັນ​ທີ 7 ​ເດືອນ​ກຸມພາ 2014 ຊຶ່ງຮ່າງ​ກົດໝາຍ​ດັ່ງກ່າວ​ນີ້​ຈະຕ້ອງ​ຜ່ານ​
ທັງສະພາ​ສູງ​ແລະ​ສະພາ​ຕໍ່າ ກ່ອນເສັ້ນ​ຕາຍ​ໃນວັນ​ພະຫັດ​ມື້ອື່ນນີ້ ຊຶ່ງ​ເປັນ​ກໍານົດ​ທີ່​ກະ
ຊວງ​ການ​ເງິນ​ໄດ້​ກ່າວ​ໄວ້​ວ່າ ລັດຖະບານຈະບໍ່​ສາມາດ​ກູ້​ຢືມ​ເງິນ​ ໄດ້​ອີກ ​ແລະ​ຈະ​ສ່ຽງ​
ຕໍ່ການ​ບໍ່​ສາມາດ​ຊໍາ​ລະ​ໜີ້​ສິນ​ໄດ້​ນັ້ນ.

ພວກຜູ້​ນໍາ​ສະພາ​ຕໍ່າ ກໍ​ຄື​ຜູ້​ແທນພັກຣິພັບບລິ​ກັນ​ ໄດ້​ເລື່ອ​ນການ​ລົງ​ຄະ​ແນນ​ສຽງ​ກ່ຽວ​ກັບ
ແຜນການ​ທີ່​ຖືກ​ແກ້​ໄຂ​ໃໝ່ແຜນນຶ່ງ ທີ່​ຈະອໍາ​ນວຍ​ໃຫ້​ປ່ຽນ​ແປງຂໍ້ກໍານົດ​ໃນ​ກົດໝາຍ​ປະກັນ
​ໄພ​ສຸຂະພາບຂອງປະທານາທິບໍດີ​ສະຫະລັດ ​ທີ່​ເອີ້ນ​ກັນ Obamacare ນັ້ນ​ໄດ້ ຫຼັງ​ຈາກ​ທີ່
ປະກົດ​ວ່າ ​ບໍ່ຄະ​ແນນ​ສຽງ​ພຽງພໍ​ທີ່​ຈະ​ເຮັດ​ໃຫ້​ແຜນ​ດັ່ງກ່າວ ຜ່ານ​ສະພາ​ຕໍ່າແລະສະພາ​
ສູງ​ໄດ້.

Attention Shifts to US Senate Leaders in Budget Showdown
please wait

No media source currently available

0:00 0:02:38 0:00
ລິງໂດຍກົງ

​ໃນ​ວັນ​ອັງຄານ​ວານ​ນີ້ ສໍານັກງານ Fitch ​ທີ່ໃຫ້​ຄະ​ແນນ​ຄວາມ​ໜ້າ​ເຊື່ອ​ຖື​ດ້ານ​ສິນ​ເຊື່ອ ​
ໄດ້ເອົາ​ສະຫະລັດເຂົ້າ​ໄວ້ໃນ​ບັນຊີ​ພວກ​ປະ​ເທດ ທີ່​ມີ “ຄະ​ແນນ​ສິນ​ເຊື່ອ​ໃນທາງ​ລົບ”
ຊຶ່ງ​ເປັນການ​ເຕືອນ​ວ່າ ສໍານັກງານດັ່ງກ່າວ​ນີ້ ອາດ​ຈະ​ລົດ​ລະດັບຄວາມໜ້າ​ເຊື່ອ​ຖື​ດ້ານ
ເຄຣດິດ​ຂອງ​ສະຫະລັດ ລົງ​ຈາກລະດັບ​ສູງ​ສຸດ ຄື ສາມ​ເອ “AAA” ນັ້ນ​ໄດ້.

​ໃນ​ການ​ໃຫ້​ສໍາພາດ​ກັບ​ໂທລະພາບ WABC ​ໃນ​ນະຄອນ​ນິວຢ໊ອກ​ໃນ​ວັນ​ອັງຄານ
ປະທານາທິບໍດີ ​ Obama ​ໄດ້​ຮຽກຮ້ອງ​ໄປ​ຍັງບັນ​ດາ​ສະມາ​ຊິກ​ສະພາ ​ໃຫ້ແຍກ​ເລື້ອງ
​ການ​ເມືອງໄວ້​ຕ່າງຫາກ ​ແລະ​ໃຫ້​ຢຸດ​ເຊົາ​ສ້າງຄວາມ​ເຈັບປວດ​ແກ່ປະຊາຊົນອາ​ເມ
ຣິກັນ.

ການ​ປິດ​ ລົງ​ຂອງລັດຖະບາ​ນ​ສະຫະລັດ ໄດ້​ຍ່າງ​ເຂົ້າເປັນ​ອາທິດ​ທີ 3 ​ໃນ​ວັນ​ອັງຄານ
​ວານນີ້ ​ຊຶ່ງເກືອບ​ວ່າໝົດທຸກຫ້ອງການ ຍົກ​ເວັ້ນ​ແຕ່​ຫ້ອງການ​ທີ່​ຈໍາ​ເປັນ​ເທົ່າ​ນັ້ນ ​
ໄດ້​ອັດ​ລົງ ຊຶ່ງ​ຮວມທັງ ສວນສາທາລະນະ​ແຫ່ງ​ຊາດ ຫໍພິດ​ທະ​ພັນ ​ແລະ​ອະນຸສາ
ວະລີ​ຕ່າງໆ ເຖິງ​ແມ່ນ​ບາງ​ສະຖານ​ທີ່​ກໍ​ໄດ້​ເລີ່​ມ​ເປີດຄື​ນ​ແລ້ວ ​ໃນ​ອາທິດ​ນີ້.

ວີດີໂອ: ສວນສາທາລະນະບາງແຫ່ງໄຂຄືນ ດ້ວຍການສະໜັບສະໜຸນຈາກລັດ:

Some US National Parks Re-Open With Funding From States
please wait

No media source currently available

0:00 0:02:28 0:00
ລິງໂດຍກົງ
XS
SM
MD
LG