ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະສະພາ ສະຫະລັດ ເລີ່ມການອະພິປາຍ ກ່ຽວກັບ ນະໂຍບາຍຄົນເຂົ້າເມືອງ


ລັດຖະສະພາສະຫະລັດ ທີ່ນະຄອນຫຼວງວໍຊີງຕັນ
ລັດຖະສະພາສະຫະລັດ ທີ່ນະຄອນຫຼວງວໍຊີງຕັນ

ສະພາສູງສະຫະລັດ ໄດ້ລົງຄະແນນສຽງ 97 ຄໍ່ 1 ໃນແລງວັນຈັນວານນີ້ ເພື່ອຈະເລີ້ມ
ການອະພິປາຍໃນຂອບເຂດທີ່ກວ້າງຂວາງ ກ່ຽວກັບການປະຕິຮູບກົດໝາຍຄົນເຂົ້າ
ເມືອງ ໃນຂະນະທີ່ຄວາມຄິດຄວາມເຫັນທີ່ແຕກຕ່າງກັນຂອງສອງພັກໄດ້ມີການສະແດງ
ອອກມາໃຫ້ເຫັນທັງໃນເລື່ອງຂອບເຂດແລະແກ່ນສານທີ່ພວກສະມາຊິກສະພາຫວັງວ່າ
ຈະໄດ້ເຫັນ ກັນຢູ່ໃນຮ່າງກົດໝາຍຂັ້ນສຸດທ້າຍນັ້ນ.

ຜູ້ນຳສຽງສ່ວນຫຼາຍຂອງສະພາສູງ ທ່ານ ມິຕຈ໌ ແມັກຄອນແນລ (Mitch McConnell)
ທີ່ພັກຣີພັບບລີກັນຈາກລັດ Kentucky ໄດ້ກ່າວວ່າ “ຂ້າະເຈົ້າຫວັງວ່າ ສະພາສູງຈະ
ສາ ມາດຍາດເອົາໂອກາດອັນນີ້ ແລະເຮັດໃຫ້ບັນລຸຜົນຢ່າງແທ້ຈິງ.”

ຫຼາຍໆມື້ຂອງອະພິປາຍກັນຢ່າງເສລີ ຄາດວ່າຈະມີຂຶ້ນ ໃນຂະນະເສັ້ນຕາຍ ຍັບໃກ້
ເຂົ້າມາ ສຳຫຼັບພວກໜຸ່ມນ້ອຍທີ່ຜູ້ປົກຄອງນຳເຂົ້າມາໃນສະຫະລັດ ແບບຜິດກົດໝາຍ
ຈຳນວນຫຼາຍຮ້ອຍພັນຄົນນັ້ນ. ປີກາຍນີ້ ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ຍົກເລີກໂຄງ ການດາກາ (DACA) ຊຶ່ງເປັນໂຄງການ ທີ່ໃຫ້ການປົກປ້ອງຄຸ້ມຄອງ
ພວກໜຸ່ມນ້ອຍເຫຼົ່ານີ້ ຈາກການຖືກເນລະເທດ ເປັນການຊົ່ວຄາວລົງ ແລະໃຫ້ເວລາ
ແກ່ລັດຖະສະພາໄປຈົນຮອດວັນທີ 5 ມີນາ ເພື່ອແກ້ໄຂຢ່າງເປັນຮູບປະທຳທາງກົດໝາຍ ກ່ຽວກັບຖານະຂອງພວກເຂົາ ເຈົ້າ.

ຜູ້ນຳສຽງສ່ວນຫຼາຍຂອງສະພາສູງ ທ່ານ ມິຕຈ໌ ແມັກຄອນແນລ (Mitch McConnell) ສັງກັດ ພັກຣີພັບບລີກັນຈາກລັດ Kentucky ເດີນອອກຈາກຫ້ອງໂຖງ ຫຼັງຈາກທີ່ໄດ້ປະກາດກ່ຽວກັບ ຂໍ້ຕົກລົງງົບປະມານເກືອບເຖິງ 400 ພັນລ້ານໂດລາ, ທີ່ລັດຖະສະພາ, ວໍຊີງຕັນ, 7 ກຸມພາ 2018.
ຜູ້ນຳສຽງສ່ວນຫຼາຍຂອງສະພາສູງ ທ່ານ ມິຕຈ໌ ແມັກຄອນແນລ (Mitch McConnell) ສັງກັດ ພັກຣີພັບບລີກັນຈາກລັດ Kentucky ເດີນອອກຈາກຫ້ອງໂຖງ ຫຼັງຈາກທີ່ໄດ້ປະກາດກ່ຽວກັບ ຂໍ້ຕົກລົງງົບປະມານເກືອບເຖິງ 400 ພັນລ້ານໂດລາ, ທີ່ລັດຖະສະພາ, ວໍຊີງຕັນ, 7 ກຸມພາ 2018.

