ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາສູງ ສຫລ ປະຊຸມກັນ ໃນວັນອາທິດມື້ນີ້ ທ່າມກາງ ວິກິດການງົບປະມານ ທີ່ຍັງແກ້ໄຂບໍ່ໄດ້ (ວີດີໂອ)


US Government Shutdown Enters 12th Day
please wait

No media source currently available

0:00 0:01:34 0:00
ລິງໂດຍກົງ

ເບິ່ງວີດີໂອ ກ່ຽວກັບຂ່າວນີ້.

ສະພາ​ສູງ​ສະຫະລັດ ​ໄດ້​ທໍາ​ການ​ປະຊຸມ​ກັນ​ເມື່ອ​ວັນ​ອາທິດ​ມື້​ນີ້
​ຊຶ່ງເປັນເລຶ່ອງທີ່ບໍ່ຄ່ອຍມີ ຂຶ້ນ ພຽງ​ບໍ່​ເທົ່າ​ໃດ​ມື້ກ່ອນ​ວັນ​ກໍາໜົດ
ເສັ້ນ​ຕາຍ ​ສໍາລັບ​ເພີ່​ມລະດັບ ໜີ້​ສິນ​ຂອງ​ປະ​ເທດ​ຂື້ນ​ອີກ ​ແລະ​
ເປັນ​ເວລາ​ເກືອບ​ສອງ​ອາທິດ​ແລ້ວ ທີ່ ລັດຖະບານ​ສະຫະລັດ
ໄດ້​ປິດ​ໂຮງການລົງ ​ເປັນ​ບາງ​ສ່ວນນັ້ນ.

ທ່ານ Harry Reid ຜູ້​ນໍາ​ສະພາ​ສູງ​ສະຫະລັດ ພັກ​ເດໂມ​ແຄຼັດ ​ເວົ້າ​ວ່າ ທ່ານ ​ແລະ ທ່ານ Mitch McConnel ຜູ້​ນໍາ​ສະພາ​ສູງ​ພັກຣີພັບ​ບລິ​ກັນ ​ໄດ້​ທໍາ​ການ​ເຈລະຈາ​ກັນ​ທີ່​ເປັນ​ໄປ​ໃນ​ທາງ​ບວກ​ເມື່ອ​ວັນ​ເສົາ​ວານ​ນີ້ ​ແຕ່ ວ່າ​ທັງ​ສອງ​ຝ່າຍ​ຍັງ​ຄົງ​ໄດ້ໃຊ້​ເວລາ​ອີກ​ດົນ​ນານ ກ່ວາຈະຕົກລົງກັນໄດ້.

ທ່ານ Reid ກ່າວ​ໂຈມ​ຕີ​ຝ່າຍ​ສະພາ​ສູງ​ພັກຣີພັບ​ບລິ​ກັນ ທີ່​ປະຕິ​ເສດ​ແຜນການ​ຂອງ​ພັກ​ເດ​ໂມ​ແຄຼັດ ທີ່​ຈະ​ເພີ່ມ​ລະດັບ​ຂໍ້​ຈໍາກັດ​ການ​ກູ້​ຢືມ​ຂອງລັດຖະບານໄປ​ຮອ​ດປີໜ້າ​ນັ້ນ. ຝ່າຍຣີ
ພັບ​ບລິ​ກັນ​ເວົ້າ​ວ່າ ​ເຂົາ​ເຈົ້າຕ້ອງການ ໃຫ້ການເພີ້ມຂີດຈໍາກັດໃດໆ​ກໍຕາມ ໂຮມ​ເອົາທັງການ​ຕັດ​
ການ​ໃຊ້​ຈ່າຍ ຂອງ​ລັດຖະບານ​ລົງ​.

