ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສະພາສູງ ສຫລ ປະເຊີນໜ້າ ກັບເສັ້ນຕາຍ ໃນການຕໍ່ອາຍຸ ກົດໝາຍ ເກັບກຳຂ່າວຂໍ້ມູນ ພາຍໃນປະເທດ


US Senate Faces Deadline on Domestic Surveillance
please wait

No media source currently available

0:00 0:02:52 0:00

ຂອບ​ເຂດ​ໃນ​ອະນາຄົດ​ຂອງ ​ກິດຈະກຳ​ສິ້ງ​ຊອມ​ເບິ່ງການ​ເຄື່ອນ​ໄຫວ​ຂອງ​ປະຊາຊົນ ຢູ່​ພາຍ​ໃນ​ປະ​ເທດ​ຂອງ​ລັດຖະບານສະຫະລັດ ອາດສາມາດ​ຕັດສິນ​ໄດ້ ​ໃນສັບປະດາ​ນີ້ ຂະນະ​ທີ່​ລັດຖະສະພາ​ສະຫະລັດ​ ​ພິຈາລະນາເພື່ອຕໍ່​ອາຍຸ ກົດໝາຍທີ່​ອະນຸຍາດໃຫ້​ດຳ​ເນີນຄວາມ​ພະຍາຍາມ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ ທີ່​ຈະ​ໝົດ​ອາຍຸ​ລົງ​ໃນ​ອີກ​ບໍ່​ດົນ​ນີ້ ​ໃນ​ຂະນະ​ທີ່​ທຳ​ການ​ປະຕິ​ຮູບ​ໂຄງການ​ເກັບ​ກຳ​ເອົາ​ຂ່າວ​ຂໍ້​ມູນ ທີ່​ເປັນບັນຫາ​ໂຕ້​ແຍ້​ງກັນ​ນັ້ນ.

​ເລື້ອງ​ທີ່​ເປັນ​ບັນຫາ​ໂຕ້​ແຍ້​ງກັນ​ນັ້ນ ​ແມ່ນ​ກິດຈະກຳ​ຕ່າງໆ​ຂອງ​ອົງການ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ຫລື​ NSA ຊຶ່ງ​ເປັນ​ອົງການ​ສືບ​
ລັບ ທີ່​ຖືກ​ເປີດ​ເຜີຍ​ອອກ​ມາ​ໃຫ້​ຮູ້ ​ໂດຍ​ອະດີດພະນັກງານ​ສັນຍາ​ຈ້າງ ​ທ້າວ Edward Snowden ຊຶ່ງ​ລີ້​ໄພ​ຢູ່​ໃນ​ຕ່າງປະ​ເທດ​ໃນ​ປັດຈຸບັນ ທີ່​ໄດ້​ສ້າງ​ບັນຫາ​ໂຕ້​ແຍ້​ງດ້ານ​ການ​ເມືອງ​ຂຶ້ນ​ພາຍ​ໃນ​ປະ​ເທດ ​ແລະ​ຢູ່​ໃນ​ຕ່າງປະ​ເທດ ​ແລະ​ສານ​ອຸທອນ​ລັດຖະບານ​ກາງ ​ໄດ້​ຕັດສິນໃນ​ຫວ່າງ​ໄວໆ​ມາ​ນີ້ ວ່າ ການ​ກະທຳ​ຕ່າງໆ​ເຫຼົ່າ​ນັ້ນ ​ເປັນ​ສິ່ງ​ທີ່​ຜິດ​ກົດໝາຍ.