ທ່ານທຣຳ ໄດ້ສະເໜີທີ່ຈະໃຫ້ຜົນປະໂຫຍດແກ່ພວກເຂົາເຈົ້າ ໂດຍຈະໄດ້ຮັບເສັ້ນທາງ
ໄປສູ່ການເປັນສັນຊາດອາເມຣິກັນໄດ້ ຊຶ່ງໄດ້ຮັບການສະໜັບສະໜຸນໂດຍສຽງສ່ວນຫຼາຍ
ຂອງສະມາຊິກລັດຖະສະພາ ຈາກທັງສອງພັກ. ແຕ່ວ່າ ທ່ານຍັງໄດ້ຢືນຢັດຕໍ່ໂຄງການ
ສ້າງກຳແພງຕາມຊາຍແດນສະຫະລັດກັບເມັກຊິໂກ ຊຶ່ງຈະຫຼຸດຜ່ອນຈຳນວນພວກຄົນ
ເຂົ້າເມືອງຢ່າງຖືກ ຕ້ອງຕາມກົດໝາຍ ແລະຖືເປັນບູລິມມະສິດສຳລັບພວກທີ່ເຂົ້າເມືອງ
ມາໃໝ່ໆ ຕ້ອງມີຄວາມຮູ້ຄວາມສາມາດທີ່ກ້າວໜ້າທັນສະໄໝໃນການເຮັດວຽກ
ເຮັດການນັ້ນ.

ສະມາຊິກສະພາສູງພັກຣີພັບບລີກັນ ໄດ້ເປີດເຜີຍຂໍ້ສະເໜີ ທີ່ເອີ້ນວ່າ ຮ່າງກົດໝາຍ
ຄວາມໝັ້ນຄົງແລະຄວາມສຳເລັດ ຫຼື Secure and Succeed Act ທີ່ໄດ້ບັນຈຸ ແຜນແມ່ບົດດ້ານຄົນເຂົ້າເມືອງຂອງທຳນຽບຂາວ.

ທ່ານແມັກຄອນແນລ (McConnell) ກ່າວວ່າ “ຂ້າພະເຈົ້າສະໜັບສະໜຸນ ຂໍ້ສະເໜີ
ຂອງປະທານາທິບໍດີ ແລະບັນດາເພື່ອນຮ່ວມງານຈາກພັກຣີພັບບລີກັນທັງຫຼາຍ
ກໍສະເໜີໃຫ້ຈັດຕັ້ງປະຕິບັດຂໍ້ສະເໜີດັ່ງກ່າວ. ຮ່າງກົດໝາຍຄວາມໝັ້ນຄົງແລະ
ຄວາມສຳເລັດແມ່ນມີຄວາມເປັນທຳແລ້ວ ແກ້ໄຂບັນຫາຄວາມກັງວົນທີ່ຮີບດ່ວນ
ທີ່ສຸດຂອງທັງສອງຝ່າຍ, ສອດຄ່ອງກັບເງື່ອນໄຂ ທີ່ປະທານາທິບໍດີ ໄດ້ສະເໜີໄປ.”

ຂໍສະເໜີໃດໆ ກໍຕາມກ່ຽວກັບເລື່ອງຄົນເຂົ້າເມືອງ ແມ່ນຈຳເປັນຈະຕ້ອງໄດ້ຮັບການ
ສະໜັບສະໜຸນດ້ວຍຄະແນນສຽງ 3 ສ່ວນ 5 ກ່ອນທີ່ຈະໄດ້ຮັບການພິຈາລະນາໂດຍ
ສະພາສູງ ຄົບຄະນະ ບ່ອນທີ່ພັກພັກຣີພັບບລີກັນ ກຳສຽງສ່ວນຫຼາຍພຽງຄະແນນ
ສຽງດຽວຢູ່ນັ້ນ.ພັກ ເດໂມແຄຣັດໄດ້ໃຫ້ສັນຍານວ່າ ແຜນການຄົນເຂົ້າເມືອງ ຂອງພັກ
ຣີພັບບລີກັນນັ້ນ ບໍ່ແມ່ນການເລີ່ມຕົ້ນທີ່ດີເລີຍ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ຜູ້ນຳສຽງສ່ວນນ້ອຍໃນສະພາສູງ ທ່ານ Chuck Schumer ສັງກັດພັກເດໂມແຄຣັດ ຈາກລັດ ນິວຢອກ, (ກາງ), ຢືນຄຽງຄູ່ກັບ ສະມາຊິກສະພາສູງ ທ່ານ Bob Casey, ສັງກັດພັກເດໂມແຄຣັດ ຈາກລັດ ເພັນຊີເວເນຍ., ຊ້າຍ, ກ່າວໃນລັດຖະສະພາ, 6 ກຸມພາ 2018.
ຜູ້ນຳສຽງສ່ວນນ້ອຍໃນສະພາສູງ ທ່ານ Chuck Schumer ສັງກັດພັກເດໂມແຄຣັດ ຈາກລັດ ນິວຢອກ, (ກາງ), ຢືນຄຽງຄູ່ກັບ ສະມາຊິກສະພາສູງ ທ່ານ Bob Casey, ສັງກັດພັກເດໂມແຄຣັດ ຈາກລັດ ເພັນຊີເວເນຍ., ຊ້າຍ, ກ່າວໃນລັດຖະສະພາ, 6 ກຸມພາ 2018.

XS
SM
MD
LG