​ເມື່ອ​ວັນ​ເສົາ​ວານ​ນີ້ ຄະນະ​ກໍາມະການ​ນະ​ໂຍບາຍ​ຂອງ ອົງການ​ກອງ​ທຶນ​ສາກົນຫຼື IMF ​ໄດ້​ຂໍ​ຮ້ອງ​ຕໍ່​ບັນດາ​ຜູ້​ນໍາ​ສະຫະລັດ ​ຈົ່ງ​ລົງມື​ປະຕິບັດ​ຢ່າງ ຮີບ​ດ່ວນ ​ເພື່ອແກ້​ໄຂບັນຫາ​ຄວາມ​ບໍ່​ແນ່ນອນ​ຕ່າງໆ​ດ້ານ​ງົບປະມານ ​ໃນໄລຍະ​ສັ້ນ ໄປ​ກ່ອນ ຊຶ່ງ​ເປັນການສະທ້ອນ ຄໍາຮຽກຮ້ອງ ມື້​ນຶ່ງ​ກ່ອນ​ໜ້າ​ນີ້ ຂອງພວກຜູ້​ນໍາການ​ເງິນ ຈາກກຸ່ມ ​G-20. ​ແລະ​ທ່ານ Jim Yong Kim ຫົວໜ້າ​ ທະນາຄານໂລກ ກໍ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ສະມາຊິກ​ສະພາ​ສະຫະລັດ​ ຈົ່ງ​ຕ່າວ​ປິ້ນ ວິ​ກິດການ​ນີ້​ໃຫ້​ໄດ້ ຫຼືຖ້າ​ບໍ່​ດັ່ງ​ນັ້ນ​ແລ້ວ ມັນກໍອາດ​ຈະກາຍເປັນ ໄພພິບັດ​ທີ່​ຮ້າຍ​ແຮງ ຕໍ່​ພວກປະ​ເທດ​ທີ່​ກໍາລັງ​ພັດທະນາ​ທັງຫຼາຍ ​ແລະ​ຍັງ​ຈະ​ສ້າງ​ຄວາມ​ເສຍ​ຫາຍ​ອັນ​ໃຫຍ່ຫຼວງ ຕໍ່​ພວກ​ປະ​ເທດ​ທີ່​ຈະ​ເລີນ​ແລ້ວນໍາດ້ວຍ.

ທ່ານ ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ​ສະຫະລັດ ​ເຕືອນ​ວ່າ ການ​ເສດ​ຖະກິດ​ອາດ​ຖືກ​ກະທົບ​ຢ່າງ​ໜັກ ຖ້າ​ຫາກ​ວໍ​ຊິງ​ຕັນ​ບໍ່​ສາມາດ​ທີ່​ຈະ​ຊໍາລະໜີ້ສິນຂອງຕົນໄດ້ ​ເປັນ​ເທື່ອ​ທໍາ​ອິດ​ໃນ​ປະຫວັດສາດ. ວັນ​ກໍາໜົດ​ເສັ້ນ​ຕາຍ​ສໍາລັບເພີ້ມເພດານ​ໜີ້​ສິນ ​ແມ່ນ​ວັນ​ພະຫັດທີ 17 ຕຸລາ ນີ້.

ບັນດາ​ຜູ້​ນໍາ​ຝ່າຍ​ນິຕິ​ບັດ​ຢັດ​ພັກ​ເດ​ໂມ​ແຄຼັດ ​ໄດ້ພົບ​ປະ​ກັບ​ປະທານາທິບໍດີ ​ເມື່ອ​ວັນເສົາ​ວານ​ນີ້ ​ເພື່ອ​ຊອກ​ຫາ​ຊ່ອງ​ທາງ​ກ້າວໄປ​ຂ້າງ​ໜ້າ ​ແຕ່​ກໍ​ບໍ່​ປະກົດ ​ເຫັນມີ​ຄວາມ​ກ້າວໜ້າ​ໃດໆ ໄປສູ່
ການຕົກລົງກັນໄດ້.

​ໃນ​ຂະນະ​ນີ້ ການ​ປິດໂຮງການ​ລົງ​ເປັນ​ບາງ​ສ່ວນ​ຂອງ​ລັດຖະບານນັ້ນ ​ໄດ້​ຍ່າງ​ເຂົ້າ​ເປັນ​ວັນ​ທີ 13 ​ແລ້ວ​ ໃນວັນ​ອາທິດ​ມື້​ນີ້ ຊຶ່ງ​ກໍ​ຍັງ​ບໍ່​ເຫັນ​ວ່າ​ຈະ​ສິ້ນສຸດ​ລົງ​ໄດ້ ​ໃນ​ຂະນະ​ທີ່ພວກ
ຜູ້ແທນຂອງທັງ​ສອງ​ຝາຍ​ຍັງ​ຖົກ​ຖຽງ​ກັນ​ຢູ່.

ເບິ່ງວີດີໂອ:

Government Shutdown
please wait
Embed

No media source currently available

0:00 0:00:52 0:00
XS
SM
MD
LG