​ໃນ​ສັບປະດາ​ຜ່ານ​ມາ​ນີ້ ບັນດາ​ຜູ້​ແທນ​ສະພາ​ຕໍ່າ​ ສະຫະລັດ ​ໄດ້​ລົງມະຕິເຫັນດີ​ຢ່າງ​ຖ້ວມ​ລົ້ນ
ໃຫ້​ຢຸດ​ຕິວິທີ​ການ​ເກັບ​ຂ່າວ​ຂໍ້​ມູນ​ລັບ​ທາງ​ໂທລະສັບ​ຂອງ​ຄົນ​ອາ​ເມຣິກັນ ​ໂດຍ​ອົງການຄວາມ​
ໝັ້ນຄົງ​ແຫ່ງ​ຊາດ ​ຫຼື NSA ກໍ​ຄື​ລົບ​ລ້າງ ກົດໝາຍ​ ເສລີພາບ USA ນັ້ນ. ບັດ​ນີ້ ກົດໝາຍ​
ດັ່ງກ່າວ ກຳລັງ​ລໍຖ້າ​ການ​ເຄື່ອນ​ໄຫວ​ໃນ​ສະພາ​ສູງ ບ່ອນ​ທີ່​ອົງການ NSA ​ມີ​ຜູ້ສະໜັບສະໜຸນ​
ແລະ​ປ້ອງ​ກັນ ​ທີ່​ມີ​ອຳນາດ​ນັ້ນ.

ທ່ານ Mitch McConnell ສັງ​ກັດ​ພັກ Republican ຜູ້ນຳ​ສຽງ​ຂ້າງ​ຫຼາຍ​ໃນ​ສະພາ​ສູງ​ສະ
ຫະລັດ
ກ່າວ​ຕໍ່​ລາຍການ​ໂທລະພາບ “This Week” ຂອງ​ຕາໜ່າງ​ໂທລະພາບ ABC ວ່າ: “ຂ້າພະ​ເຈົ້າ​ຄຶດ​ວ່າ ມັນເປັນ​ເຄື່ອງມື​ທີ່​ສຳຄັນ​ອັນ​ໜຶ່ງ ຖ້າ​ພວກ​ເຮົາ​ຢາກ​ມີ​ໂອກາດ​ຫຼາຍ
​ທີ່​ສຸດ ​ເພື່ອ​ປ້ອງ​ກັນ​ປະຊາຊົນ​ຂອງ​ພວກ​ເຮົາ ​ຢູ່​ໃນ​ປະ​ເທດ.”

ທ່ານ McConnell ​ເປັນຜູ້​ໜຶ່ງ​ໃນ​ບັນດາ​ສະມາຊິກ​ສະພາ​ນິຕິບັນຍັດ​ຫຼາຍ​ທ່ານ ທີ່​ໂຕ້
​ແຍ້​ງວ່າ ການ​ກວດກາ ການ​ຕິດ​ຕໍ່​ທາງ​ໂທລະສັບ ​ທີ່ເຄັ່ງ​ຄັດ​ຂຶ້ນຂອງ​ລັດຖະບານ​ກາງ ອາດ
ໄດ້ຊ່ວຍປ້ອງກັນ​ການ​ໂຈມ​ຕີຂອງພວກ​ກໍ່​ການຮ້າຍ​ ໃນ​ວັນ​ທີ 11 ກັນຍາ ປີ 2001 ນັ້ນ ກໍ​ໄດ້.

ສ່ວນພວກ​ທີ່​ຕຳ​ໜິຕິຕຽນນັ້ນ​ ກ່າວວ່າ ການ​ເກັບ​ກຳ​ຂ່າວ​ຂໍ້​ມູນ​ຢ່າງ​ຫຼວງ​ຫຼາຍ​ຂອງ​ອົງການ NSA ຫຼັງ​ຈາກ​ການ​ໂຈມ​ຕີ​ຂອງ​ພວກ​ກໍ່​ການ​ຮ້າຍ​ໃນ​ວັນ​ທີ 11 ກັນຍາ​ປີ 2001 ນັ້ນ​ ໄດ້​ເລີ້ມ​ຂຶ້ນ​ຢ່າງ​ລັບໆ ​ແລະ​ໄດ້ດຳ​ເນີນ​ໄປ​ໄກ​ໂພດ.

XS
SM
MD
LG