ການພິຈາລະນາຂອງສະພາສູງສະຫະລັດ ກ່ຽວກັບອົງການຟອກເງິນຂອງ ຈີນ ໃນອາທິດນີ້ ໄດ້ຮັບມືກັບສິ່ງທີ່ຮູ້ຈັກກັນໜ້ອຍດຽວ ແຕ່ເປັນບັນຫາທີ່ກຳລັງຂະຫຍາຍອອກຄື ກົນໄກການສໍ້ໂກງດ້ວຍບັດຂອງຂວັນ ຫຼື Gift Card.
ກຸ່ມອົງການອາຊະຍາກຳ ຈີນ ໄດ້ຫັນໄປຫາກົນໄກການສໍ້ໂກງດ້ວຍບັດຂອງຂວັນ ທີ່ໄດ້ລັກເງິນຫຼາຍຮ້ອຍລ້ານໂດລາຈາກບັນດາຜູ້ບໍລິໂພກຊາວອາເມຣິກັນ, ຈົນໄດ້ເຮັດໃຫ້ອົງການຮັກສາຄວາມປອດໄພພາຍໃນ ຕ້ອງເປີດໜ່ວຍປະຕິບັດການພິເສດເພື່ອແກ້ໄຂບັນຫາ “ລັກເງິນຈາກບັດ,” ອົງການ ProPublica ໄດ້ລາຍງານໃນເດືອນເມສາທີ່ຜ່ານມາ.
ຕໍ່ໄປນີ້ແມ່ນວິທີທີ່ເຂົາເຈົ້າລັກເງິນອອກຈາກບັດ: ພວກອາຊະຍາກອນຈະເອົາບັດມາຈາກຮ້ານຄ້າຕ່າງໆ, ເປີດມັນຢູ່ສະຖານທີ່ຕ່າງຫາກ, ແລະ ບັນທຶກເລກບັດ ແລະ ລະຫັດຂອງບັດດັ່ງກ່າວ ຫຼື ແທນມັນດ້ວຍບາໂຄດໃໝ່ທັງໝົດ. ຕໍ່ມາພວກອາຊະຍາກອນຈະສ້ອມແປງຫໍ່ຂອງບັດ Gift Card ນັ້ນ ແລະ ນຳມັນກັບຄືນໄປວາງໄວ້ຢູ່ຮ້ານຄ້າ. ເວລາທີ່ລູກຄ້າຊື້ບັດດັ່ງກ່າວ ແລະ ຕື່ມເງິນໃສ່, ພວກອາຊະຍາກອນຈະສາມາດເຂົ້າຫາບັດນັ້ນທາງອອນໄລນ໌ ແລະ ລັກເອົາເງິນ.
ທ່ານ ຣິຄາໂດ ມາຢໍຣາລ໌, ຜູ້ຊ່ວຍຜູ້ອຳນວຍການກ່ຽວກັບການປາບປາມອົງການອາຊະຍາກຳຂ້າມຊາດ ຢູ່ອົງການຮັກສາຄວາມປອດໄພພາຍໃນ, ໄດ້ກ່າວໃນການໃຫ້ການຢູ່ສະພາສູງເມື່ອວັນອັງຄານແລ້ວນີ້ວ່າ “ເວລາທີ່ລູກຄ້າບໍ່ຮູ້ຕົວຄົນນຶ່ງຕື່ມເງິນເຂົ້າໃສ່ໃນບັດທີ່ຖືກປອມແປງນັ້ນ, ພວກອົງການຟອກເງິນ ຈີນ ຈະປ່ຽນທຶນພວກນັ້ນເປັນເຄື່ອງໃຊ້, ເຊິ່ງມັກຈະເປັນໂທລະສັບ ໄອໂຟນ, ຜ່ານການຊື້ໃນຮ້ານຂາຍຍ່ອຍທີ່ປະດິດຂຶ້ນມາໂດຍເຄື່ອງຈັກຂອງອົງການຟອກເງິນ ຈີນ ທົ່ວ ສະຫະລັດ.”
ຟໍຣັມສະແດງຄວາມຄິດເຫັນ